• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມໃຫຍ່ທົ່ວປະເທດຂອງພັກປະຊາທິປະໄຕຢູ່ອາເມລິກາຖືກໂຈະໄວ້ຍ້ອນໂລກລະບາດໂຄວິດ-19

      ພັກປະຊາທິປະໄຕຢູ່ອາເມລິກາ ໄດ້ຕົກລົງໂຈະກອງປະຊຸມໃຫຍ່ທົ່ວປະເທດ
ເພື່ອແນໃສ່ປ່ອນບັດເລືອກຕັ້ງເອົາຜູ້ສະໝັກເລືອກຕັ້ງຢ່າງເປັນທາງການ ລົງຫາສຽງເລືອກຕັ້ງ ປະທານາທິບໍດີ ຍ້ອນໂລກລະບາດໂຄວິດ-19 ພວມຜັນແປໄປຢ່າງສັບສົນ.
      
        ຕາມແຜນການໃນເບື້ອງຕົ້ນແລ້ວ, ກອງປະຊຸມໃຫຍ່ທົ່ວປະເທດຂອງພັກປະຊາທິປະໄຕຢູ່ອາເມລິກາ ຈະດຳເນີນໃນກາງເດືອນ ກໍລະກົດ, ເຖິງຢ່າງໃດກໍ່ຕາມ, ຍ້ອນສະພາບໂລກລະບາດໂຄວິດ-19 ພວມຜັນແປໄປຢ່າງສັບສົນ ສະນັ້ນ, ເຫດການນີ້ຈະໄດ້ເລີ່ມແຕ່ວັນທີ 17 ສິງຫາ ຢູ່ລັດ Wisconsin. ທ່ານປະທານາທິບໍດີອາເມລິກາ Donald trump ແລະ ທ່ານປະທານຄະນະກຳມະການແຫ່ງຊາດ ສາທາລະນະ Ronna McDaniel ໄດ້ຢັ້ງຢືນວ່າຈະບໍ່ປ່ຽນແປງແຜນການຈັດກອງປະຊຸມໃຫຍ່ພັກສາທາລະນະ.
        ໂລກລະບາດໂຄວິດ-19 ພວມສົ່ງຜົນສະທ້ອນເຖິງທຸກດ້ານ ລວມທັງການເລືອກຕັ້ງໃນເບື້ອງຕົ້ນຢູ່ອາເມລິກາ. ມີຫຼາຍລັດໄດ້ໂຈະ ແລະ ປ່ຽນແປງວິທີການປ່ອນບັດ ແທນທີ່ຮຽກຮ້ອງໃຫ້ປະຊາຊົນໄປສະຖານທີ່ປ່ອນບັດ ເພື່ອແນໃສ່ສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ-19.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top