• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WHO ກ່າວ​ເຕືອນ​ຄວາມ​ສ່ຽງການແຜ່​ໂລກລະ​ບ​າດ​ການ​ຕ​ິດ​ເຊື້ອ ໄວ​ຣັດ 2019 – nCoV ຢູ່ ເອີ​ລົບ

ວັນທີ 10 ກຸມພາ, ອົງການອະນາໄມໂລກ (WHO) ໄດ້ຍົກອອກຄຳກ່າວເຕືອນກ່ຽວກັບບັນດາເຫດແຜ່ລະບາດຂອງໄວຣັດ Corona ສາຍພັນໃໝ່(2019 - nCoV) ຢູ່ຝລັ່ງ ແລະ ອັງກິດ, ບັນດາຜູ້ທີ່ຍັງບໍ່ທັນໄປຈີນເປັນສິ່ງທີ່ໜ້າເອົາໃຈໃສ່ທີ່ສຸດ. ໄລ່ຮອດວັນທີ 10 ກຸມພາ, ຢູ່ອັງກິດມີ 8 ກໍລະນີຕິດເຊື້ອໄວຣັດ nCoV.

ເຮືອບິນລີ້ໄພຂອງບັນດາພົນລະເມືອງ ເອີລົບ ຈາກນະຄອນ ອູ່ຮັນ, ປະເທດຈີນ ໄປຍັງຖານທີ່ໝັ້ນ Istres-Le Tube ຝລັ່ງໃນວັນທີ 9 ກຸມພາ 2020 (ພາບ: AFP/TTXVN
)

ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ WHO ຊີ້ແຈ້ງວ່າ ມາຮອດປັດຈຸບັນ, ຢູ່ເອີລົບມີພຽງແຕ່ ບາງກໍລະນີທີ່ຕິດເຊື້ອ nCoV, ແຕ່ເຊື້ອພະຍາດສາມາດແຜ່ລາມອອກສູ່ໃນວົງກ້ວາງຢູ່ເອີລົບນີ້ ຖ້າຫາກວ່າເຈົ້າໜ້າທີ່ບໍ່ມີບັນດາມາດຕະການທີ່ຕັ້ງໜ້າໃນທັນທີ. ທ່ານກໍ່ຮຽກຮ້ອງໃຫ້ບັນດາປະເທດເອີລົບສົມທົບກັນຄວບຄຸມເພື່ອສະກັດກັ້ນການແຜ່ລາມຂອງ ເຊື້ອພະຍາດດັ່ງກ່າວ.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top