• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການສົ່ງອອກສິນໃນນ້ຳ ໄປຍັງຕະຫຼາດ ອີຢູ ຍາດແຍ່ງທ່າໄດ້ປຽບຈາກສັນຍາການຄ້າ EVFTA ໄດ້ເປັນຢ່າງດີ

      ການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ໄປຍັງຕະຫຼາດ ອີຢູ ໃນ 6 ເດືອນຕົ້ນປີນີ້ ບັນລຸໄດ້ກວ່າ 486 ລ້ານ USD, ເພີ່ມຂຶ້ນ 20%. ໃນນັ້ນ, ການສົ່ງອອກບັນດາຜະລິດຕະພັນສິນທະເລເພີ່ມຂຶ້ນ 24% ບັນລຸ 154 ລ້ານ USD, ສິນໃນນ້ຳ ຜ່ານການປູກລ້ຽງເພີ່ມຂຶ້ນ 18% ບັນລຸ 333 ລ້ານ USD.
(ພາບປະກອບ: VOV)
      ປັດຈຸບັນ, ຕະຫຼາດ ອີຢູ ແມ່ນຕະຫຼາດສົ່ງອອກສິນໃນນ້ຳໃຫຍ່ອັນດັບທີ 4 ຂອງ ຫວຽດນາມ, ຖັດຈາກ ອາເມລິກາ, ຍີ່ປຸ່ນ, ກວມເອົາອັດຕາ 11%. ໃນນັ້ນ, ໂຮນລັງ, ເຢຍລະມັນ, ແບນຊິກ, ອີຕາລີ ແມ່ນບັນດາຕະຫຼາດບໍລິໂພກກຸ້ງ ແລະ ປາທູນາເປັນສ່ວນຫຼາຍຂອງ ຫວຽດນາມ. ທ່ານ ເລືອງຮວ່າງຖ໊າຍ, ຫົວໜ້າກົມການຄ້າຫຼາຍຝ່າຍ, ກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ໃຫ້ຮູ້ວ່າ:
        “ສິນໃນນ້ຳແມ່ນຂະແໜງທີ່ມີມູນຄ່າເພີ່ມສູງສຸດ ແລະ ແມ່ນຂະແໜງທີ່ຊ່ວຍໃຫ້ພວກເຮົາຫັນປ່ຽນໂຄງປະກອບການສົ່ງອອກ. ໃນ 6 ເດືອນຕົ້ນປີຂອງປີທຳອິດທີ່ປະຕິບັດສັນຍານີ້ ກໍເຫັນວ່າ ຄວາມສາມາດຍາດແຍ່ງໂອກາດ ແມ່ນກວ່າ 70% ເມື່ອທຽບໃສ່ວົງເງິນການຄ້າສົ່ງອອກຂອງ ຫວຽດນາມ ໄປຍັງຕະຫຼາດ ອີຢູ, ໝາຍຄວາມວ່າແມ່ນຕົວເລກທີ່ໜ້າຊື່ນຊົມ ເມື່ອທຽບໃສ່ສັນຍາສະບັບອື່ນໆ”.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top