• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງບັນຊາການທະຫານຊາຍແດນຫວຽດນາມ ມອບວັດຖຸອຸປະກອນການແພດປ້ອງກັນ, ຕ້ານໂລກລະບາດໃຫ້ແກ່ລາວ, ກຳປູເຈຍ

ທະຫານປ້ອງກັນຊາຍແດນຫວຽດນາມ ໄດ້ມອບຜ້າອັດປາກ-ອັດດັງ 150.000 ອັນ, ຊຸດປ້ອງກັນເຊື້ອພະຍາດ 9.000 ຊຸດໃຫ້ແກ່ກົມທະຫານປ້ອງກັນຊາຍແດນ, ກອງທັບປະຊາຊົນລາວ.
ມອບ-ຮັບວັດຖຸອຸປະກອນການແພດໃຫ້ແກ່ບັນດາກຳລັງທີ່ມີໜ້າທີ່ຂອງກຳປູເຈຍ. (ພາບ: thanhnien.vn)

ວັນທີ 11 ພຶດສະພາ, ຢູ່ດ່ານຊາຍແດນ ເກົ່າແຈວ, ແຂວງ ຮ່າຕິ້ງ, ທະຫານປ້ອງກັນຊາຍແດນຫວຽດນາມ ໄດ້ມອບຜ້າອັດປາກ-ອັດດັງ 150.000 ອັນ, ຊຸດປ້ອງກັນເຊື້ອພະຍາດ 9.000 ຊຸດໃຫ້ແກ່ກົມທະຫານປ້ອງກັນຊາຍແດນ, ກອງທັບປະຊາຊົນລາວ. ຜູ້ຕາງໜ້າຝ່າຍລາວ ໄດ້ຂອບໃຈຕໍ່ຄວາມເອົາໃຈໃສ່, ການຊ່ວຍເຫຼືອຂອງຫວຽດນາມ ໃນການປ້ອງກັນ, ຕ້ານໂລກລະບາດ.

        ສ່ວນຢູ່ດ່ານຊາຍແດນ ມົກບ່າຍ, ແຂວງ ໄຕນິງ, ທະຫານປ້ອງກັນຊາຍແດນແຂວງ ໄຕນິງ ໄດ້ມອບຜ້າອັດປາກ-ອັດດັງ 200.000 ອັນ, ຊຸດປ້ອງກັນເຊື້ອພະຍາດ 120.000 ຊຸດໃຫ້ແກ່ບັນດາກຳລັງທີ່ມີໜ້າທີ່ຂອງກຳປູເຈຍ ເພື່ອປ້ອງກັນ, ຕ້ານໂລກລະບາດ. ນອກນັ້ນ, ທະຫານປ້ອງກັນຊາຍແດນຫວຽດນາມ ຍັງໜູນຊ່ວຍຜ້າອັດປາກ-ອັດດັງ 20 ຫີບ ແລະ ທັນຍາຫານໃຫ້ພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສຢູ່ກຳປູເຈຍ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ທີ່​ສຸດ​ຂອງ ບ​ຣາ​ຊິນ ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ທີ່​ສຸດ​ຂອງ ບ​ຣາ​ຊິນ ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

“ດ້ວຍອິດທິພົນ” ຢູ່ ຊີກໂລກໃຕ້, ບຣາຊິນ ແລະ ຫວຽດນາມ ຈະສືບຕໍ່ຮ່ວມມືກັນໂດຍອີງໃສ່ບັນດາຄຸນຄ່າລວມກ່ຽວກັບສັນຕິພາບ, ມິດຕະພາບ ແລະ ເຄົາລົບເຊິ່ງກັນແລະກັນ.

Top