• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມອອນລາຍກຸ່ມປະຕິບັດງານຂຶ້ນກັບສະພາປະສານງານ ອາຊຽນ

      ວັນທີ 31 ມີນາ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວກຢຸງ, ຫົວໜ້າ SOM ອາຊຽນ ຫວຽດນາມ, ປະທານກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ ອາຊຽນ (SOM), ເປັນປະທານກອງປະຊຸມອອນລາຍຄັ້ງທຳອິດຂອງກຸ່ມປະຕິບັດງານລະຫວ່າງຂະແໜງ ຂຶ້ນກັບສະພາປະສານງານ ອາຊຽນ ກ່ຽວກັບການຮັບມືຕໍ່ບັນດາກໍລະນີໂລກລະບາດ.

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວກຢຸງ (ພາບ: baoquocte.vn)
      ກຸ່ມປະຕິບັດງານໄດ້ຮັບການສ້າງຕັ້ງຕາມຂໍ້ສະເໜີຂອງ ຫວຽດນາມ, ປະທານ ອາຊຽນ ແນໃສ່ຊຸກຍູ້ສົມທົບກັນຢ່າງຄົບຊຸດ, ລະຫວ່າງຂະແໜງການຂອງທົ່ວປະຊາຄົມ ອາຊຽນ ຮັບມືຕໍ່ບັນດາການຜັນແປຢ່າງສັບສົນຂອງໂລກລະບາດ Covid-19.
        ທີ່ກອງປະຊຸມ, ບັນດາປະເທດ ອາຊຽນ ໄດ້ເຫັນດີເປັນເອກະພາບ ຈະສືບຕໍ່ຍູ້ແຮງການແລກປ່ຽນຂໍ້ມູນ, ບົດຮຽນໃນ ອາຊຽນ ກໍ່ຄືກັບບັນດາຄູ່ຮ່ວມມືໃນການປ້ອງກັນ, ສະກັດກັ້ນ, ຄວບຄຸມການຕິດແປດ ແລະ ປິ່ວປົວບັນດາກໍລະນີຕິດເຊື້ອ, ຮ່ວມມື, ຮັບປະກັນຄວາມປອດໄພໃຫ້ແກ່ແພດໝໍຕ້ານໂລກລະບາດ…
        ກອງປະຊຸມກໍ່ເຫັນດີເປັນເອກະພາບ ຈະຍື່ນສະເໜີບັນດາຂໍ້ສະເໜີແນະກ່ຽວກັບທິດທາງການຮ່ວມມືປ້ອງກັນ, ສະກັດກັ້ນໂລກລະບາດ Covid-19 ເຖິງສະພາປະສານງານ ອາຊຽນ (ACC) ເພື່ອປະກອບຄຳເຫັນຊີ້ນຳຂອງບັນດາລັດຖະມົນຕີ ກ່ອນທີ່ລາຍງານຕໍ່ການນຳຂັ້ນສູງ ອາຊຽນ. ບັນດາປະເທດກໍ່ເຫັນດີເປັນເອກະພາບ ຈະຈັດຕັ້ງກອງປະຊຸມອອນລາຍຂັ້ນສູງ ອາຊຽນ ກ່ຽວກັບການປ້ອງກັນ, ສະກັດກັ້ນ Covid-19 ໃນຕົ້ນເດືອນ ເມສາ 2020.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top