• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ການສະຖາປັດຕະຍະກຳ ສະໄໝ ລາຊະວົງ ຫຼີ ຜ່ານ ເຕັກໂນໂລຊີ VR3D

ເປັນຄັ້ງທຳອິດ, ຜ່ານພຶດຕິກຳຕົວຈິງ ດ້ານສະຖາປັດຕະ ຍະກຳ ສະໄໝລາຊະວົງ ຫຼີ ຜ່ານເຕັກໂນໂລຊີ VR3D ໄດ້ແນະນຳເຖິງ ມະຫາຊົນ ຊາວ ຮ່າໂນ້ຍ. ນີ້ກໍແມ່ນ ມູມມອງຄົ້ນພົບໃໝ່ ເພື່ອ ໃຫ້ ຄົນທັງຫຼາຍມີຄວາມເຂົ້າໃຈ ແລະ ເອກອ້າງທະນົງ ໃຈ ກ່ຽວກັບປະຫວັດສາດ ແລະ ສະຖາປັດຕະຍະກຳ ຂອງ ຊາດ ຫວຽດນາມ ຕາມການເວລາ. ນັ້ນແມ່ນ ທິດທາງ ໄປໃໝ່ ຂອງ ການອະນຸລັກຮັກສາ ວັດທະນະທຳ ຫວຽດນາມ ໃນການ ໂຄສະນາເຜີຍແຜ່ສູ່ມວນຊົນ. 
ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນມໍລະດົກ ຫວຽດນາມ, ຫໍພິພິທະພັນ ສິລະປະ ຮ່າໂນ້ຍ ແລະ Sen Heri tage ໄດ້ຮ່ວມມືກັນ ໃນກິດຈະກໍາ “ປະສົບການ ດ້ານ ສະຖາປັດຕະຍະກໍາ ສະໄໝ ລາຊະວົງ ຫຼີ ຜ່ານເຕັກໂນ ໂລຊີ ລວງຕາ (VR3D) ຊຶ່ງຈຸດເດັ່ນຄື ຟື້ນຄືນໃຫ້ເຫັນ ວັດ ໂມດໂກດ-ຢຽນຫື້ວ (ວັດເສົາດຽວ) ໂດຍຜ່ານ ຮູບການ ຕ່າງໆ ເຊ່ັນ: ວາງສະແດງ ຮູບພາບ 3D, ຮູບເງົາ 3D, ຜະລິດຕະພັນVR3D.

ເຕັກໂນໂລຊີ ລວງຕາ ໃນໂລກ ປັດຈຸບັນ ເປັນທ່າອຽງ ພັດທະນາ ຊຶ່ງໄດ້ຮັບຄວາມນິຍົມ ຈາກໄວໜຸ່ມ. ການ ໝູນໃຊ້ ເຕັກໂນໂລຊີນີ້ ຢູ່ ຫວຽດນາມ ໃນຂົງເຂດຟື້ນຄືນປະຫວັດສາດ ວັດທະນະທຳ ແຫ່ງຊາດ ໄດ້ເປີດ ອອກຮູບການເຄື່ອນໄຫວໃໝ່, ຈາກນັ້ນທະວີຄູນ ຄວາມຮັກ ແລະ ຄວາມເອກອ້າງທະນົງໃຈ ຂອງ ຊາວ ຫວຽດນາມ ກ່ຽວກັບ ສິ່ງຍອດຢ້ຽມ ຂອງ ສະຖາປັດຕະຍະກຳບູຮານ ໃນສະໄໝ ລາຊະວົງ ຫຼີ ທີ່ຍັງຄົງໄດ້ຮັບການອະ ນຸລັກຮັກສາ ຈົນເຖິງ ປັດຈຸບັນ. ນັ້ນກໍແມ່ນທິດ ທາງໄປ ໃໝ່ ຂອງການອະນຸລັກຮັກສາມໍລະດົກ ວັດທະນະທຳ ຫວຽດນາມ ໃນການໂຄສະນາເຜີຍແຜ່ເຖິງໝູ່ ມະຫາຊົນ.

ຈາກການຊົມຮູບພາບໃນຫ້ອງວາງສະແດງ ໄປຈົນເຖິງ ການໃສ່ ແວ່ນລວງຕາ, ນັກທ່ອງທ່ຽວ ຈະໄດ້ຜ່ານປະສົບ ການຕົວຈິງ ກັບທຸກລະດັບຄວາມຮູ້ສຶກ ກ່ຽວກັບຍ່ານບັນຍາກາດ ສະຖາປັດຕະຍະກຳ ໃນສະໄໝ ລາຊະວົງ ຫຼີ ແຕ່ກ່ອນ ຈົນເຖິງປັດຈຸບັນ ແລະ ມີຄວາມຮູ້ສຶກຄືດັ່ງ ໄດ້ ຈັບບາຍບັນດາວັດຖຸ ທີ່ເປັນສິ່ງຍອດຍິ່ງ ຊຶ່ງປູ່ຍ່າຕາຍາຍ ໄດ້ສ້າງຂຶ້ນມາ ແລະ ເຮັດໃຫ້ຜູ້ຊົມຄືກັບວ່າ ໄດ້ໄປທ່ຽວ ໃນຍ່ານບັນຍາກາດປະຫວັດສາດນັ້ນ. ຮູບພາບກິດຈະ ກຳ ວັດທະນະທຳ ວັດເສົາດຽວ-ຢຽນຫື້ວ ໄດ້ຟື້ນຄືນໃໝ່ ຢ່າງມີຊີວິດຊີວາ ນັບແຕ່ບັນດາສ່ວນລາຍລະອຽດ ທີ່ ນ້ອຍໆ ເຊ່ັນ: ຫົວມັງກອນ, ໃບໂພ, ມັງກອນ ສອງໂຕ... ຢ່າງຈະແຈ້ງ ເຮັດໃຫ້ຜູ້ຊົມ ມີຄວາມຮູ້ສຶກ ເໝືອນດັ່ງຕົນເອງ ກຳລັງໄດ້ ເຈືອຈານເຂົ້າກັບ ຍ່ານບັນຍາກາດ ຂອງກຸ່ມສະຖາປັດຕະຍະກຳ ທີ່ກວ້າງໃຫຍ່ ແລະ ເຂັ້ມ ຂົ້ນໄປດ້ວຍ ຂີດໝາຍປະຫວັດສາດ.



ນັກສຶກສາມະຫາວິທະຍາໄລ ເຟືອງດົງ ຄົ້ນພົບ ມໍລະດົກ ການສະຖາປັດຕະຍະກຳ ວັດເສົາດຽວ-ຢຽນຫື້ວ ສະໄໝ ລາຊະວົງ ຫຼີ ດ້ວຍເຕັກໂນໂລຊີ ລວງຕາ. 


ບັນດາແຂກຄົນ ຮັບຟັງ ປອ ເຈິ່ນຈ້ອງເຢືອງ ຜູ້ກໍ່ຕັ້ງ SEN Heritage ແນະນໍາ ກ່ຽວກັບຜະລິດຕະພັນເຕັກ ໂນໂລຊີ ລວງຕາ ວັດເສົາດຽວ-ຢຽນຫື້ວ
ແລະ ສະຖາ ປັດຕະຍະກຳ ວັດເສົາດຽວ ໃນສະໄໝລາຊະວົງ ຫຼີ. 



ມາຍັງຫ້ອງວາງສະແດງ, ແຂກຄົນທີ່ມາຢ້ຽມຢາມ ຈະ ໄດ້ ຮັບການແນະນຳ ກ່ຽວກັບ ປະຫວັດ ກ່ຽວກັບຄວາມເປັນມາ ໂດຍສັງເຂບ
ທີ່ກ່ຽວພັນເຖິງມໍລະດົກ ສະຖາປັດ ຕະຍະກຳ ຂອງ ວັດ ຢຽນຫື້ວ ສະໄໝລາຊະວົງ ຫຼີ. 



ແວ່ນລວງຕາ ເບິ່ງຈາກ 3 ມິຕິ ແມ່ນພາຫະນະເຕັກໂນ ໂລຊີ ໃຊ້ໃນຫ້ອງວາງສະແດງ. 


ເຕັກໂນໂຊຊີ ຊ່ວຍໃຫ້ຜູ້ຊົມ ຮູ້ສຶກໄດ້ເຖິງ ການເຄື່ອນ ໄຫວ ທ່ີສົມຈິງ ແລະ ໜ້າດຶງດູກໃຈຍິ່ງຂຶ້ນ ກ່ຽວກັບ ສະ ຖາປັດຕະຍະກຳ ວັດເສົາ ດຽວ-ຢຽນຫື້ວ ໃນສະໄໝລາ ຊະວົງ ຫຼີ. 


ຜະລິດຕະພັນເຕັກໂນໂລຊີ ລວງຕາ ວັດເສົາດຽວ-ຢຽນຫື້ວ ທີ່ໄດ້ຮັບການວາງສະແດງໃນຄັ້ງນີ້ ເປັນຜະລິດຕະພັນ ປ່ຽນເປັນດີຈີຕອນ ຈາກການສົມມຸດ ກ່ຽວກັບ ສະຖາ ປັດຕະຍະກຳວັດ ຢຽນຫື້ວ.
ນີ້ແມ່ນຜົນງານສັງລວມ ເປັນເວລາ 10 ປີ ໃນການຄົ້ນຄວ້າ ແລະ ສັງລວມຈາກວົງການນັກວິທະຍາສາດ (ບູ ຮານຄະດີ, ສິລະປະ ປະຫວັດສາດ, ວັນນະຄະດີ, ສັນຍາ ລັກພຸດທະສາສະໜາ...)
ເປັນເວລາເກືອບ 50 ປີ ຂອງ ກຸ່ມ SEN Heritage.



ຄົນສ່ວນຫຼາຍ ບໍ່ຈຳແນກອາຍຸ ຕ່າງກໍ່ຊື່ນຊົມຍິນດີ ກັບ ແບບການສຳຜັດ ປະຫວັດສາດ ໂດຍຜ່ານເຕັກໂນໂລຊີ. 


ນອກຈາກເຕັກໂນໂລຊີ ລວງຕາ, ຜູ້ທີ່ເຂ້ົາມາຊົມຍັງ ມີ ການເລືອກເຟັ້ນ ຄົ້ນຫາປະຫວັດສາດ ດ້ວຍວິທີການ ທີ່ ທັນສະໄໝອື່ນໆ ອີກ. 


ຫ້ອງວາງສະແດງ ຍັງເປັນບ່ອນພົບປະ ຂອງຜູ້ຮັກມັກປະ ຫວັດສາດ, ສະຖາປັດຕະຍະກຳ ພ້ອມກັນຄົ້ນພົບ, ແລກ ປ່ຽນທັດສະນະຂອງຕົນ ກ່ຽວກັບຂົງເຂດທີ່ຕ່າງຝ່່າຍ ຕ່າງ ມີຄວາມສົນໃຈ. 


ມູມວາງສະແດງບັນດາວັດຖຸພັນ ຮຽນແບບ ຄວາມຈົບ ງາມດ້ານວັດທະນະທຳ ສະໄໝລາຊະວົງ ຫຼີ. 


ເຄື່ອງປະດັບດ້ວຍເງິນ ກັບລາຍດອກ ສະໄໝລາຊະວົງ ຫຼີ ຊຶ່ງໄດ້ຮັບການສະແດງຄືນໃໝ່ ແລະ ວາງສະແດງໃນ ເຫດການ.


ມີຫຼາຍຄົນ ທ່ີຊື່ນຊອບປະຫວັດສາດ, ສະຖາປັດຕະຍະກຳ, ມີຄວາມສົນໃຈກ່ຽວກັບ ເຫດການ ວັດທະນະທຳ ທີ່ເປັນເອກະລັກນີ້. 
ປອ ເຈິ່ນຈ້ອງເຢືອງ ແລະ ກຸ່ມ SEN Heritage ທີ່ປະຕິບັດ ໂຄງການນີ້ ໄດ້ໃຫ້ຮູ້ດ້ວຍອາລົມຈິດທີ່ເຕັມໄປດ້ວຍ ຄວາມຮູ້ສຶກວ່າ: “ຂ້າພະເຈົ້າມີຄວາມນັບຖືຢ່າງສູງ ແລະ ເອກອ້າງທະນົງໃຈ ເມື່ອໄດ້ເຫັນກັບຕາ ມວນຊົນ ຫວຽດນາມ ສາມາດກ້າວເຂົ້າສູ່ປະຫວັດສາດ, ສາມາດ ຍ່າງຫຼິ້ນ ໃນຍ່ານບັນຍາກາດທີ່ງົດງາມ ຂອງ ສິລະປະ ພຸດທະສາສະໜາ ໃນລາຊະວັງ ແລະ ຈັບຕ້ອງໃສ່ວັດຖຸ ນັບພັນປີ ດ້ວຍ ເຕັກໂນໂລຊີ ລວງຕາ. ຈາກນັ້ນ ຜູ້ຊົມ ເຂົ້າໃຈ ເຖິງສີມືອັນຄ່ອງແຄ້ວ ຂອງ ປູ່ຍ່າຕາຍາຍ ຊຶ່ງ ໄດ້ສະແດງໃຫ້ເຫັນ ຜ່ານແຕ່ລະລວດລາຍ ແກະສະຫຼັກ ຂອງກິດຈະກຳສະຖາປັດຕະຍະກຳ. ເດັກນ້ອຍ, ນັກຮຽນ, ນັກສຶກສາ ຕ່າງກໍສາມາດໃສ່ແວ່ນລວງຕາ ເພື່ອການຮຽນ ແລະ ຫຼິ້ນໃນຍ່ານບັນຍາກາດ ຂອງ ມໍລະດົກ ວັດທະນະທຳ”. 

ກ່ອນໜ້ານນີ້, ວັດເສົາດຽວ ຖືກເອີ້ນວ່າ ລຽນຮວາດ່າຍ (ຖານດອກບົວ), ວັດ ມີໜຶ່ງຫໍບູຊາ ຕັ້ງຢູ່ເທິງເສົາດຽວ. ລຽນຮວາດ່າຍ ເປັນກິດຈະກຳທີ່ລືຊື່ທີສຸດ ຕັ້ງຢູ່ໃນກຸ່ມ ສະຖາປັດຕະຍະກຳວັດ ຢຽນຫື້ວ ຊຶ່ງມີຄວາມໝາຍວ່າ ຫຼັງວັດ “ຄວາມສຸກຍາວນານ”. ວັດນີ້ໄດ້ຮັບການກໍ່ສ້າງ ໃນສະໄໝ ລາຊະວົງ ຫຼີຖ໋າຍຕົງ ເມື່ອປີ 1079 ແລະ ສຳເລັດໃນປີ 1105 ໃນສະໄໝ ຫຼີແທ໋ງຕົງ. 

ປັດຈຸບັນ, ວັດເສົາດຽວ ໄດ້ຖືກສ້າງຄືນໃໝ່ ໃນປີ 1955, ໂດຍທ່ານ ຫງວຽນບ໋າລັງ ພາຍຫຼັງ ວັດ ຖືກວາງລະເບີດ ຈົນພັງລົງມາ ໃນວັນທີ 9 ພະຈິກ 1954.

ເຕັກໂນໂລຊີ VR3D ວັດຢຽນຫື້ວ ຊ່ວຍໃຫ້ຜູ້ຊົມ ສາມາດ ຫວນຄືນເມື່ອເວລາ 800 ປີກ່ອນໜ້ານີ້ ເພື່ອກ້າວ ໄປໃນ ທ່າມກາງ ບັນຍາກາດ ຂອງ ວັດແຕ່ສະໄໝລາຊະວົງ ຫຼີ, ທັງນີ້ເພື່ອຊ່ວຍໃຫ້ບັນດາຄົນຮຸ່ນໃໝ່ ຫວຽດນາມ ຂອງ ສະຕະວັດທີ XXI ສາມາດສໍາຜັດກັບຄວາມງາມ ໃນຊ່ວງ ໄລຍະໜຶ່ງທີ່ຮຸ່ງເຮືອງ ໃນຍ່ານບັນຍາກາດຕົວຈິງ ລວງຕາ ກັບ ເຕັກໂນໂລຊີ VR ແລະ AR. ຖ້າຫາກວ່າ ເຕັກໂນໂລຊີ VR ສາມາດຊ່ວຍໃຫ້ ຜູ້ຊົມສາມາດ ຍ່າງຫຼິ້ນ ໃນຍາ່ນບັນຍາກາດ ເກົ່າໆ, ສ່ວນເຕັກໂນໂລຊີ AR ກໍສາມາດນໍາສະຖາ ປັດຕະຍະກໍາບູຮານ ອອກສູ່ ຍ່ານເວຫາ ໃນປັດຈຸບັນ.

ຜະລິດຕະພັນເຕັກໂນໂລຊີ VR3D ວັດ ຢຽນຫື້ວ ແລະ ສະຖາປັດຕະຍະກຳ ວັດເສົາດຽວ ສະໄໝ ລາຊະວົງ ຫຼີ ໂດຍກຸ່ມ SEN Heritage ປະຕິບັດເປັນເວລາ 10 ປີ ໃນການຄົ້ນຄວ້າ ແລະ ສັງລວມ ທິດສະດີວິທະຍາສາດ (ບູຮານຄະດີ, ສິລະປະ ປະຫວັດສາດ, ວັນນະຄະດີ, ສັນ ຍາລັກ ພຸດທະສາສະໜາ...). ນີ້ແມ່ນຄວາມທຸ້ມເທຢ່າງສຸດໃຈ ຂອງ ຮຸ່ນໄວໜຸ່ມຍຸກປັດຈຸບັນ ເພື່ອການສ່ົງສານ: ເຊີດຊູສີສັນ ວັດທະນະທຳ ຫວຽດ-ເອກອ້າງທະນົງ ໃຈ ມູນເຊື້ອ ຫວຽດ. 
 
ບົດ: ບິກເວິນ - ພາບ: ຫວຽດເກື່ອງ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top