• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ສືບຕໍ່ເຮັດວຽກ

ຢູ່ນອກກອງປະຊຸມໃຫຍ່, ບັນດາຜູ້ແທນໄດ້ຕີລາຄາສູງເນື້ອໃນການກຳນົດທິດ ແລະ ເປົ້າໝາຍພັດທະນາປະເທດ ເຊິ່ງບົດລາຍງານທາງເມືອງໄດ້ວາງອອກຢູ່ກອງປະຊຸມໃຫຍ່.
ຜູ້ແທນ ເລດຶກທໍ້, ຄະນະຜູ້ແທນກຸ່ມວິສາຫະກິດສູນກາງ. (ພາບ: TTXVN)

ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ຕອນບ່າຍວັນທີ 26 ມັງກອນ, ບັນດາຜູ້ແທນສືບຕໍ່ປຶກສາຫາລືຢູ່ຕາມຄະນະກ່ຽວກັບເອກະສານກອງປະຊຸມໃຫຍ່. ຢູ່ນອກກອງປະຊຸມໃຫຍ່, ບັນດາຜູ້ແທນໄດ້ຕີລາຄາສູງເນື້ອໃນການກຳນົດທິດ ແລະ ເປົ້າໝາຍພັດທະນາປະເທດ ເຊິ່ງບົດລາຍງານທາງເມືອງໄດ້ວາງອອກຢູ່ກອງປະຊຸມໃຫຍ່. ຜູ້ແທນ ເລດຶກທໍ້, ຄະນະຜູ້ແທນກຸ່ມວິສາຫະກິດສູນກາງ, ຖືວ່າ.

        “ບັນດາເນື້ອໃນຂອງມະຕິທີ່ໄດ້ວາງອອກ ໄດ້ຫັນເປັນລະບອບລະບຽບການຢ່າງຈະແຈ້ງກວ່າ ໃນການກໍ່ສ້າງພັດທະນາເສດຖະກິດ ແມ່ນໜ້າທີ່ຈຸດສຸມ ແລະ ກໍ່ສ້າງພັກແມ່ນໜ້າທີ່ຫຼັກແຫຼ່ງ. ນີ້ແມ່ນທັດສະນະທີ່ຖືກຕ້ອງທີ່ສຸດ ແລະ ຮັບປະກັນໃຫ້ແກ່ການພັດທະນາຢ່າງວ່ອງໄວ ແລະ ໝັ້ນຄົງຂອງປະເທດຫວຽດນາມ ແລະ ການເຄື່ອນໄຫວໃນຂົງເຂດທະນາຄານ, ການເງິນ ເຊິ່ງແມ່ນຂົງເຂດເສດຖະກິດສັງລວມຂອງປະເທດຊາດ. ຈາກນັ້ນ, ກໍ່ເປັນພື້ນຖານເພື່ອຫັນບັນດານະໂຍບາຍກົດໝາຍໃຫ້ເປັນລະບອບລະບຽບການ ກໍຄືວິວັດທະນາການຈັດຕັ້ງ, ຜັນຂະຫຍາຍຢ່າງມີປະສິດທິຜົນ.”

        ບາງຄຳເຫັນກໍ່ໃຫ້ຂໍ້ສັງເກດວ່າ, ບົດລາຍງານການເມືອງມີຫຼາຍເນື້ອໃນກ່ຽວຂ້ອງເຖິງເລື່ອງຮັບປະກັນການພັດທະນາເສດຖະກິດ, ສັງຄົມຢ່າງວ່ອງໄວ, ໝັ້ນຄົງ, ສົມທົບກັບການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບຢ່າງແໜ້ນແຟ້ນ. ທ່ານນາງ ຮ່າທິເຮືອງ, ຄະນະຜູ້ແທນແຂວງ ແທັງຮ໊ວາ, ປາດຖະໜາວ່າ.

        “ຂ້າພະເຈົ້າຫວັງວ່າ, ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ 13 ບັນລຸຜົນສຳເລັດ, ຈະມີບັນດາລັດຖະນະໂຍບາຍພິເສດ, ເອົາໃຈໃສ່ເຖິງຊີວິດການເປັນຢູ່ຂອງຊາວເຜົ່າສ່ວນໜ້ອຍເວົ້າລວມ ແລະ ທົ່ວປະເທດເວົ້າສະເພາະ. ຂ້າພະເຈົ້າຄິດວ່າ, ໜ້າທີ່ຂອງຜູ້ແທນແຕ່ລະທ່ານທີ່ເຂົ້າຮ່ວມກອງປະຊຸມໃຫຍ່ ແມ່ນຕ້ອງຍົກສູງຈິດໃຈຄວາມຮັບຜິດຊອບ ແລະ ພິເສດ ພາຍຫຼັງກອງປະຊຸມໃຫຍ່ປະສົບຜົນສຳເລັດ ຈະຜັນຂະຫຍາຍມະຕິເຂົ້າສູ່ຊີວິດຕົວຈິງ.”

        ມີຜູ້ແທນຫຼາຍທ່ານມີຄວາມເຊື່ອໝັ້ນວ່າ, ດ້ວຍບັນດາລັດຖະນະໂຍບາຍທີ່ຖືກຕ້ອງຢູ່ກອງປະຊຸມໃຫຍ່ຄັ້ງນີ້, ປະເທດຫວຽດນາມ ຈະພັດທະນາຢ່າງໄວ, ຍືນຍົງກວ່າໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​​ການ​ຜັນ​ແປ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ ປິນ​ຂັ້ນ​ໄດ

ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​​ການ​ຜັນ​ແປ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ ປິນ​ຂັ້ນ​ໄດ

ຫວຽດນາມ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບັນດາການຜັນແປເຮັດໃຫ້ຄວາມເຄັ່ງຕຶງໃນປັດຈຸບັນຢູ່ພາກພື້ນຕາເວັນອອກກາງປີນຂັ້ນໄດ, ໂດຍສະເພາະແມ່ນບັນດາການກະທຳໃຊ້ອາວຸດ ລະເມີດກົດບັດ ສປຊ ແລະ ກໍ່ຜົນເສຍຫາຍຕໍ່ປະຊາຊົນ.

Top