• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​​ທັບ​ເພີ່​ມ​ທະ​ວີ​ກຳ​ລັງ​ໜູນ​ຊ່ວຍ​ໃຫ້​ແກ່​ບັນ​ດາ​ທ້ອງ​ຖິ່ນ​ປ້ອງ​ກັນ​, ຕ້ານໂລກ​ລະ​ລາດ​ໂຄວິດ - 19

ທ່ານ ພົນໂທ ຟານວັນຢາງ ໄດ້ເນັ້ນໜັກວ່າ ໃນຊຸມວັນຈະມາເຖິງ, ກະຊວງປ້ອງກັນປະເທດ ຈະເພີ່ມທະວີກຳລັງ, ພາຫະນະເຄື່ອນທີ່, ໜູນຊ່ວຍບັນດາອົງການຍູ້ໂລກລະບາດໂຄວິດ - 19 ຄັ້ງທີ 4 ໃຫ້ຖອຍໄປໂດຍໄວ.
ທ່ານ ພົນໂທ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: ກະຊວງປ້ອງກັນປະເທດ ຫວຽດນາມ)

ຕອນບ່າຍວັນທີ 16 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ພົນໂທ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ມີການເຮັດວຽກກັບຄະນະຊີ້ນຳການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ກະຊວງປ້ອງກັນປະເທດ ແລະ ບັນດາອົງການ, ກົມກອງກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.

ທ່ານ ພົນໂທ ຟານວັນຢາງ ໄດ້ເນັ້ນໜັກວ່າ ໃນຊຸມວັນຈະມາເຖິງ, ກະຊວງປ້ອງກັນປະເທດ ຈະເພີ່ມທະວີກຳລັງ, ພາຫະນະເຄື່ອນທີ່, ໜູນຊ່ວຍບັນດາອົງການຍູ້ໂລກລະບາດໂຄວິດ - 19 ຄັ້ງທີ 4 ໃຫ້ຖອຍໄປໂດຍໄວ. ທ່ານ ຟານວັນຢາງ ກໍ່ສະເໜີໃຫ້ບັນດາອົງການ, ກົມກອງໃນທົ່ວກອງທັບ ສືບຕໍ່ສຸມໃສ່ການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ບຸລິມະສິດເພີ່ມທະວີກຳລັງຢູ່ເຂດຊາຍແດນ, ພ້ອມທັງຮຽກຮ້ອງໃຫ້ບັນດາໂຮງໝໍເສນາຮັກ ບໍ່ປະໃຫ້ໂລກລະບາດໂຄວິດ - 19 ແຊກຊຶມເຂົ້າຫວຽດນາມ ຢ່າງເດັດຂາດ.

ປັດຈຸບັນ, ທົ່ວກອງທັບໄດ້ເລີ່ມເປີດນຳໃຊ້ລະບົບຕ້ານໂລກລະລາດໂຄວິດ - 19 ຢູ່ລະດັບສູງທີ່ສຸດ, ກວດກາຄືນ, ກະກຽມບັນດາສະຖານທີ່ແຍກຕົວເພື່ອຮັບບັນດາຜູ້ສຳຜັດ ກັບຜູ້ຕິດເຊື້ອພະຍາດໂຄວິດ - 19 ໂດຍກົງ ໃນກໍລະນີ ໂລກລະບາດໂຄວິດ - 19 ອາດຈະແຜ່ລາມດ້ວຍຈຳນວນຜູ້ຕິດເຊື້ອຫຼາຍ, ກະກຽມບັນດາໂຮງໝໍພາກສະໜາມເພື່ອຮັບບັນດາຜູ້ຕິດເຊື້ອພະຍາດໂຄວິດ - 19.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top