• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳພັກ,ລັດຫວຽດນາມ ສົ່ງໂທລະເລກອວຍພອນປະທານາທິບໍດີແລະຮອງປະທານາທິບໍດີອາເມລິກາ

      ການນຳຫວຽດນາມ ສະແດງຄວາມເຊື່ອໝັ້ນວ່າ, ປະທານາທິບໍດີ ແລະ ອຳນາດການປົກຄອງຊຸດໃໝ່ຂອງອາເມລິກາ ຈະປະສົບຜົນສຳເລັດໃໝ່ຫຼາຍຢ່າງ ເພື່ອ ພັດທະນາວັດທະນາຖາວອນ ແລະ ຄວາມຜາສຸກຂອງປະເທດ ແລະ ປະຊາຊົນອາເມລິກາ
ທ່ານ Joseph R.Biden Jr ທີ່ພິທີສາບານຕົວດຳລົງຕຳແໜ່ງປະທານາທິບໍ
(ພາບ: AFP/TTXVN)
      ເນື່ອງໃນໂອກາດທ່ານ Joseph R.Biden Jr. ເຂົ້າພິທີສາບານຕົວດຳລົງຕຳແໜ່ງປະທານາທິບໍດີຜູ້ທີ 46 ຂອງສະຫະລັດອາເມລິກາ, ວັນທີ 21 ມັງກອນ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສົ່ງໂທລະເລກອວຍພອນ.
        ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະແດງຄວາມເຊື່ອໝັ້ນວ່າ, ປະທານາທິບໍດີ ແລະ ອຳນາດການປົກຄອງຊຸດໃໝ່ຂອງອາເມລິກາ ຈະປະສົບຜົນສຳເລັດໃໝ່ຫຼາຍຢ່າງ ເພື່ອ ພັດທະນາວັດທະນາຖາວອນ ແລະ ຄວາມຜາສຸກຂອງປະເທດ ແລະ ປະຊາຊົນອາເມລິກາ; ສືບຕໍ່ຕັ້ງໜ້າປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ໃນໂລກ. ດ້ວຍພື້ນຖານການພົວພັນລະຫວ່າງຫວຽດນາມ - ອາເມລິກາ ທີ່ໄດ້ຮັບການສ້າງຕັ້ງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງໃນຕະຫຼອດ 25 ປີຜ່ານມາ, ພ້ອມກັບອາລົມຈິດອັນດີງາມຂອງທ່ານປະທານາທິບໍດີ Joe Biden ທີ່ມີຕໍ່ຫວຽດນາມ, ການພົວພັນລະຫວ່າງ 2 ປະເທດຈະສືບຕໍ່ພັດທະນາ, ເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ໝັ້ນຄົງ.
        ແລະກໍ່ໃນວັນດຽວກັນ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ໄດ້ສົ່ງໂທລະເລກອວຍພອນເຖິງທ່ານນາງຮອງປະທານາທິບໍດີອາເມລິກາ Kamala Harris ເຊັ່ນດຽວກັນ.
(ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top