• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳພັກ-ລັດ ລົງພົບປະກັບຜູ້ມີສິດເລືອກຕັ້ງຢູ່ບັນດາທ້ອງຖິ່ນ

ຕອນບ່າຍວັນທີ 17 ມິຖຸນາ, ຢູ່ ຕາແສງບາລ໊າງ, ເມືອງ ກ໊າຍຣັງ, ນະຄອນ ເກິນເທີ. ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນສະມາຊິກສະພາແຫ່ງຊາດເຂດ 1, ນະຄອນເກິນເທີໄດ້ພົບປະກັບຜູ້ມີສິດເລືອກຕັ້ງເພື່ອແຈ້ງໃຫ້ຊາບກ່ຽວກັບໝາກຜົນຂອງ ກອງປະຊຸມສະໄໝສະມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ XIV ຊຶ່ງຫາກໍ່ໄດ້ອັດລົງໃນທ້າຍອາທິດຜ່ານມາ ແລະ ຮັບຟັງຄຳຄິດເຫັນຂອງຜູ້ມີສິດເລືອກຕັ້ງ.

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ (ພາບ: daibieunhandan.vn

ບັນດາຜູ້ມີສິດເລືອກຕັ້ງມີຄວາມປາດຖະໜາວ່າ ຈະເພີ່ມທະວີການແກ້ໄຂບັນດາການກະທຳສໍ້ລາດບັງຫຼວງ, ຜະລິດສິນຄ້າປອມ. ຄຽງຄູ່ກັນນັ້ນ, ຕ້ອງມີຂັ້ນຕອນທີ່ເໝາະສົມໃນການປະຕິບັດກົດໝາຍການສຶກສາ ສະບັບປັບປຸງ. ບັນດາຜູ້ມີສິດເລືອກຕັ້ງໄດ້ຊົມເຊີຍໝາກຜົນຂອງການຊັກຖາມບັນດາລັດຖະມົນຕີໃນວາລະປະຊຸມສະພາແຫ່ງຊາດທີ່ຜ່ານມາ, ພິເສດແມ່ນສະພາແຫ່ງຊາດຮັບຮອງເອົາກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານເຫຼົ້າເບຍ.

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໃຫ້ຮູ້ວ່າ ຄະນະປະຈຳສະພາແຫ່ງຊາດ ໄດ້ສະເໜີໃຫ້ລັດຖະບານຄົ້ນຄ້ວາການຫ້າມດື່ມເຫຼົ້າ ເບຍເມື່ອເຂົ້າຮ່ວມການສັນຈອນໄປມາ, ເພາະວ່າໃນໄລຍະທີ່ຜ່ານມາໄດ້ເກີດອຸບັດຕິເຫດທີ່ຮ້າຍແຮງຢ່າງ ຫຼວງຫຼາຍເຊິ່ງມີຜົນກະທົບເຖິງຊີວິດອັນຊີຂອງປະຊາຊົນ. ທ່ານນາງປະທານສະພາແຫ່ງຊາດກໍ່ແບ່ງປັນກັບຜູ້ມີສິດເລືອກຕັ້ງກ່ຽວກັບບັນດາສິ່ງຫຍໍ້ທໍ້ໃນຂະແໜງການສຶກສາ.

ໂດຍປະຕິບັດຕາມລາຍການໃນການພົບປະຜູ້ມີສິດເລືອກຕັ້ງ ພາຍຫຼັງກອງປະຊຸມສະໄໝສາມັນຄັ້ງທີ 7 ຂອງ ສະພາແຫ່ງຊາດ ຊຸດທີ 14, ໃນວັນທີ 17 ມິຖຸນາ, ທ່ານ ເຈີ່ນ ກວັກ ເວືອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ໄດ້ລົງ ພົບປະກັບຜູ້ມີສິດເລືອກຕັ້ງ ໃນ 5 ບ້ານ ຂອງເມືອງ ວັນອຽນ, ແຂວງ ອຽນບ໊າຍ.

       ກໍ່ໃນວັນດຽວກັນ, ກ່າວຄຳເຫັນໃນການພົບປະກັບຜູ້ມີສິດເລືອກຕັ້ງ ຢູ່ເທດສະບານ ແທັງອານ, ເມືອງວິງແທັງ, ນະຄອນ ເກິ່ນເທີ, ທ່ານປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເມິນ ໃຫ້ຮູ້ວ່າ ປັດຈຸບັນ, ການປ່ຽນແປງຂອງ ດິນຟ້າອາກາດ ກຳລັງມີຜົນກະທົບຢ່າງຕໍ່ເນື່ອງເຖິງບັນດາແຂວງ, ນະຄອນໃນເຂດ ທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ, ທ່ານສະເໜີ ໃຫ້ນະຄອນເກິ່ນເທີ ມີບັນດາມາດຕະການເພື່ອຫຼຸດຜ່ອນດິນເຊາະເຈື່ອນ, ບູລະນະສ້ອມແປງທາງເພື່ອໃຫ້ປະຊາຊົນສັນຈອນ ໄປ,ມາຢ່າງສະດວກສະບາຍ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top