• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມວົງແຄບ ADMM: ອອກຖະແຫຼງການຮ່ວມ ວ່າດ້ວຍການຮ່ວມມືປ້ອງກັນ ແລະ ຕ້ານໂລກລະບາດCovid – 19

      ທີ່ກອງປະຊຸມວົງແຄບ ADMM ຄັ້ງນີ້, ບັນດາປະເທດ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ  ຮັບມືກັບໄພນາບຂູ່ຄວາມໝັ້ນຄົງແບບໃໝ່ໃນໄລຍະເກີດໂລກລະບາດ Covid – 19. 

ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເປັນປະທານກອງປະຊຸມຄົບຄະນະ
      ໂດຍປະຕິບັດໂຄງການ ປີ ເປັນປະທານອາຊຽນ 2020, ຕອນເຊົ້າວັນທີ 19 ກຸມພາ, ຢູ່ຮ່າໂນ້ຍ, ກອງປະຊຸມວົງແຄບລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ປີ  2020 (ADMM ວົງແຄບ) ໄດ້ໄຂກອງປະຊຸມຄົບຄະນະ ພາຍໃຕ້ການເປັນປະທານຂອງທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ຫົວໜ້າຄະນະຜູ້ແທນຫວຽດນາມ. ເຂົ້າຮ່ວມກອງປະຊຸມດັ່ງກ່າວ ຍັງມີລັດຖະມົນຕີ, ຫົວໜ້າຄະນະຜູ້ແທນບັນດາປະເທດ ອາຊຽນ ແລະ ທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi.
        ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂງຊວັນລິກ ເນັ້ນໜັກວ່າ:
        ນີ້ແມ່ນກອງປະຊຸມຂັ້ນສູງທໍາອິດໃນປີ 2020, ກອງປະຊຸມວົງແຄບ ADMM ຄັ້ງນີ້ ມີບົດບາດສໍາຄັນທີ່ສຸດໃນການກໍານົດທິດການຮ່ວມມືໃຫ້ແກ່ ອາຊຽນ ໃນປີ 2020, ກະກຽມຂັ້ນຕອນເບື້ອງຕົ້ນໃຫ້ແກ່ກອງປະຊຸມ ADMM, ADMM + ເຊິ່ງຈະຈັດຂຶ້ນໃນທ້າຍປີ 2020 ນີ້. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ກໍໄດ້ແລກປ່ຽນຢ່າງກົງໄປກົງມາ, ມີລັກສະນະສ້າງສັນກ່ຽວກັບບັນດາສິ່ງທ້າທາຍຄວາມໝັ້ນຄົງ ເຊິ່ງ ໂລກ, ພາກພື້ນ ພິເສດແມ່ນ ອາຊຽນ ພວມຕ້ອງປະເຊີນໜ້າ. ພວກເຮົາກໍຕີລາຄາກ່ຽວກັບກົນໄກຮ່ວມມື ADMM, ADMM + ພ້ອມທັງປຶກສາຫາລືເປັນເອກະພາບກັນກ່ຽວກັບບາງການກໍານົດທິດ ແລະ ເນື້ອໃນຮ່ວມມື”.
        ຕໍ່ໜ້າສະພາບການຂອງເຊື້ອພະຍາດ Covid – 19 ໄດ້ແຜ່ລະບາດໄດ້ສູ່ໂລກ ແລະ ພາກພື້ນນັ້ນ, ທ່ານ ໂງຊວັນລິກ ເນັ້ນໜັກວ່າ ດ້ວຍບົດບາດເປັນປະທານຄະນະຜູ້ອໍານວຍການສູນເສນາຮັກ ອາຊຽນ ໃນປີ 2020, ຫວຽດນາມ ສະເໜີໃຫ້ບັນດາປະເທດສະມາຊິກ ຄົ້ນຄວ້າ ແລ້ວຈັດຕັ້ງການຝຶກແອບກ່ຽວກັບການແກ້ໄຂ ແລະ ຮັບມືກັບເຊື້ອພະຍາດຕິດຕໍ່ໃນປີ 2020.
        ທີ່ກອງປະຊຸມວົງແຄບ ADMM ຄັ້ງນີ້, ບັນດາປະເທດ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ  ຮັບມືກັບໄພນາບຂູ່ຄວາມໝັ້ນຄົງແບບໃໝ່ໃນໄລຍະເກີດໂລກລະບາດ Covid – 19. ຖະແຫຼງການຮ່ວມສະບັບດັ່ງກ່າວ ໄດ້ຢັ້ງຢືນ ຈະເພີ່ມທະວີການຮ່ວມມື, ສົມທົບ, ສາມັກຄີກັນໃນບັນດານະໂຍບາຍ, ຍຸດທະສາດ ແລະ ລາຍການຮັບມືກັບໂລກລະບາດຂອງ ອາຊຽນ.
 (ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top