• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະ​ຊຸມຄັ້ງ​ທີ 11 ໜ່ວຍ​ປະ​ຕິ​ບັດ​ງານ​ສະ​ພາ​ປະ​ສານ​ງານ ອາ​ຊຽນ ກ່ຽວ​ກັບ​ເລື່ອງ Timor Leste ຂໍ​ເຂົ້າ​ເປັນ​ສະ​ມາ​ຊິກ ອາ​ຊຽນ

ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວັກຢຸງ, ຫົວໜ້າ SOM ອາຊຽນ ຫວຽດນາມ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.
 (ພາບ: Minh Nhat)

ວັນທີ 29 ກໍລະກົດ, ໄດ້ຈັດໃຫ້ມີກອງປະຊຸມຄັ້ງທີ 11 ໜ່ວຍປະຕິບັດງານສະພາປະສານງານ ອາຊຽນ ກ່ຽວກັບເລື່ອງ Timor Leste ຂໍເຂົ້າເປັນສະມາຊິກ ອາຊຽນ. ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວັກຢຸງ, ຫົວໜ້າ SOM ອາຊຽນ ຫວຽດນາມ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.

  ກອງປະຊຸມສຸມໃສ່ກວດກາຄືນຄວາມຄືບໜ້າໃນການຜັນຂະຫຍາຍໃນທັງ 3 ເສົາຄ້ຳການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ ຂອງປະຊາຄົມອາຊຽນ ໃນການພິຈາລະນະ ກອງປະຊຸມຄັ້ງທີ 11 ໜ່ວຍປະຕິບັດງານສະພາປະສານງານ ອາຊຽນ ກ່ຽວກັບເລື່ອງ Timor Leste ຂໍເຂົ້າເປັນສະມາຊິກ ອາຊຽນ ແລະ ສະພາບການປະຕິບັດບັນດາໂຄງການໜູນຊ່ວຍຍົກສູງຄວາມສາມາດໃຫ້ແກ່ Timor Leste. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວັກຢຸງ ໄດ້ຊົມເຊີຍເລື່ອງສ້າງເອກະສານແນະນຳ ພ້ອມກັບບັນຊີລາຍຊື່ບັນດາການເຄື່ອນໄຫວຂອງ 3 ເສົາຄ້ຳສຳເລັດ, ເປັນພື້ນຖານໃຫ້ບັນດາອົງການຂະແໜງສະເພາະຂອງອາຊຽນ ຜັນຂະຫຍາຍບັນດາການເຄື່ອນໄຫວແທດຈິງ ໜູນຊ່ວຍຍົກສູງຄວາມສາມາດໃຫ້ແກ່ Timor Leste.  ທ່ານຍັງສະເໜີໃຫ້ບັນດາເສົາຄ້ຳປະຊາຄົມ ອາຊຽນ ພ້ອມກັບຄະນະເລຂາອາຊຽນ ຈົ່ງສືບຕໍ່ໜູນຊ່ວຍ Timor Leste ໃນການເຂົ້າຮ່ວມບັນດາການເຄື່ອນໄຫວທີ່ແນ່ນອນຂອງ ອາຊຽນ.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top