• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

VietnamAirlines ແມ່ນບໍລິສັດການບິນ ທຳອິດ ຂອງອາຊີ ຮັບເຮືອບິນ Airbus A350-900

ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸ້ງ ກ່າວຄຳເຫັນ
ທີ່ພິທີຮັບເຮືອບິນ A350-900 XWB 
(ພາບ: baomoi.com)
         ວັນ​ທີ 2/7, ຢູ່​ທ່າ​ອາກາດສະຍານສາກົນ​ ໂນ້ຍບ່າຍ, ບໍລິສັດ​ໃຫຍ່​ການບິນ​ຫວຽດນາມ-  Vietnam Airlines ​ໄດ​້ຈັດ​ຕັ້ງພິທີ​ຮັບ​ເຮືອບິນ​ລຸ້ນ​ໃໝ່ Airbus A350-900 ​ ​ລຳ​ທຳ​ອິດ​ຂອງ​ບໍລິສັດ, ພ້ອມ​ທັງ​ປະກາດ​​ໂຄງການ​ຍົກລະດັບ​ການ​ບໍລິການ 4 ດາວຢ່າງ​ເປັນ​ທາງ​ການ. Vietnam Airlines ​ໄດ້​ກາຍ​ເປັນ​ບໍລິສັດ​ທຳ​ອິດ​ຂອງ ອາຊີ ​ແລະ ທີ 2 ​ໃນ​ໂລກ​ນຳເຮືອບິນລຸ້ນ​ໃໝ່ Airbus A350-900 ​ເຂົ້າ​ໃຊ້​ການ.
         ກ່າວ​ຄຳ​ເຫັນ​ທີ່​ພິທີ​, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸ້ງ ​ໄດ້​ອວຍພອນ Vietnam Airlines ຮັບ​ເຮືອບິນ​ລຳ​ທຳ​ອິດ​ໃນ​ຈຳນວນ​ເຮືອບິນທີ່ທັນ​ສະ​ໄໝ​ລຸ້ນ​ໃໝ່ທີ່ສຸດ 14 ລຳ​ໃນ​ປະຈຸ​ບັນ​ຂອງ Airbus. ພ້ອມ​ກັນ​ນັ້ນ, Vietnam Airlines ກໍ​ພວມ​ກະກຽມ​ຮັບ​ເຮືອບິນ​ລຳ​ທຳ​ອິດ​ໃນ​ຈຳນວນ​ເຮືອບິນລຸ້ນ​ໃໝ່​ 19 ລຳ ຂອງBoing. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸ້ງ ຮຽກຮ້ອງ: Vietnam Airlines ຕ້ອງ​ເປັນ​ເຈົ້າ​ການ​ຮັບ​​​ເອົາເຮືອບິນ​ລຸ້ນ​ໃໝ່ ​ແລະ ນຳ​ເຂົ້າ​ໃຊ້​ການ​ຢ່າງ​ມີ​ປະສິດທິ​ຜົນ, ປອດ​ໄພ​ໃນ​ໄລຍະ​ໄວ​ທີ່​ສຸດ. ທ່ານ ຫງວຽນ​ເຕິ​ນຢຸ້ງ ປາດ​ຖະໜາວ່າ: Vietnam Airlines ສືບ​ຕໍ່​ມານະ​ພະຍາຍາມ​ແກ້​ໄຂ​ທຸກ​ຄວາມ​ຫຍຸ້ງຍາກ, ບືນ​ຕົວ​ຂຶ້ນ​ກາຍ​ເປັນ​ບໍລິສັດ​ການບິນ​ແຫ່ງ​ຊາດ​​ແຖວ​ໜ້າ​ໃນ​ພາກ​ພື້ນ ​ແລະ ​ໂລກ.
 (ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top