• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳ ສປປ.ລາວ ໄປໃສ່ສິດເລືອກຕັ້ງ

ຂປລ.ໃນຕອນເຊົ້າຂອງວັນທີ 21 ກຸມພາ 2021 ນີ້ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ໄດ້ໄປໃຊ້ສິດປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະມາຊິກ ສະພາປະຊາຊົນ ນະຄອນຫລວງວຽງຈັນ (ສສ/ນວ) ຊຸດທີ II ຢູ່ໜ່ວຍປ່ອນບັດທີ 20 ບ້ານໜອງບອນ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ. 

ບ້ານຫນອງບອນ ມີພົນລະເມືອງທັງໝົດ 1.543 ຄົນ, ເປັນຍິງ 813 ຄົນ. ມີຜູ້ມີສິດປ່ອນບັດທັງໝົດ 1.285 ຄົນ, ຍິງ 711 ຄົນ.
ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ໄດ້ໄປໃຊ້ສິດປ່ອນບັດເລືອກຕັ້ງ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລົງປ່ອນບັດ ຢູ່ບ້ານ ທ່າພະລານໄຊ ເມືອງສີສັດຕະນາກ; ແລະ ບັນດາດານນຳທ່ານອື່ນໆກໍໄດ້ພ້ອມກັນ ປ່ອນບັດ ເລືອກຕັ້ງຢູ່ໃນເຂດບ້ານຂອງຕົນເອງ ຢ່າງເປັນຂະບວນ,

ແລະກໍ່ໃນວັນດຽວກັນ, ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ລົງປ່ອນບັດຄັດເລືອກ ເອົາສະມາຊິກສະພາແຫ່ງຊາດ ສສຊ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ II ຢູ່ໜ່ວຍປ່ອນບັດທີ 9 ຈຸດວັດສີຊົມຊືນ ບ້ານໜອງບົວທອງເໜືອ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ.ໜ່ວຍເລືອກຕັ້ງ ບ້ານໜອງບົວທອງເໜືອ ມີຜູ້ມີສິດເລືອກຄັ້ງທັງໝົດ 2.044 ຄົນ, ຍິງ 1.109 ຄົນ, ແບ່ງອອກເປັນ 3 ໜ່ວຍປ່ອນບັດ ໃນນັ້ນ, ປະກອບມີ ໜ່ວຍປ່ອນບັດທີ 2 ມີຜູ້ມີສິດເລືອກຕັ້ງ ທັງໝົດ 669 ຄົນ, ໜ່ວຍປ່ອນບັດທີ 7 ມີຜູ້ມີສິດເລືອກຕັ້ງທັງໝົດ 676 ຄົນ ແລະ ໜ່ວຍປ່ອນບັດທີ 9 ມີຜູ້ມີສິດເລືອກຕັ້ງທັງໝົດ 699 ຄົນ.

    ກ່ອນໜ້ານັ້ນ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ເປີດພິທີປ່ອນບັດ ເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ IX ຢ່າງເປັນທາງການ ໃນວັນທີ 14 ກຸມພາ ຜ່ານມາ ໂດຍມີ ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມດ້ວຍ ພະນັກງານສະຖານທູດ ແລະ ຄອບຄົວ, ພະນັກງານຜູ້ຕາງໜ້າ ປ້ອງກັນຄວາມສະຫງົບ, ຫ້ອງການຜູ້ຕາງໜ້າ ການບິນລາວ ສາຂາຮ່າໂນ້ຍ ແລະ ພົນລະເມືອງລາວ ທີ່ດຳລົງຊີວິດຢູ່ຮ່າໂນ້ຍ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ແສງເພັດ ຮຸ່ງບຸນຍວງ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍ ຄວາມສຳຄັນຂອງການເລືອກຕັ້ງໃນຊຸດນີ້ ເຊິ່ງຢູ່ໃນທ່າມກາງ ບັນຍາກາດທົ່ວພັກ-ລັດ, ທະຫານ, ຕຳຫລວດ ແລະ ປະຊາຊົນລາວບັນດາເຜົ່າ ພວມສຸມໃສ່ຈັດຕັ້ງຜັນ ຂະຫຍາຍເນື້ອໃນ ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຂອງພັກ ຄັ້ງທີ XI ຢ່າງເບີກບານມ່ວນຊື່ນ ແລະ ເປັນຂະບວນຟົດຟື້ນ ເພື່ອເສີມຂະຫຍາຍສິດ ປະຊາທິປະໄຕປະຊາຊົນ ເຂົ້າໃນການຄຸ້ມຄອງບໍລິຫານລັດ ແລະ ສ້າງເງື່ອນໄຂອຳນວຍ ຄວາມສະດວກ ດ້ານຕ່າງໆ ໃຫ້ພົນລະເມືອງລາວ ໄດ້ນຳໃຊ້ສິດປະຊາທິປະໄຕ ຕາມທີ່ໄດ້ກຳນົດໄວ້ ໃນລັດຖະທຳມະນູນ ແລະ ກົດໝາຍ ເພື່ອເລືອກເອົາຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງປະຊາຊົນບັນດາເຜົ່າ ໃຫ້ສອດຄ່ອງກັບ ຄວາມມຸ່ງມາດປາດຖະໜາ ຂອງຜູ້ມີສິດປ່ອນເລືອກຕັ້ງ. ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງມາຍັງ ຜູ້ມີສິດປ່ອນເລືອກຕັ້ງ ໃຊ້ສິດຂອງຕົນຢ່າງພ້ອມພຽງ, ລົງຄະແນນສຽງຢ່າງ ຖືກຕ້ອງຮ້ອຍສ່ວນຮ້ອຍ, ຮັບປະກັນຄວາມສະຫງົບ ຮ້ອຍສ່ວນຮ້ອຍ, ຄັດເລືອກເອົາສະມະຊິກ ສະພາແຫ່ງຊາດ ໃຫ້ໄດ້ຜູ້ມີຄວາມ ໜັກແໜ້ນດ້ານການເມືອງ, ມີຄຸນສົມບັດສິນທຳປະຕິວັດ ແລະ ມີຄວາມສາມາດໃນລະດັບອັນແນ່ນອນ ແນໃສ່ຍົກສູງປະສິດທິພາບ ຂອງການເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າໃຫ້ສູງຂຶ້ນ.

ໂດຍອີງໃສ່ສະພາບຕົວຈິງ ແລະ ປະຕິບັດຕາມການປ້ອງກັນ ການລະບາດພະຍາດ ໂຄວິດ-19 ຢູ່ປະເທດເຈົ້າພາບ ໂດຍສະເພາະ ແມ່ນຢູ່ເຂດພາກເໜືອຂອງ ສສ ຫວຽດນາມ,   ເຊິ່ງຢູ່ໃນຂອບເຂດຄວາມ ຮັບຜິດຊອບຂອງໜ່ວຍ ເລືອກຕັ້ງສະຖານເອກ ອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ມີຜູ້ມີສິດປ່ອນບັດທັງໝົດ 8.217 ຄົນ, ຍິງ 3.253 ຄົນ, ເຊິ່ງລວມມີພະນັກງານ ສະຖານທູດ ແລະ ຄອບຄົວ, ພະນັກງານຜູ້ຕາງໜ້າ ປ້ອງກັນຄວາມສະຫງົບ ແລະ ຫ້ອງການຜູ້ຕາງໜ້າການບິນລາວ ສາຂາຮ່າໂນ້ຍ ພ້ອມດ້ວຍ ນັກຄົ້ນຄວ້າ, ນັກສຶກສາລາວ, ຈາກບັນດາສະຖາບັນ ແລະ ມະຫາວິທະຍາໄລ ແລະ ພົນລະເມືອງລາວ ທີ່ພວມດຳລົງຊີວິດຢູ່ເຂດ ພາກເໜືອຂອງຫວຽດນາມ.  ການດຳເນີນການປ່ອນບັດ ແມ່ນໄດ້ດຳເນີນດ້ວຍ 3 ຊ່ອງທາງ ຄື: ຈັດການເລືອກຕັ້ງໂດຍກົງ ຢູ່ສະຖານເອກອັກຄະລັດຖະທູດ, ຄະ ນະນັກສຶກສາຢູ່ແຕ່ລະໂຮງຮຽນ, ມະຫາວິທະຍາໄລ, ສະຖາບັນການສຶກສາ ເກັບກຳເອົາບັດ ທີ່ນັກສຶກສາເລືອກ ໄປສົ່ງໃຫ້ຄະນະຮັບຜິດຊອບ ໜ່ວຍປ່ອນບັດເລືອກຕັ້ງ ຫລື ພະນັກງານສະຖານທູດ ລົງໄປເກັບເອົາບັດເລືອກຕັ້ງ ຈາກນັກສຶກສາຢູ່ບາງໂຮງຮຽນ, ມະຫາວິທະຍາໄລ, ສະຖາບັນການສຶກສາ ແລະ ການຈັດສົ່ງບັດລົງຄະແນນ ສຽງຜ່ານທາງອີເມວ ມາຍັງສະຖານເອກອັກ ຄະລັດຖະທູດ ເພື່ອກວດນັບຄະແນນ ຢູ່ໜ່ວຍເລືອກຕັ້ງສະຖານທູດ ສປປ ລາວ ປະຈຳ ສສ ຫວຽດນາມ. ການດຳເນີນດ້ວຍສາມວິທີດັ່ງກ່າວນີ້ ແມ່ນເພື່ອຮັບປະກັນ ໃຫ້ພົນລະເມືອງລາວ ຜູ້ທີ່ມີສິດປ່ອນບັດເລືອກຕັ້ງ ໄດ້ປະຕິບັດພັນທະ ແລະ ສິດຂອງຕົນ, ທັງເປັນການປະຕິບັດ ມາດຕະການປ້ອງກັນ, ສະກັດກັ້ນ, ຄວບຄຸມການລະບາດ ຂອງເຊື້ອພະຍາດ ໂຄວິດ-19 ຂອງປະເທດເຈົ້າພາບ.

(ແຫຼ່ງຄັດຈາກ VOV)


ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top