• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສະໄໝສາມັນຄັ້ງທີ 37 ຂອງຄະນະປະຈໍາສະພາແຫ່ງຊາດ ສືບຕໍ່ເຮັດວຽກ

      ຕອນບ່າຍວັນທີ 14 ກັນຍາ, ໃນກອງປະຊຸມຄັ້ງທີ 37, ຄະນະປະຈໍາສະພາແຫ່ງຊາດ ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍສະບັບປັບປຸງ ແລະ ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ. 

ກອງປະຊຸມສະໄໝສາມັນຄັ້ງທີ 37 ຂອງຄະນະປະຈໍາສະພາແຫ່ງຊາດ ສືບຕໍ່ເຮັດວຽກ (ພາບ: quochoi.vn)
      ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບການປັບປຸງ, ເພີ່ມເຕີມ 11 ມາດຕາໃນຈໍານວນ 102 ມາດຕາຂອງກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດສະບັບພວມນໍາໃຊ້ໃນປັດຈຸບັນ. ເລື່ອງປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍສະບັບດັ່ງກ່າວ ແມ່ນເພື່ອແນໃສ່ຫັນມະຕິເປັນລະບອບລະບຽບການຄືມະຕິເລກທີ 18 - ມຕ/ສກ ລົງວັນທີ 25/10/2018 ຂອງຄະນະບໍລິຫານງານສູນກາງພັກ (ຊຸດທີ 12) ວ່າດ້ວຍບາງບັນຫາກ່ຽວກັບການສືບຕໍ່ປ່ຽນແປງໃໝ່, ສັບຊ້ອນກົງຈັກການຈັດຕັ້ງລະບົບການເມືອງໃຫ້ກະທັດຮັດ, ເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນ ແລະ ມະຕິ ເລກທີ 56/2017/ສພ 14 ລົງວັນທີ 24 ພະຈິກ 2017 ຂອງສະພາແຫ່ງຊາດວ່າດ້ວຍການສືບຕໍ່ປະຕິຮູບກົງຈັກບໍລິຫານລັດຢ່າງກະທັດຮັດ, ເຄື່ອນໄຫວຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ບັນດາບັນຫາກ່ຽວຂ້ອງລວມມີ ການເພີ່ມຈໍານວນສະມາຊິກສະພາແຫ່ງຊາດສະເພາະກິດ, ຫຼຸດຜ່ອນຈໍານວນສະມາຊິກສະພາແຫ່ງຊາດຄວບຕໍາແໜ່ງຢູ່ບັນດາອົງການປະຕິບັດກົດໝາຍລົງໃຫ້ເໝາະສົມ; ກໍານົດຈໍານວນດ້ວຍອັດຕາທີ່ເໝາະສົມ ລະຫວ່າງ ການນໍາ, ກໍາມະການຜູ້ປະຈໍາການ, ກໍາມະການສະເພາະກິດຂອງສະພາຊົນເຜົ່າ, ກໍາມາທິການຂອງສະພາແຫ່ງຊາດ ຕາມທິດຫຼຸດຜ່ອນຈໍານວນຂັ້ນຮອງ ແລະ ກໍາມະການຜູ້ປະຈໍາການ; ສັບຊ້ອນ, ສ້າງໂຄງປະກອບການຈັດຕັ້ງພາຍໃນຂອງຫ້ອງວ່າການສະພາແຫ່ງຊາດຄືນໃໝ່ຕາມທິດກະທັດຮັດ, ເຄື່ອນໄຫວຢ່າງມີປະສິດທິຜົນ. 
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top