• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WEF ASEAN 2018 ແມ່ນກາລະໂອກາດເພື່ອໃຫ້​ຜູ້​ແທນມີຄວາມເຂົ້າໃຈກ່ຽວກັບປະຫັວດສາດ ວັດທະນະທຳ ຫວຽດນາມ ກວ່າອີກ

ທ່ານ ເຈືອງຮວ່າບິ່ງ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານຫວຽດນາມ ເນັ້ນໜັກວ່າ ພາຍຫຼັງດຳເນີນກອງປະຊຸມໃນເວລາກວ່າ 2 ມື້ ທີ່ຜ່ານມາ, ດ້ວຍວາລະປຶກສາຫາລື ເກືອບ 60 ວາລະ...

ທ່ານນາຍົກລັດຖະມົນຕີ  ເຈືອງຮວ່າບິ່ງ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານຫວຽດນາມ ກ່າວຄຳເຫັນປິດກອງປະຊຸມ
 

ພິທີປິດກອງປະຊຸມ WEF ASEAN 2018 ໄດ້ດຳເນີນໃນຕອນບ່າຍ ວັນທີ 13 ກັນຍາ ພາຍໃຕ້ການເປັນປະທານຂອງທ່ານ ເຈືອງຮວ່າບິ່ງ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານຫວຽດນາມ.

ກ່າວປິດກອງປະຊຸມ, ທ່ານ ເຈືອງຮວ່າບິ່ງ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານຫວຽດນາມ ເນັ້ນໜັກວ່າ ພາຍຫຼັງດຳເນີນກອງປະຊຸມໃນເວລາກວ່າ 2 ມື້ ທີ່ຜ່ານມາ, ດ້ວຍວາລະປຶກສາຫາລື ເກືອບ 60 ວາລະ, ກອງປະຊຸມ WEF ASEAN 2018 ໄດ້ສຳເລັດລົງຢ່າງຈົບງາມ. ບັນດາບັນຫາປຶກສາຫາລືທີ່ກອງປະຊຸມແມ່ນກ່ຽວຂ້ອງໂດຍກົງເຖິງບັນດາບັນຫາສຳຄັນຂອງບັນດາປະເທດ ອາຊຽນ ໃນສະພາບການປະຕິວັດອຸດສະຫະກຳ 4.0, ປຸກລຸກຈິດໃຈ Start Up, ກຳລັງແຮງປະດິດຄິດສ້າງຂອງວິສະຫະກິດ ແລະ ປະຊາຊົນ. ການຜັນປ່ຽນຢ່າງໄວວາຂອງໂລກ ໄດ້ວາງອອກກາລະໂອກາດ, ສິ່ງທ້າທາຍໃຫຍ່ໃຫ້ແກ່ບັນດາປະເທດ ອາຊຽນ ໃນການຫັນ ວິໄສທັດປະຊາຄົມ ອາຊຽນ ເປັນຮູບປະທຳ ໃນປີ 2025. ທ່ານຮອງນາຍົກລັດຖະມນຕີ ເຈືອງຮວ່າບິ່ງ ກໍ່ຢັ້ງຢືນວ່າ:

ລັດຖະບານຫວຽດນາມ ກຳລັງມານະພະຍາຍາມ ສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ການພັດທະນາ, ສົ່ງເສີມບັນດາວິສະຫະກິດ ແລະ ປະຊາຊົນ ໂດຍສະເພາະແມ່ນລຸ້ນໜຸ່ມ ເສີມຂະຫຍາຍກຳລັງຄວາມສາມາດໃນການປະດິດຄິດສ້າງ, ຈິດໃຈ Start Up, ປະກອບສ່ວນເຂົ້າໃນການພັດທະນາທີ່ຂະຫຍັນຂັນເຄື່ອນຂອງປະເທດຊາດ. ຜ່ານ WEF ASEAN 2018, ຫວຽດນາມປາຖະໜາຢາກຮ່ວມກັບ WEF ຊຸກຍູ້ວຽກງານການຕ່າງປະເທດ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມື, ເພື່ອພາກພື້ນອາຊີຕາເວັນອອກສ່ຽງໃຕ້ ສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ. WEF ASEAN 2018 ກໍ່ແມ່ນໂອກາດດີທີ່ສຸດ ເພື່ອໃຫ້ບັນດາທ່ານ ມີຄວາມເຂົ້າໃຈປະຫັວດສາດ ວັດທະນະທຳ ແລະ ພະລັງຊີວິດບືນຕົວຂື້ນຂອງ ຫວຽດນາມກວ່າ. ຫວຽດນາມເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ເປັນພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນ, ຈຸດນັດພົບແຫ່ງການລົງທຶນທີ່ຈັບໃຈ, ແມ່ນບ່ອນເຕົ້າໂຮມກຸ່ມບໍລິສັດນານາຊາດ ແລະ ເປັນສະມາຊິກ WEF.

(ແຫຼ່ງຄັດຈາກ VOV)


ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top