• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງ ພັກປະຊາຊົນ ປະຕິວັດລາວ ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນສັງເກດຕີລາຄາ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ຕິດພັນກັບການປະເມີນ ຢ່າງກວມລວມ ການສ້າງບັນດາ ປະຖົມປັດໄຈ ໃຫ້ແກ່ການກ້າວຂຶ້ນສັງຄົມນິຍົມ ໃນໄລຍະທີ່ຜ່ານມາ; ຖອດຖອນບົດຮຽນ ອັນເປັນປະໂຫຍດ ແລະ ຕົກລົງແນວທາງ, ທິດທາງ, ໜ້າທີ່ລວມ, ແຜນນະໂຍບາຍໃຫຍ່ ແລະ ວາງທິດຊີ້ນໍາ ຕໍ່ແຜນພັດທະນາ ເສດຖະກິດ-ສັງຄົມ ຂອງຊາດໃນຕໍ່ໜ້າ ເພື່ອສືບຕໍ່ບູລະນະລະບອບ ປະຊາທິປະໄຕ ປະຊາຊົນ, ສ້າງບັນດາປະຖົມປັດໄຈ ໃຫ້ແກ່ການກ້າວເດີນ ສູ່ຈຸດໝາຍສັງຄົມນິຍົມ.
ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງ ພັກປະຊາຊົນ ປະຕິ ວັດລາວ ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ໃນຕອນເຊົ້າ ວັນທີ 13 ມັງກອນ 2021 ທີ່ນະຄອນ ຫລວງວຽງຈັນ (ພາບ: ຂປລ)

ຕາມສຳນັກຂ່າວສານ ຂປລ. ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງ ພັກປະຊາຊົນ ປະຕິ ວັດລາວ ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ໃນຕອນເຊົ້າ ວັນທີ 13 ມັງກອນ 2021 ທີ່ນະຄອນ ຫລວງວຽງຈັນ ໂດຍມີ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກ, ມີກຳມະການກົມ ການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກຳມະການສູນກາງພັກ, ນັກປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ ພ້ອມດ້ວຍບັນດາ ສະມາຊິກພັກສົມບູນ ຈຳນວນ 768 ສະຫາຍ, ຍິງ 116 ສະຫາຍ ທີ່ໄດ້ຖືກຄັດເລືອກ ໃຫ້ຕາງໜ້າອົງຄະນະພັກ ຂະແໜງການ, ອົງການ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ແລະ ແຂກຖືກເຊີນ ຈຳນວນ 147 ສະຫາຍ ທີ່ຕາງໜ້າໃຫ້ແກ່ພາກສ່ວນຕ່າງໆ ທັງພາກລັດ ແລະ ເອກະຊົນ ກໍຄື ປະຊາຊົນລາວ ບັນດາເຜົ່າເຂົ້າຮ່ວມ.

ສະຫາຍ ບຸນຍັງ ວໍລະຈິດ ກ່າວສູນທອນພົດ ໄຂກອງປະຊຸມ ຢ່າງເປັນທາງການ, ເຊິ່ງມີບາງຕອນສຳຄັນວ່າ: ເມື່ອຫວນເບິ່ງຄືນ ການນຳພາ-ຊີ້ນຳ ຂອງສູນກາງພັກ ໃນການຈັດ ຕັ້ງປະຕິບັດມະຕິ X ຂອງພັກ ຕະຫລອດໄລຍະ 5 ປີຜ່ານມາ ໃນທ່າມກາງສະພາບ ແວດລ້ອມສາກົນ ແລະ ພາກພື້ນມີການ ຜັນແປໄປຢ່າງໄວວາ ສັບສົນຄາດການໄດ້ຍາກ ແລະ ການແຜ່ລະບາດ ຢ່າງໜັກໜ່ວງຂອງພະຍາດ ໂຄວິດ-19 ເຊິ່ງເຕັມໄປດ້ວຍ ກາລະໂອກາດ ແລະ ສິ່ງທ້າທ້າຍນັ້ນ, ເຫັນວ່າຂະບວນການ ພັດທະນາສ້າງສາ ປະເທດຊາດ ໄດ້ມີບາດກ້າວຂະຫຍາຍຕົວຕໍ່ເນື່ອງ ແລະ ມີຜົນສໍາເລັດໃຫຍ່ຫລາຍດ້ານ: ຮັບປະກັນ ໃຫ້ປະເທດຊາດ ສືບຕໍ່ມີສະຖຽນລະພາບ ທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ, ຄວາມເປັນເອກະລາດ, ອໍານາດອະທິປະໄຕ ແລະ ໝາກຜົນຂອງການປະຕິວັດ ໄດ້ຮັບການປົກປ້ອງຢ່າງເຂັ້ມແຂງ, ເຖິງວ່າມີຄວາມ ຫຍຸ້ງຍາກທາງ ດ້ານການເງິນ-ເງິນຕາ, ບັນຫາໜີ້ສິນ ແລະ ໄດ້ຖືກຜົນກະທົບ ຢ່າງໜັກໜ່ວງ ຈາກການແຜ່ລະບາດ ຂອງພະຍາດ ໂຄວິດ-19, ແຕ່ພວກ ເຮົາຍັງສາມາດຢັບຢັ້ງ ບໍ່ໃຫ້ເກີດເຫດການ ຫົດຖອຍຮ້າຍແຮງ ຕໍ່ເສດຖະກິດ-ສັງຄົມ; ຄຸນນະພາບຊີວິດ ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງ ແລະ ຍົກລະດັບດີ ຂຶ້ນເປັນກ້າວໆ, ຄວາມທຸກຍາກໄດ້ຮັບ ການແກ້ໄຂ ແລະ ບັນລຸໄດ້ຕາມຄາດໝາຍທີ່ວາງໄວ້; ແນວທາງປ້ອງກັນ ຊາດ-ປ້ອງກັນ ຄວາມສະຫງົບ ທົ່ວປວງຊົນຮອບດ້ານ ສືບຕໍ່ໄດ້ຮັບການຈັດຕັ້ງ ປະຕິບັດຢ່າງຕັ້ງໜ້າ, ກໍາລັງປະກອບອາວຸດ ກໍໄດ້ຮັບການປັບປຸງກໍ່ສ້າງ ກາຍເປັນກໍາລັງທີ່ມີ ຄວາມໜັກ ແໜ້ນທາງດ້ານ ການເມືອງ-ແນວຄິດ ແລະ ມີແບບແຜນທັນສະໄໝ; ບັນດາອົງການອໍານາດລັດ ໄດ້ຮັບການປັບປຸງ ທາງດ້ານການຈັດຕັ້ງ, ຍົກລະດັບຄຸນນະພາບ ການເຄື່ອນໄຫວ ຕາມທິດ ປົກຄອງດ້ວຍກົດໝາຍ; ອົງການແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ໄດ້ຕັ້ງໜ້າປະຕິບັດ ພາລະບົດບາດຂອງຕົນ ຢ່າງເປັນເຈົ້າການ, ການພົວພັນຮ່ວມມື ກັບບັນດາປະເທດ ເພື່ອນມິດຍຸດທະສາດ ແລະ ເພື່ອນມິດສາກົນ ໄດ້ຂະຫຍາຍຕົວ ສູ່ລະດັບສູງໃໝ່, ບົດບາດອິດທິພົນຂອງພັກ ແລະ ລັດເຮົາ ໄດ້ຮັບການເຊີດຊູ ໃຫ້ສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ, ການກໍ່ສ້າງພັກ-ພະນັກງານ ໄດ້ຮັບການເອົາໃຈໃສ່ປັບປຸງ ແລະ ຍົກລະດັບຂຶ້ນ ຢ່າງຕໍ່ເນື່ອງຕາມທິດ ສ້າງພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ແນໃສ່ສ້າງການຫັນປ່ຽນ ທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ.

ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ໃນຄັ້ງນີ້ ຈະດຳເນີນໄປ ເປັນເວລາ 3 ວັນ ແຕ່ວັນທີ 13-15 ມັງກອນ 2021.(ພາບ: ຂປລ)

ຕະຫລອດໄລຍະໜຶ່ງ ສະໄໝຜ່ານມາ, ເຖິງວ່າພັກ ແລະ ລັດເຮົາ ໄດ້ສຸມໃສ່ນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດມະຕິ X ຂອງພັກ ດ້ວຍຄວາມບຸກບືນ ສູ້ຊົນສູງປານໃດກໍຕາມ, ແຕ່ພວກເຮົາຍັງ ມີຂໍ້ຄົງຄ້າງຈໍານວນໜຶ່ງ ທີ່ທ້າທາຍຕໍ່ບົດບາດ ການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ ເຊິ່ງບັນຫາໃຫຍ່ ກໍຍັງແມ່ນບັນຫາທີ່ພວກເຮົາ ໄດ້ຕີລາຄາຢ່າງກົງໄປກົງມາ ກ່ອນໜ້ານີ້ແລ້ວ. ທັງໝົດເຫລົ່ານັ້ນ, ລ້ວນແຕ່ຊີ້ບອກເຖິງ ສະພາວະຄວາມເປັນຈິງ ທາງດ້ານ ການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສ້າງພັກ-ພະນັກງານ ທີ່ຮຽກຮ້ອງໃຫ້ພວກເຮົາ ຕ້ອງກໍາ ແໜ້ນ ແລະ ພິຈາລະນາ ຢ່າງເປັນລະບົບ, ຄົບຖ້ວນ, ພາວະວິໄສ ເພື່ອເປັນພື້ນຖານ ໃນການວາງທິດທາງໜ້າທີ່ ໃນພາລະກິດປົກປັກຮັກສາ ແລະ ສ້າງສາ ປະເທດຊາດ ຂອງພວກເຮົາ ໃນຊຸມປີຕໍ່ໜ້ານີ້ ໃຫ້ມີການຫັນປ່ຽນໄປສູ່ລວງເລິກ ໄດ້ຢ່າງແທ້ຈິງ.

ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນສັງເກດຕີລາຄາ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ຕິດພັນກັບການປະເມີນ ຢ່າງກວມລວມ ການສ້າງບັນດາ ປະຖົມປັດໄຈ ໃຫ້ແກ່ການກ້າວຂຶ້ນສັງຄົມນິຍົມ ໃນໄລຍະທີ່ຜ່ານມາ; ຖອດຖອນບົດຮຽນ ອັນເປັນປະໂຫຍດ ແລະ ຕົກລົງແນວທາງ, ທິດທາງ, ໜ້າທີ່ລວມ, ແຜນນະໂຍບາຍໃຫຍ່ ແລະ ວາງທິດຊີ້ນໍາ ຕໍ່ແຜນພັດທະນາ ເສດຖະກິດ-ສັງຄົມ ຂອງຊາດໃນຕໍ່ໜ້າ ເພື່ອສືບຕໍ່ບູລະນະລະບອບ ປະຊາທິປະໄຕ ປະຊາຊົນ, ສ້າງບັນດາປະຖົມປັດໄຈ ໃຫ້ແກ່ການກ້າວເດີນ ສູ່ຈຸດໝາຍສັງຄົມນິຍົມ. ພ້ອມນີ້, ກອງປະຊຸມຍັງຈະໄດ້ ພິຈາລະນາ ແລະ ຮັບຮອງເອົາຮ່າງ ກົດລະບຽບສະບັບປັບປຸງ ແນໃສ່ສ້າງພັກເຮົາໃຫ້ ນັບມື້ເຕີບໃຫຍ່ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ກ້າວຂຶ້ນເຮັດຫລ້ອນ ພາລະກໍາ ປະຫວັດສາດ ອັນມີກຽດສະຫງ່າ ຂອງຕົນໃນໄລຍະໃໝ່ ແລະ ຈະໄດ້ສໍາຫລວດ ຕີລາຄາການນໍາພາ ຂອງຄະນະບໍລິຫານງານ ສູນກາງພັກ ສະໄໝທີ X ແລະ ດໍາເນີນການເລືອກຕັ້ງ ຄະນະບໍລິຫານ ງານສູນກາງພັກ ສະໄໝທີ XI ທີ່ສະແດງອອກເຖິງ ຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວ ຂອງພັກ, ຮັບປະກັນ ລັກສະນະສືບທອດ ແລະ ເຮັດໃຫ້ຖັນແຖວການ ນໍາຂັ້ນສູງຂອງພັກເຮົາ ນັບມື້ນັບໜຸ່ມແໜ້ນ ປ່ຽມລົ້ນໄປດ້ວຍສະຕິປັນຍາ ໂດຍຄັດເລືອກເອົາ ບັນດາ ສະຫາຍ ທີ່ມີມາດຖານ ແລະ ເງື່ອນໄຂຄົບຖ້ວນ ເພື່ອແບກຫາບພາລະໜ້າ ທີ່ອັນໜັກໜ່ວງທີ່ພັກ ແລະ ປະເທດຊາດ ໄດ້ມອບໝາຍໃຫ້.

ໂອກາດນີ້, ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຫວັງວ່າ ບັນດາສະຫາຍ ຜູ້ແທນກອງປະຊຸມໃຫຍ່ ຈະເຊີດຊູຄວາມຮັບ ຜິດຊອບໃຫ້ສູງຂຶ້ນ, ເສີມຂະຫຍາຍປະຊາ ທິປະໄຕຢ່າງແຂງແຮງ, ສຸມຈິດສຸມໃຈ, ສະຕິປັນຍາ ແລະ ເຫື່ອແຮງເຂົ້າໃສ່ການຄົ້ນຄວ້າ, ຄິດຫງຳ ແລະ ປະກອບຄວາມເຫັນ ຢ່າງມີຄຸນນະພາບສູງ, ຕົກລົງບັນຫາຢ່າງຖືກຕ້ອງ ດ້ວຍຈິດໃຈປະຕິວັດບຸກ ເຮັດໃຫ້ກອງປະຊຸມ ພວກເຮົາບັນລຸຜົນສຳເລັດ ຕາມຈຸດປະສົງຄາດໝາຍ ຢ່າງສະຫງ່າງາມ.

ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ໃນຄັ້ງນີ້ ຈະດຳເນີນໄປ ເປັນເວລາ 3 ວັນ ແຕ່ວັນທີ 13-15 ມັງກອນ 2021.

(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ.

Top