• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ຂອງ​ພັກ ກອ​ມ​ມູ​ນິດ ຫວຽດ​ນາມ: ຮອດ​ປີ 2025 ສ້າງ​ສຳ​ເລັດ​ລັດ​ຖະ​ບານ​ເອ​ເລັກ​ໂຕ​ນິກ

ໃນວາລະປຶກສາຫາລືຢູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກ ຖືກດຳເນີນໃນຕອນເຊົ້າວັນທີ 27 ມັງກອນ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບມາດຕະການເພື່ອປະຕິບັດເປົ້າໝາຍໄລຍະສັ້ນຮອດປີ 2025 ແລະ ຮອດປີ 2030, ຫວຽດນາມ ຈະມີພື້ນຖານອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ, ຮອດປີ 2045 ກາຍເປັນປະເທດພັດທະນາ, ມີລາຍຮັບສູງ, ພ້ອມທັງປະຕິບັດສຳເລັດການສ້າງລັດຖະບານເອເລັກໂຕນິກໃນປີ 2025.
ທ່ານ ດິງຕ໊ຽນຢຸງ ລັດຖະມົນຕີກະຊວງການເງິນ ຫວຽດນາມ (ພາບ: VOV)

ປຶກສາຫາລືກ່ຽວກັບການສ້າງ ແລະ ປະຕິບັດສຳເລັດພື້ນຖານການເງິນແຫ່ງຊາດຕາມທິດທັນສະໄໝ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາແບບຍືນຍົງຂອງປະເທດຊາດ, ທ່ານ ດິງຕ໊ຽນຢຸງ ລັດຖະມົນຕີກະຊວງການເງິນ ຫວຽດນາມ ໃຫ້ຮູ້ວ່າ, ຫວຽດາມ ໄດ້ຍູ້ແຮງການສ້າງໂຄງປະກອບໜີ້ສິນສາທາລະນະຄືນໃໝ່ຕາມທິດຍືນຍົງກວ່າ, ເພີ່ມອັດຕາສ່ວນເງິນກູ້ພາຍໃນປະເທດຈາກລະດັບ 39% ໃນປີ 2011 ຂຶ້ນເປັນ 64% ໃນປີ 2020 ; ຫຼຸດຜ່ອນຂອບຂະໜາດໜີ້ສາທາລະນະແຕ່ລະດັບ 63,7% ໃນປີ 2016 ລົງເຫຼືອພຽງ 55,8% ໃນທ້າຍປີ 2020.

        “ເປົ້າໝາຍຮອດປີ 2025 ແມ່ນຈະປະຕິບັດສຳເລັດລັດຖະບານເອເລັກໂຕນິກ, ລັດຖະບານດີຈີຕອນໃນຂົງເຂດການເງິນແຫ່ງຊາດ, ການເງິນສາທາລະນະ, ຕົ້ນຕໍ ແມ່ນທະນາຄານແຫ່ງລັດ, ພາສີອາກອນ, ຫຼັກຊັບ, ການບໍລິຫານທຶນຂອງລັດຢູ່ວິສາຫະກິດ”.

        ໃນວາລະປຶກສາຫາລືນີ້, ບັນດາຜູ້ແທນຕ່າງກໍມີຄວາມເຫັນດີເປັນເອກະພາບຢ່າງສູງຕໍ່ເປົ້າໝາຍໃນການບົດລາຍງານການເມືອງກ່ຽວກັບການປ່ຽນແປງໃໝ່ຮູບແບບການເຕີບໂຕຢ່າງແຮງ ແລະ ມີປະສິດທິຜົນ, ສ້າງໂຄງປະກອບເສດຖະກິດຄືນໃໝ່, ຍູ້ແຮງການຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝ; ສ້າງພື້ນຖານອຸດສາຫະກຳແຫ່ງຊາດເປັນທັນສະໄໝ, ໝັ້ນຄົງ, ເຂັ້ມແຂງ. ສົ່ງເສີມບັນດາວິສາຫະກິດ ຫວຽດນາມ ເຂົ້າຮ່ວມພັດທະນາຂະແໜງອຸດສາຫະກຳໃໝ່, ທັນສະໄໝ.

(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ.

Top