ມາຍັງບັນດາແຂວງ ພູດອຍທາງພາກເໜືອ, ພໍ່ແມ່ປະຊາຊົນເຜົ່າໄຕ່, ຢາວ, ນຸ່ງ... ໄດ້ຖື Vina Samex ຄື ຫຼັງເຮືອນຂອງ ຕົນ, ບ່ອນທີ່ສ້າງກຳລັງໃຈໃຫ້ເຂົາເຈົ້າໃນການພັດທະນາເຂດປູກ ຕົ້ນ ແຄ່ (Cinnamomum) ແລະ ຕົ້ນແອນິດ (Illicium verum). ຕົ້ນແຄ່ ແລະ ຕົ້ນແອນິດ ເປັນຕົ້ນໄມ້ປະເພດໜຶ່ງ ໄດ້ປູກໃນ ຫຼາຍປີ ແລະ ເປັນແຫຼ່ງລາຍຮັບຕົ້ນຕໍ ຂອງພໍ່ແມ່ ປະຊາຊົນບັນດາເຜົ່າ ຢູ່ແຂວງ ລາວກາຍ, ອຽນບ໋າຍ ແລະ ລ້າງເຊີນ.
- ຍຸດທະສາດພັດທະນາຂອງ Vina Samex ເຖິງປີ 2025 ແມ່ນ ກໍ່ສ້າງຫໍພິພິທະພັນ ແຫ່ງທຳອິດ ຢູ່ ຫວຽດນາມ ແລະ ຂົງເຂດ ອາຊີຕາເວັນອອກສ່ຽງໃຕ້.
- ປັດຈຸບັນ, ເຂດປູກຕົ້ນແຄ່ ແລະ ຕົ້ນແອນິດ ຂອງບໍລິສັດ ຕັ້ງຢູ່ 4 ແຂວງແມ່ນ ລາວກາຍ, ລ້າງເຊີນ, ຖ໋າຍຫງວຽນ ແລະ ອຽນບ໋າຍ ມີເນື້ອທີ່ທັງໝົດ 1.000 ເຮັກຕາ, ສ້າງວຽກເຮັດງານທຳໃຫ້ແກ່ ປະຊາຊົນ 15.000 ຄົນ. |
ທ່ານນາງ ຫງວຽນທິຮ່ວຽນ, ຜູ້ອຳນວຍການໃຫຍ່ບໍລິສັດ Vina Samex ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າບໍ່ສາມາດລືມໄປໄດ້ວິນາທີ ພໍ່ແມ່ປະຊາຊົນບັນດາເຜົ່າ ໄດ້ສະແດງຄວາມຕັດສິນໃຈ ພັດທະ ນາຜະລິດຕະພັນທີ່ປຸງແຕ່ງຈາກຕົ້ນແຄ່ ແລະ ຕົ້ນແອນິດ ອອກ ສູ່ໂລກພາຍນອກ. ບັນດາຮອຍຍິ້ມຢ່າງຈິງໃຈຂອງເຂົາເຈົ້າ ໄດ້ ເຮັດໃຫ້ Vina Samex ມີຄວາມຕັດສິນໃຈ ພັດທະນາຕົ້ນແຄ່ ແລະ ຕົ້ນແອນິດ, ເຮັດໃຫ້ລົດຊາດແຖບ ພູດອຍ ຂອງ ຫວຽດ ນາມ ຍືນຍົງຄົງຕົວຢູ່ຕະຫຼາດ ສາກົນ”.
ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານສອງຄົນມາຈາກສະຫະພັນ ຊີວະ ນາໆ ພັນ ມີຄຸນສົມບັດ (UEBT) ທີ່ ໂຮນລັງ ຄື ທ່ານ Sureel Singh ແລະ ທ່ານນາງ Simona D’amico ໄດ້ມາຢ້ຽມຢາມ ເຂດປູກວັດຖຸ ດິບ ທໍາມະສາດ ແລະ ໂຮງງານຜະລິດ ຂອງບໍລິສັດ Vina Samex ຢູ່ແຂວງ ອຽນບ໋າຍ ແລະ ນໍາ Vina Samex ເຂົ້າໃນ ບົບບັນດາວິສາຫະກິດ ດໍາເນີນທຸລະກິດ ທີ່ມີຄຸນສົມບັດໂລກ. ເພື່ອບັນລຸໄດ້ມາດຕະຖານ ດັ່ງກ່າວ, Vina Samex ຕ້ອງມີ ບັນ ດາ ປັດໄຈ: ຜະລິດຕະພັນ ອິນຊີ ໄດ້ສ່ົງອອກໄປ ຕ່າງປະເທດ, ວິສາຫະກິດອະນຸລັກຮັກສາ ຊີວະນາໆ ພັນ, ສ້າງວຽກເຮັດ ງານ ທຳໃຫ້ຊາວທ້ອງຖິ່ນ ແລະ ມີການປະກອບສ່ວນເຂົ້າໃນ ການພັດ ທະນາພື້ນຖານ ກະສິກຳ ທີ່ປອດສານພິດ ຫວຽດ.

ເຂດປູກຕົ້ນແຄ່ ແລະ ຕົ້ນແອນິດທຳມະຊາດຂອງ Vina Samex ທີ່ແຂວງ ອຽນບ໋າຍ. ພາບ: ຫວຽດເກື່ອງ/VNP

ທ່ານ Sureel Singh ແລະ ທ່ານນາງ Simona D’amico, ຜູ້ຊ່ຽວຊານສອງຄົນມາຈາກສະຫະພັນ ຊີວະນາໆ ພັນ ມີຄຸນສົມບັດ (UEBT) ທີ່ ໂຮນລັງ
ໄດ້ມາຢ້ຽມຢາມ ເຂດປູກວັດຖຸ ດິບ ທໍາມະສາດ ແລະ ໂຮງງານຜະລິດ ຂອງບໍລິສັດ Vina Samex ຢູ່ແຂວງ ອຽນບ໋າຍ. ພາບ: ຫວຽດເກື່ອງ/VNP

ພະນັກງານຂອງ Vina Samex ພວມແນະນຳວິທີປູກຕົ້ນແຄ່ ແລະ ຕົ້ນ ແອນິດ ໃຫ້ໍແກ່ຊາວກະສິກອນ. ພາບ: ເອກະສານ

Vina Samex ເປັນວິສາຫະກິດໄດ້ຮັບນາມມະຍົດແມ່ນ ວິສາຫະກິດເພື່ອປະຊາຄົມທີ່ໝັ້ນຄົງ ແລະ ພັດທະນາ. ແຕ່ລະ ປີ, Vina Samex ໄດ້ສ້າງວຽກເຮັດງານທໍາໃຫ້ແກ່ ຜູ້ອອກ ແຮງງານ 15.000 ຄົນຢູ່ 3 ແຂວງ ລ້າງເຊີນ, ອຽນບ໋າຍ ແລະ ລາວກາຍ. ພາບ: ຫວຽດເກື່ອງ/VNP

ຂັ້ນຕອນການຈຳແນກປະເພດດອກແອນິດສົດ ກ່ອນທີ່ຈະ
ໄດ້ນຳເຂົ້າໃນໂຮງງານ. ພາບ: ຫວຽດເກື່ອງ/VNP

ລູກຄ້າມາຈາກຕ່າງປະເທດ ໄປຢ້ຽມຢາມໂຮງງານຜະລິດຕົ້ນແຄ່ ແລະ ຕົ້ນ ແອນິດ ຂອງ Vina Samex. ພາບ: ເອກະສານ

ບັນດາຜະລິດຕະພັນຕົ້ນແຄ່, ດອກແອນິດ Vina Samex ໄດ້ມີໜ້າຢູ່ງານຕະຫຼາດນັດສາກົນ ແລະ ມີລູກຄ້າມາຈາກຕ່າງ
ປະເທດນັບມື້ນັບຫຼາຍຂຶ້ນ. ພາບ: ເອກະສານ |
ໂຮງງານປຸງແຕ່ງຕົ້ນແຄ່ ແລະ ຕົ້ນແອນິດ ທີ່ແຂວງ ອຽນບ໋າຍ ມີ ເນື້ອທີ່ 11.000 ຕະລາງແມັດ. ດອກແອນິດສົດ ທີ່ເກັບມາ ຈະ ໄດ້ເອົາໄປອົບໃນເຕົາອົບ ດ້ວຍການເຮັດວຽກຂອງ ກຳມະກອນ ກວ່າ 100 ຄົນ. Vina Samex ໄດ້ນຳໃຊ້ລະບົບເຕົາອົບທີ່ ທັນສະໄໝທີສຸດ ຫວຽດນາມ, ໄດ້ຮັບການລົງທຶນ ກວ່າ 100 ຕື້ດົ່ງ ເພື່ອຍົກສູງຄວາມສາມາດໃນການ ອົບແຫ້ງຂຶ້ນເປັນ 2.000 ໂຕນຕໍ່ປີ.
ເລື່ອງລາວກ່ຽວກັບຕົ້ນແຄ່ ແລະ ຕົ້ນແອນິດ, ຜະລິດຕະພັນ ທີ່ ເປັນສັນຍາລັກຂອງແຖບພູດອຍ ເປັນຂີດໝາຍໜຶ່ງທີ່ໜ້າຈັບ ໃຈ ຂອງ ຜູ້ສ້າງຕັ້ງ Vina Samex. ທ່ານ ເກ໋ວແອງ, ປະທານ ສະ ພາບໍລິຫານ ບໍລິສັດ Vina Samex ໃຫ້ຮູ້ວ່າ: “ເມື່ອພວກຂ້າ ພະເຈົ້າ ນຳບັນດາຜະລິດຕະພັນນໍ້ຳມັນ ທີ່ປຸງແຕ່ງຈາກຕົ້ນແຄ່ ແລະ ຕົ້ນແອນິດ ມາສະເໜີຢູ່ຕະຫຼາດສາກົນ, ຊາວຕ່າງປະເທດ ຫຼາຍ ຄົນຮູ້ສຶກແປກໃຈວ່າ ເປັນຫຍັງ ຫວຽດນາມ ມີບັນດາ ຜະ ລິດຕະພັນທີ່ດີ ຄືແນວນັ້ນ. ຕົ້ນແຄ່ ແລະ ຕົ້ນແອນິດ ລ້ວນແຕ່ ເປັນຜະລິດຕະພັນມີຄ່າຂອງ ຫວຽດນາມ, ເພາະສະນັ້ນ ພວກ ຂ້າພະເຈົ້າ ຈະເພີ່ມທະວີ ການພັດທະນາຜະລິດຕະພັນດັ່ງກ່າວ ເພື່ອເຮັດໃຫ້ ເຄື່ອງໝາຍການຄ້າຂອງ ຜະລິດຕະພັນໄດ້ມີ ໜ້າ ປະກອບເຂົ້າໃນຄູ່ມືທາງພູມສາດ ແລະ ການທ່ອງທ່ຽວຂອງ ຫວຽດນາມ”.
ຜະລິດຕະພັນທີ່ປຸງແຕ່ງຈາກຕົ້ນແຄ່ 12 ຊະນິດຂອງ Vina Samex ລວມມີ: ຜົງແຄ່, ແຄ່ຕັດງ່າ, ແຄ່ຕັດມ້ວນ, ແຄ່ຕັດ 4 ຫຼ່ຽມ, ແຄ່ຕັດມົນ, ແຄ່ກອກຢາ, ແຄ່ ພັນເປັນຂຸ່ຍ... ພວມເປັນ ທ່ີນິຍົມ ຂອງ ຕະຫຼາດ ສາກົນຄື: ອີຢູ, ສ ອາເມລິກາ ແລະ ສົ່ງ ອອກ 3.000 ໂຕນ/ປີ ໃນລາຄາ 9.000 ໂດລາສະຫະລັດ/ໂຕນ. ບັນດາຜະລິດຕະພັນ ທີ່ປຸງແຕ່ງຈາກຕົ້ນແອນິດ ລວມມີ: ດອກ ແອນິດ, ແປ້ງດອກແອນິດ, ໄດ້ສົ່ງອອກ ໃນລາຄາ 6.000 ໂດລາ ສະຫະລັດ/ໂຕນ.

ຜະລິດຕະພັນ ຕົ້ນແຄ່ ແລະ ຕົ້ນ ແອນິດ ໄດ້ຫຸ້ມຫໍ່ ແລະ ສົ່ງອອກໄປບັນດາຕະຫຼາດຢູ່ ເອີຣົບ, ສ ອາເມລິກາ ແລະ ຍີ່ປຸ່ນ. ພາບ: ຫວຽດເກື່ອງ/VNP

ຜະລິດຕະພັນແປ້ງຕົ້ນແຄ່. ພາບ: ເອກະສານ

ຜະລິດຕະພັນຕົ້ນແຄ່. ພາບ: ເອກະສານ

ຜະລິດຕະພັນດອກແອນິດ ອົບແຫ້ງ ໄດ້ຫຸ້ມຫໍ່ ເພື່ອສົ່ງອອກ
ໄປສູ່ຕ່າງປະເທດ. ພາບ: ຫວຽດເກື່ອງ/VNP |