• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມປຶກສາຫາລືການເມືອງຫວຽດນາມ-ສິງກະໂປຄັ້ງທີ 12

ໂດຍປະຕິບັດຕາມຂໍ້ຕົກລົງລະຫວ່າງກະຊວງການຕ່າງປະເທດຂອງ 2 ປະເທດ , ວັນທີ 14 ສິງຫາ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກ໋ວກຢຸ້ງ ແລະ ທ່ານເລຂາຜູ້ປະຈຳການກະຊວງການຕ່າງປະເທດສິງກະໂປ ຈີວີກົງ ເປັນປະທານຮ່ວມ ກອງປະຊຸມປຶກສາຫາລືການເມືອງຫວຽດນາມ-ສິງກະໂປຄັ້ງທີ 12 ຊຶ່ງຈັດຂຶ້ນຢູ່ສິງກະໂປ. 

ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກ໋ວກຢຸ້ງ ແລະ ທ່ານລັດຖະມົນຕີການຕ່າງປະເທດສິງກະໂປ Vivian Balakrishnan

2 ຝ່າຍໄດ້ເຫັນດີພ້ອມກັນມານະພະຍາຍາມນຳສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປສືບຕໍ່ເຂົ້າສູ່ລວງເລິກບົນພື້ນຖານເພີ່ມທະວີການເຊື່ອມຕໍ່ລະຫວ່າງ 2 ພື້ນຖານເສດຖະກິດ, ຕັ້ງໜ້າປະກອບສ່ວນເຂົ້າໃນການປັບປຸງຄວາມສາມັກຄີ ແລະ ບົດບາດເປັນໃຈກາງຂອງອາຊຽນ, ເພີ່ມທະວີການສົມທົບໃນບັນດາບັນຫາຍຸດທະສາດ.

    2 ຝ່າຍເຫັນດີຕໍ່ບັນດາມາດຕະການລະອຽດແນໃສ່ຍົກສູງປະສິດທິຜົນການຮ່ວມມືລະຫວ່າງ 2 ປະເທດໃນໄລຍະທີ່ຈະມາເຖິງ, ໃນນັ້ນມີການສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະ ຂັ້ນຕ່າງໆ

      ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກ໋ວກຢຸ້ງ ສະເໜີ 2 ຝ່າຍສ້າງເງື່ອນໄຂສະດວກກວ່າອີກເພື່ອໃຫ້ສິນຄ້າຂອງ 2 ປະເທດແຊກຊຶມຕະຫຼາດຂອງກັນ, ພ້ອມທັງຜັນຂະຫຍາຍບັນດາຄຳໝັ້ນໝາຍໃນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP).

     ກ່ຽວກັບບັນຫາທະເລຕາເວັນອອກ,  2 ຝ່າຍສືບຕໍ່ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ປອດໄພ ແລະ ສິດເສລີໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກ. ຕ້ອງລະງັບໃຈ, ບໍ່ນຳໃຊ້ອາວຸດຫຼືນາມຂູ່ນຳໃຊ້ອາວຸດ, ແກ້ໄຂການຂັດແຍ້ງດ້ວຍມາດຕະການໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ພ້ອມກັບບັນດາຝ່າຍທີ່ກ່ຽວຂ້ອງປະຕິບັດຕາມຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ ທະເລຕາເວັນອອກ (DOC), ເພີ່ມທະວີບັນດາມາດຕະການສ້າງຄວາມເຊື່ອໝັ້ນຕໍ່ກັນ ແລະ ການທູດເພື່ອສະກັດກັ້ນ, ກ້າວໄປສູ່ການສ້າງປະມວນຂໍ້ກຳນົດກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ ທະເລຕາເວັນອອກ (COC) ໂດຍໄວ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top