• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການລະບາດໂຄວິດ-19 ບໍ່ສາມາດກີດກັ້ນໄດ້ ພະລັງຈູງໃຈ ຂອງ ຖຳ້ ເຊີນດ່ອງ

      ຕັ້ງຢູ່ເຂດແກນຫຼັກ ຂອງ ປ່າສະຫງວນແຫ່ງຊາດ ຟອງຍາ-ແກ໊ບ່າງ ຢູ່ແຂວງ ກວ່າງບິ່ງ, ຖຳ້ ເຊີນດ່ອງ ໄດ້ຮັບປະກາດເປັນຖຳ້ໃຫຍ່ທີສຸດໂລກ ໃນປີ 2010 ແລະ ໄດ້ນຳເຂົ້າສູ່ການຂຸດຄົ້ນ ຕາມຮູບການທ່ອງທ່ຽວ ແບບພະຈົນໄພ ແຕ່ປີ 2013.

ປິ່ນຂຶ້ນຝາກຳແພງ ໃນຖຳ້ ເຊີນດ່ອງ. (ແຫຼ່ງ: Oxalis Adventures)
 
      ເປັນບ່ອນໃຊ້ຊີວິດຂອງປະເພດເຈຍກາ (Pteropodidae), ມີໂງ່ນຫີນຫງອກຫີນຍ້ອຍທີ່ໃຫຍ່ສູງ 70 ແມັດ ຢູ່ມໍ່ໆ ກັບປະຕູຖ້ຳ ພ້ອມກັບລະບົບນິເວດ ແລະ ຮູບຖານພູມອາກາດທີ່ເປັນເອກະລັກ, ຖຳ້ ເຊີນດ່ອງ ໄດ້ຖືວ່າ ເປັນສິ່ງມະຫັດສະຈັນຂອງທຳມະຊາດ.
ຖ້ຳ ເຊີນດ່ອງ ໄດ້ຄົ້ນພົບໃນປີ 1991, ໃນເວລາ ທ່ານ ໂຮ່ແຄງ, ຊາວທ້ອງຖິ່ນຜູ້ໜຶ່ງ ໂດຍບັງເອີນ ພົບເຫັນ ມີປະຕູຖ້ຳນ້ອຍໆ ລັບລໍ່ ຢູ່ຫຼັງຝາພູຫີນ. ເມື່ອເຂົ້າໃກ້, ທ່ານເຫັນ ບັນດາກຸ່ມນຳ້ໝອກທີ່ແໜ້ນໜາ ພັດມາຢ່າງແຮງ ຈາກປະຕູຖ້ຳ ແລະ ຈາກນັ້ນ ສາມາດຮັບຟັງສຽງ ຂອງ ກະແສນຳ້ຫ້ວຍທີ່ໄຫຼແຮງ ຈາກພາຍໃນຖ້ຳດັງອອກມາ.
      ແຕ່ວ່າ, ຫຼັງຈາກກັບເມືອບ້ານ, ທ່ານໄດ້ລືມທາງເຂົ້າຖຳ້ ເຮັດໃຫ້ສິ່ງມະຫັດສະຈັນນີ້ ຖືກຈົມຢູ່ໃນຄວາມຫຼົງລືມໄປໃນເວລາອີກສອງທົດສະວັດ. ເຖິງປີ 2009, ທ່ານ ໂຮ່ແຄງ ຈຶ່ງພາທາງໃຫ້ແກ່ກຸ່ມນັກຊ່ຽວຊານ ຊາວ ອັງກິດ ມາຄົ້ນພົບ ຖຳ້ ເຊີນດ່ອງ, ຜ່ານນັ້ນ ຈຶ່ງພົບເຫັນ ນີ້ແມ່ນຖຳ້ໃຫຍ່ທີສຸດໂລກ.
ຕາມບໍລິສັດທ່ອງທ່ຽວ Oxalis, ຖຳ້ ເຊີນດ່ອງມີຂະໜາດໃຫຍ່ເຖິງຂັ້ນ ສາມາດບັນຈຸໄດ້ຕຶກອາຄາ 40 ຊັ້ນ. ເມື່ອ ຖຳ້ ເຊີນດ່ອງ ເປີດບໍລິການຕ້ອນຮັບແຂກ ໃນ 4 ປີຫຼັງນັ້ນ, ຊີວິດຂອງ ທ່ານ ໂຮ່ແຄງ ແລະ ຊາວທ້ອງຖິ່ນ ນັບຫຼາຍຮ້ອຍຄົນ ໄດ້ມີການປ່ຽນແປງດີຂຶ້ນຢ່າງເຫັນໄດ້ຊັດ. ເຂົາເຈົ້າໄດ້ກາຍເປັນຜູ້ຊ່ວຍຖືເຄື່ອງຂອງ, ພາທາງ ຫຼື ຕ້ອນຮັບແຂກມາພັກແຮມຄືນຢ່າງໄວ.
      ກ່ອນເມື່ອການລະບາດ ໂຄວິດ-19 ເກີດຂຶ້ນ, ຂະແໜງການທ່ອງທ່ຽວ ຫວຽດນາມ ໄດ້ມີການ ຂະຫຍາຍ ຕົວຢ່າງແຂງແຮງ. ຫຼັງຈາກໄດ້ເປີດບໍລິການທ່ອງທ່ຽວປະຈົນໄພ, ການເຄື່ອນໄຫວທ່ອງທ່ຽວ ຖຳ້ ເຊີນດ່ອງ ຍາມໃດ ກໍຢືນຢັນ ໄດ້ພະລັງດຶງດູດ ຕໍ່ ວົງການນັກທ່ອງທ່ຽວ ຢູ່ ພາຍໃນ ແລະ ຕ່າງປະເທດ ດ້ວຍຄວາມງາມສະຫງ່າ, ເປັນມືອາຊີບ ໃນການຈັດຕັ້ງເຄື່ອນໄຫວ ແລະ ການຂຸດຄົ້ນແບບຍືນຍົງ.
      ມາຮອດປັດຈຸບັນ, ຢູ່ສະຖານທີ່ທ່ອງທ່ຽວຖຳ້ ເຊີນດ່ອງ, ແຕ່ລະບໍລິສັດທ່ອງທ່ຽວ ພຽງໄດ້ອະນຸຍາດເຄື່ອນໄຫວ ຢູ່ ຖຳ້ແຫ່ງໜຶ່ງທີ່ສຳຄັນເທົ່ານັ້ນ. ການຈຳກັດ ຈຳນວນນັກທ່ອງທ່ຽວ ແລະ ລາຄາສູງ ເປັນປັດໄຈ ປະກອບສ່ວນ ປົກປັກຮັກສາສິ່ງແວດລ້ອມຢູ່ນະແຫ່ງນີ້.
ສຳລັບຕົວເອງທ່ານ ໂຮ່ແຄງ ກໍເອົາໃຈໃສ່ໃນການຕັກເຕືອນ ຮຸ່ນໄວໜຸ່ມ ວ່າ ຄວາມບຸລິມະສິດແຖວໜ້າ ແມ່ນຕ້ອງປົກປັກຮັກສາສິ່ງແວດລ້ອມ ເພື່ອນຳມາຜົນປະໂຫຍດມາໃຫ້ທັງຮຸ່ນຫຼັງ, ຊ່ວຍຊີວິດນັບມື້ນັບໄດ້ປັບປຸງໃຫ້ດີຂຶ້ນ.
      ເມື່ອການລະບາດເກີດຂຶ້ນຢ່າງຮ້າຍແຮງ, ຊາວທ້ອງຖິ່ນ ຜູ້ເຄີຍຂຶ້ນກັບ ວຽກງານບໍລິການທ່ອງທ່ຽວ ໃຫ້ນັກທ່ອງທ່ຽວສາກົນ ໄດ້ປະສົບກັບຄວາມຫຍຸ້ງຍາກ     ນາໆ ປະການ. ທ່ານໂຮ່ແຄງໃຫ້ຮູ້ວ່າ, ເມື່ອການລະບາດເກີດຂຶ້ນ,ຈຳນວນນັກທ່ອງທ່ຽວຂອງລາວ ໄດ້ຫຼຸດລົງເຖິງ 90%.
      ເຖິງແນວນັ້ນກໍຕາມ, ເບິ່ງລວມ ທົວທ່ອງທ່ຽວ ຖຳ້ ເຊີນດ່ອງຍັງ ໄດ້ຕ້ອນຮັບແຂກ ດ້ວຍຈຳນວນທີ່ໝັ້ນຄົງ ຍ້ອນ ມີການເພີ່ມຈຳນວນນັກທ່ອງທ່ຽວ ວົງການຊັ້ນກາງ ທີ່ມີນັບມື້ນັບຫຼາຍ ຂອງ ຫວຽດນາມ.

ໂດຍ: VNA/VNP

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top