• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສູນກາງພັກ ຄັ້ງທີ 11: ສ້າງທ່ວງທ່າສໍາຄັນໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ

      ບັນດາພະນັກງານ, ສະມາຊິກພັກ ແລະ ທົ່ວປວງຊົນຫວຽດນາມ ຕັ້ງຄວາມຫວັງວ່າ ໝາກຜົນຂອງກອງປະຊຸມຄັ້ງທີ 11 ຂອງ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຊຸດທີ 12  ແມ່ນບາດກ້າວສ້າງທ່ວງທ່າສໍາຄັນໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 13 ຂອງພັກ ເຊິ່ງຈະຈັດຂຶ້ນໃນຕົ້ນປີ 2021.

ກອງປະຊຸມຄັ້ງທີ 11 ຂອງ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຊຸດທີ 12
      ທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນຈ້ອງຟຸກ, ອະດີດຫົວໜ້າສະຖາບັນປະຫວັດສາດພັກ, ສັງກັດສະຖາບັນການເມືອງ ແຫ່ງຊາດໂຮ່ຈີມິນ ໄດ້ມີຄວາມສົນໃຈເປັນພິເສດເຖິງເລື່ອງ ສູນກາງພັກປຶກສາຫາລືກ່ຽວກັບການສະຫຼຸບໄລຍະ 10 ປີ ແຫ່ງການປະຕິບັດ ໂຄງການດໍາເນີນງານ ກໍ່ສ້າງປະເທດຊາດໃນໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ. ສ່ວນພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ຖືວ່າ: ບັນດາເອກະສານທີ່ຍື່ນສະເໜີຕໍ່ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ຕ້ອງສືບຕໍ່ສະແດງໃຫ້ເຫັນຄວາມເອົາໃຈໃສ່, ເບິ່ງແຍງວຽກງານກໍ່ສ້າງພັກ ແລະ ລະບົບການເມືອງໃຫ້ໂປ່ງໃສ, ໝັ້ນຄົງ, ເຂັ້ມແຂງ, ຍົກສູງກໍາລັງຄວາມສາມາດນໍາພາ ແລະ ກໍາລັງຕໍ່ສູ້ຂອງພັກ, ຍົກສູງປະສິດທິຜົົນການເຄື່ອນໄຫວຂອງບັນດາອົງການແຫ່ງລັດ ແລະ ທັງລະບົບການເມືອງ; ເສີມຂະຫຍາຍກໍາລັງແຮງຂອງກຸ່ມກ້ອນສາມັກຄີທົ່ວປວງຊົນທັງຊາດ. ທ່ານ ໂດ໊ຢຸຍເທື່ອງ, ກໍາມະການຄະນະປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ, ສະເໜີວ່າ:
        “ຕ້ອງສືບຕໍ່ຫັນສິດປະຊາທິປະໄຕ, ສິດປະຊາທິປະໄຕຕາງໜ້າ ເປັນລະບອບລະບຽບການ ເພື່ອເສີມຂະຫຍາຍກໍາລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ແລະ ກໍາລັງແຮງຂອງສິດເປັນເຈົ້າຂອງປະຊາຊົນ. ຮ່າງເອກະສານຄັ້ງນີ້ ຄວນເນັ້ນໜັກເຖິງເລື່ອງຫັນກົນໄກກ່ຽວກັບປະຊາທິປະໄຕໂດຍກົງຂອງປະຊາຊົນ ເປັນລະອຽດ, ໂດຍສະເພາະແມ່ນເຮັດແນວໃດເພື່ອສືບຕໍ່ຜັນຂະຫຍາຍປະຕິບັດລະບຽບການປະຊາທິປະໄຕຢູ່ຂັ້ນຮາກຖານຢ່າງເປັນລະອຽດ”.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top