• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WHO ກ່າວເຕືອນໄລຍະເປັນອັນຕະລາຍຍ້ອນເຊື້ອໄວຣັດປ່ຽນພັນ Delta

      ຜູ້ອຳນວຍການໃຫຫຍ່ອົງການອະນາໄມໂລກ (WHO) Tedros Adhanom Ghebreyesus ຖະແຫຼງວ່າໂລກພວມຢູ່ໃນໄລຍະເປັນອັນຕະລາຍທີ່ສຸດຍ້ອນໂລກລະບາດໂຄວິດ -19 ຍ້ອນມີການປະກົດຕົວຂອງເຊື້ອໄວຣັດປ່ຽນພັນ Delta ຈາກ SARS-CoV-2 ຢູ່ຢ່າງໜ້ອຍ 98 ປະເທດໃນໂລກ
ພາລະກອນການແພດພວມສັກວັກຊິນໃຫ້ຊາວອິນເດຍ
      ຕາມທ່ານ ຜູ້ອຳນວຍການໃຫຫຍ່ອົງການອະນາໄມໂລກ (WHO) Tedros Adhanom Ghebreyesus ແລ້ວ ເຊື້ອໄວຣັດປ່ຽນພັນນີ້ ແມ່ນເປັນອັນຕະລາຍທີ່ສຸດ ຍ້ອນມັນຍັງຄົງ ປ່ຽນພັນ ແລະ ພວມຄຸກຄາມຢູ່ຫຼາຍປະເທດ.
      ທ່ານ ຜູ້ອຳນວຍການໃຫຫຍ່ອົງການອະນາໄມໂລກ (WHO) Tedros Adhanom Ghebreyesus ໄດ້ຮຽກຮ້ອງໃຫ້ວົງຄະນາຍາດສາກົນ ຮັບປະກັນວ່າໃນໄລຍະດຽວກັນຂອງປີກາຍ ຈະມີພົນລະເມືອງ 70% ຢູ່ແຕ່ລະປະເທດໄດ້ຮັບການສັກວັກຊີນກັນພະຍາດ. ເພື່ອບັນລຸໄດ້ສິ່ງນີ້ ແຕ່ລະປະເທດຄວນຊ່ວຍເຫຼືອກັນກ່ຽວກັບວັກຊີນກັນໂຄວິດ - 19, ເຄື່ອງກະຕຸ້ນຫາຍໃຈ,  ຢຸກຢາແລະການວິໄຈຫາເຊຶື້ອພ້ອມທັງເພີ່ມລະດັບຄວາມໄວໃນການສັກຢາ, ທ່ານຢືນຢັນວ່ານີ້ແມ່ນວິທີດີທີ່ສຸດ ເພື່ອຍູ້ໂຄວິດ - 19 ໃຫ້ຖອຍໄປ.
      ໃນຂະນະນັ້ນໄລ່ຮອດຕອນເຊົ້າວັນທີ 4 ກໍລະກົດ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຫຼາຍກວ່າ 184,2 ລ້ານຄົນໃນນັ້ນເກືອບ 4 ລ້ານຄົນເສຍຊີວິດ. ໃນ 24 ຊົ່ວໂມງທີ່ຜ່ານມາອາຊີ ແມ່ນພາກພື້ນຢັ້ງຢືນມີຈຳນວນຜູ້ຕິດເຊື້ອຫຼາຍກວ່າໝູ່ຄືຫຼາຍກວ່າ 140.000 ກໍລະນີ ໃນຂະນະທີ່ພາກພື້ນອາເມລິກາໃຕ້ ກໍ່ມີຈຳນວນຜູ້ເສຍຊີວິດຫຼາຍກວ່າໝູ່ໃນໂລກຄືຫຼາຍກວ່າ 2.800 ກໍລະນີ. ອິນເດຍແລະອິນໂດເນເຊຍກໍ່ແມ່ນສອງປະເທດອາຊີມີຈຳນວນຜູ້ຕິດເຊື້ອຫຼາຍກວ່າໝູ່ໃນພາກພື້ນ. 
(ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ພັກ, ລັດ ແລະ ລັດ​ຖະ​ບານ ຫວຽດ​ນາມ​ແມ່ນ​ພັດ​ທະ​ນາ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄ​ວາມ​ໝັ້ນ​ຄົງ, ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ ແລະ ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນຢ່າງ​ຄົບ​ຖ້ວນ.

Top