• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະຊຸ​​ມ​ໃຫຍ່​ກໍາມະບານ​ຫວຽດນາມ​ຊຸ​ດທີ 12 ອາຍຸ​ການ 2018 – 2023

ຕອນເຊົ້າວັນທີ 25 ກັນຍາ, ຢູ່ຫໍປະຊຸມແຫ່ງຊາດ (ໝີດິງ, ຮ່າໂນ້ຍ) ໄດ້ດໍາເນີນກອງປະຊຸມໃຫຍ່ກໍາມະບານຫວຽດນາມຊຸດທີ 12 ອາຍຸການ 2018 – 2023 ຂຶ້ນ ຢ່າງສົມກຽດ ໂດຍເປັນກຽດເຂົ້າຮ່ວມຂອງການນໍາພັກ, ລັດ ຫວຽດນາມສະໄໝຕ່າງໆ; ຜູ້ຕາງໜ້າສະຫະພັນກໍາມະບານໂລກ, ຫົວໜ້າສະຫະພັນໃຫຍ່ ກໍາມະບານສາກົນ, ສະຫະພັນກໍາມະບານ ອາຊຽນ, ສະຫະພັນກໍາມະບານອຸດສາຫະກໍາ ແລະ ຜະລິດທົ່ວໂລກ, ຫ້ອງການອົງການຈັດຕັ້ງແຮງງານສາກົນຢູ່ຫວຽດນາມ...

ກ່າວຄໍາເຫັນທີ່ກອງປະຊຸມໃຫຍ່, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເນັ້ນໜັກວ່າ ຊົນຊັ້ນກໍາມະກອນຍາມໃດກໍແມ່ນກໍາລັງນໍາໜ້າຂອງການປະຕິວັດຫວຽດນາມ; ພັກ, ລັດ ແລະ ປະຊາຊົນ ຍາມໃດກໍມີຄວາມເອົາໃຈໃສ່, ເບິ່ງແຍງດູແລ ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານ ເປັນພິເສດ.  ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ:

        “ໃນໄລຍະປະຕິວັດປັດຈຸບັນ, ພວກເຮົາສືບຕໍ່ຢືດໝັ້ນຕໍ່ທັດສະນະວ່າຊົນຊັ້ນກໍາມະກອນ ແມ່ນ ຊົນຊັ້ນນໍາພາການປະຕິວັດ, ໂດຍຜ່ານການນໍາໜ້າຂອງພັກກອມມູນິດຫວຽດນາມ, ຊົນຊັ້ນຕາງໜ້າໃຫ້ວິທີການຜະລິດທີ່ກ້າວໜ້າທັນສະໄໝ, ຊົນຊັ້ນນໍາໜ້າໃນພາລະກິດສ້າງສັງຄົມນິຍົມ, ແມ່ນກໍາລັງຫຼັກແຫຼ່ງໃນການຮ່ວມສໍາພັນລະຫວ່າງຊົນຊັ້ນຊາວນາ, ຊົນຊັ້ນກໍາມະກອນ ແລະ ຖັນແຖວປັນຍາຊົນ. ພາຍໃຕ້ການຊີ້ນໍານໍາພາຂອງພັກ, ຄວາມເຕີບໃຫຍ່ ແລະເຂັ້ມແຂງຂອງຊົນຊັ້ນກໍາມະກອນ ແມ່ນປະຖົມປັດໄຈ ເພື່ອຮັບປະກັນຜົນສໍາເລັດຂອງພາລະກິດແຫ່ງການປ່ຽນແປງໃໝ່ປະເທດຊາດເປັນປະເທດອຸດສາຫະກໍາ - ທັນສະໄໝ ຍ້ອນແນວນັ້ນ, ການກໍ່ສ້າງຊົນຊັ້ນດັ່ງກ່າວ ຈຶ່ງແມ່ນໜ້າທີ່ສໍາຄັນ ແລະ ຮີບດ່ວນຂອງພັກ, ລັດ ແລະ ຂອງທົ່ວລະບົບການເມືອງຂອງກໍາມະກອນແຕ່ລະຄົນ ແລະ ທົ່ວສັງຄົມ, ໃນນັ້ນ ອົງການຈັດຕັ້ງກໍາມະບານມີບົດບາດໜ້າທີ່ຮັບຜິດຊອບໃຫຍ່ຫຼວງທີ່ສຸດ”.

        ຕໍ່ໜ້າສະພາບການພາຍໃນປະເທດ, ພາກພື້ນ ແລະ ໃນໂລກ ມີການຜັນແປຢ່າງສັບສົນ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ  ໄດ້ຍົກອອກບາງບັນຫາມາປຶກສາຫາລື, ພິຈາລະນະຢູ່ກອງປະຊຸມໃຫຍ່, ລະອຽດຄື: ສຸມໃສ່ຍົກສູງຄວາມຮັບຮູ້, ຄຸນນະທາດການເມືອງໃຫ້ແກ່ກໍາມະກອນ, ພາລະກອນ, ຜູ້ອອກແຮງງານ; ເອົາໃຈໃສ່ ແລະ ປົກປ້ອງຜົນປະໂຫຍດອັນຊອບທໍາຂອງສະມາຊິກກໍາມະບານຢ່າງເປັນປະຈໍາ, ປະຕິບັດບົດບາດເປັນຜູ້ຕາງໜ້າໃນການປົກປ້ອງສິດ, ຜົນປະໂຫຍດທີ່ສອດຄ່ອງກັບກົດໝາຍຂອງສະມາຊິກກໍາມະບານ, ຊາວຜູ້ອອກແຮງງານ ໃຫ້ດີກວ່າອີກ; ສືບຕໍ່ປ່ຽນແປງໃໝ່, ຍົກສູງຄຸນນະພາບໃນການຈັດຕັ້ງວິທີການ ແລະ ປະສິດທິພາບການເຄື່ອນໄຫວຂອງກໍາມະບານໃຫ້ແທດເໝາະກັບຄວາມຮຽກຮ້ອງຕ້ອງການຂອງສະພາບການໃໝ່; ເຂົ້າຮ່ວມການກໍ່ສ້າງ, ປັບປຸງ, ປົກປັກຮັກສາພັກ ແລະ ລະບົບການເມືອງ,ຖືນີ້ແມ່ນຄວາມຮັບຜິດຊອບ ແລະ ຜົນປະໂຫຍດທາງດ້ານການເມືອງຂອງສະມາຊິກກໍາມະບານ, ກໍາມະກອນ, ພາລະກອນ, ຊາວຜູ້ອອກແຮງງານ ແລະ ອົງການຈັດຕັ້ງກໍາມະບານ.


ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄໍາເຫັນທີ່ກອງປະຊຸມໃຫຍ່  

(ພາບ: Son Tung/laodong.vn)

ເມື່ອຢັ້ງຢືນ ກອງປະຊຸມໃຫຍ່ກໍາມະບານຊຸດທີ 12 ແມ່ນເຫດການການເມືອງສໍາຄັນ ຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານ, ເປີດສາກໃຫ້ໄລຍະພັດທະນາໃໝ່ຂອງອົງການຈັດຕັ້ງກໍາມະບານ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ:

        “ຂ້າພະເຈົ້າເຊື່ອໝັ້ນ ແລະ ປາດຖະໜາວ່າ ພາຍຫຼັງກອງປະຊຸມໃຫຍ່ຄັ້ງນີ້ ຂະບວນການກໍາມະກອນ, ພະນັກງານ, ພາລະກອນ, ຊາວຜູ້ອອກແຮງງານ ແລະ ກໍາມະບານຫວຽດນາມ ຈະມີບາດກ້າວພັດທະນາໃໝ່ຢ່າງແຮງ, ມີຫົວຄິດປະດິດສ້າງກວ່າອີກ, ປະກອບສ່ວນຫຼາຍກວ່າອີກເຂົ້າໃນພາລະກິດແຫ່ງການປະຕິບັດບັນດາມະຕິກອງປະຊຸມໃຫຍ່ຂອງພັກຢ່າງມີໄຊ. ໂດຍແມ່ນຊົນຊັ້ນນໍາພາການປະຕິວັດ ໂດຍຜ່ານການນໍາໜ້າຂອງພັກກອມມູນິດຫວຽດນາມ, ແນ່ນອນວ່າຊົນຊັ້ນກໍາມະກອນ ຈະຍົກສູງຄຸນນະທາດການປະຕິວັດ, ນໍ້າໃຈນໍາໜ້າ, ເປັນກໍາລັງຫຼັກແຫຼ່ງ, ເສີມຂະຫຍາຍມູນເຊື້ອຮັກຊາດ, ສາມັກຄີ, ມີຫົວຄິດປະດິດສ້າງ, ປະກອບສ່ວນພ້ອມກັບພັກ, ທົ່ວກອງທັບ ແລະ ທົ່ວປວງຊົນທັງຂາດ ຮັກສາ ແລະ ເສີມຂະຫຍາຍບັນດາຜົນງານແຫ່ງການປະຕິວັດ, ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດໃຫ້ນັບມື້ນັບຮັ່ງມີ, ສີວິໄລ ແລະ ເຂັ້ມແຂງຍິ່ງໆຂຶ້ນ”.

 

        ພາຍຫຼັງວາລະປະຊຸມນີ້, ຕອນບ່າຍຂອງວັນດຽວກັນ, ກອງປະຊຸມໃຫຍ່ຈະດໍາເນີນການເລືອກຕັ້ງບຸກຄະລາກອນ ຄະນະບໍລິຫານງານ,  ຄະນະປະທານ, ປະທານ, ຮອງປະທານ, ຫົວໜ້າ, ຮອງຫົວໜ້າ ຄະນະກໍາມະການກວດກາ ສະຫະພັນໃຫຍ່ແຮງງານຫວຽດນາມ ຊຸດໃໝ່.

(​ແຫຼ່ງຄັດ​ຈາກ VOV)


ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top