• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

Vesak 2019–ແຜ່ແສງສະຫວ່າງມະນຸດສະທໍາ ຂອງ ສາສະໜາພຸດ

ມະຫາກໍາວິສາຂະບູຊາ ຂອງສະຫະປະຊາຊາດ - Vesak 2019 ໄດ້ຈັດຂຶ້ນ ຢູ່ສູນວັດທະນະທໍາພຸດທະສາສະໜາ ຕາມຈຸກ (ເມືອງ ກິມບ໊າງ, ແຂວງ ຮ່ານາມ) ເປັນການສົ່ງສານ, ກະ ບອກສຽງ ມຸ່ງສູ່ ບັນດາບັນຫາທີ່ມີລັກສະນະສົດໆ ຮ້ອນໆ ແລະ ຈໍາເປັນ ໃນຊີວິດການເປັນຢູ່ຂອງມວນມະນຸດ. 
ມະຫາກໍາ ວິສາຂະບູຊາ ຂອງ ສະຫະປະຊາຊາດ - Vesak 2019 ມີຜູ້ແທນເຂົ້າຮ່ວມ 1.650 ທ່ານ ມາຈາກ 112 ປະ ເທດ ເຂດແຄ້ວນ, ມີ 570 ຄະນະ ແລະ ບຸກຄົນ. ໃນນີ້ມີ ປະ ມຸກລັດ ຂອງ ປະເທດຈຳນວນໜຶ່ງເຊັ່ນ: ປະທານາທິບໍດີ ມຽນມາ; ນາຍົກລັດຖະມົນຕີ ເນປານ, ຮອງປະທານາທິບໍດີ-ປະທານ ສະພາສູງ ພູຖານ ພ້ອມການນຳຂັ້ນສູງ ແລະ ຜູ້ມີຍົດສັກ ຕຳແໜ່ງຂອງສະມາຄົມພຸດທາສາສະໜາ ຢູ່ພາຍໃນປະເທດ ນັບຫຼາຍພັນຄົນເຂົ້າຮ່ວມ ໃນເຫດການຄັ້ງນີ້.
ກ່າວປາໄສໃນງານ, ທ່ານ ຫງວງຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເນັ້ນໜັກວ່າ ງານບຸນວິສາຂະບູຊາ ຂອງ ສະຫະປະຊາຊາດ ເປັນໂອກາດ ເພື່ອເຊີດຊູພະພຸດທະເຈົ້າ ແລະ ຄິດຫງຳ ກ່ຽວກັບສັດຈະທຳສັນຕິພາບ, ລົດຄວາມ ຂັດແຍ້ງ, ຄວາມທຸກທໍລະມານຂອງມະນຸດ ລົງສູ່ລະດັບຕໍ່າສຸດ, ສັນລະເສີນ ແລະ ຊຸກຍູ້ນຳ້ໃຈມິດຕະພາບຮ່ວມມື ລະຫວ່າງຊາດ, ນຳມາຊຶ່ງສັນຕິພາບ ແລະ ຄວາມຢູ່ເຢັນເປັນສຸກ ໃຫ້ແກ່ ມະນຸດ”.

ພາຍໃຕ້ຫົວຂໍ້ “ວິທີເຂົ້າເຖິງພຸດທະສາສະໜາ ກ່ຽວກັບ ການນໍາພາທົ່ວໂລກ ແລະ ຄວາມຮັບຜິດຊອບພ້ອມກັນແບ່ງປັນ ເພື່ອສັງຄົມທີ່ໝັ້ນຄົງ” ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ກະບອກສຽງຂອງ ລັດຖະບານ ແລະ ສະມາຄົມ ພຸດທະສາສະໜາ ສຳພັນ ຫວຽດນາມ ກັບກະບອກສຽງຂອງ ສະຫະປະຊາຊາດ ແລະ ບັນດາຜູ້ແທນທີ່ມາຈາກ ບັນດາປະເທດ, ບັນດາສະມາຄົມ ພຸດທະສາສະໜາສຳພັນໂລກ ມີຄວາມປອງດອງກັນ. ນັ້ນແມ່ນຄວາມເອົາໃຈໃສ່, ເປັນຫ່ວງເປັນໃຍລວມກ່ຽວກັບສົງຄາມ, ຂໍ້ພິພາດ, ການກໍ່ການຮ້າຍ, ຄວາມບໍ່ຍຸຕິທຳ, ຄວາມອຶດຢາກ, ການອົບພະຍົບ ແລະ ອື່ນໆ... ນັ້ນແມ່ນລັດທິວັດຖຸນິຍົມ, ວິກິດການສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ, ການຂະຫຍາຍຕົວ ຢ່າງໄວວາ ຂອງ ການປະຕິວັດອຸດສາຫະກຳ 4.0... ກຳລັງສົ່ງຜົນກະທົບ ຢ່າງແຂງແຮງ ເຖິງຊີວິດການເປັນຢູ່ທຸກດ້ານ. 


ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແລະ ບັນດາຜູ້ແທນ ໃນພິທີເປີດ ມະຫາກໍາ ວິສາຂະບູຊາ ຂອງ ສະຫະປະຊາຊາດ - Vesak 2019. ພາບ: ຖົ໋ງເຍິດ-VNA


ທ່ານຍາຍົກລັດຖະມົນຕີ ຫງວຽນຊວນຟຸກ ທຳພິທີຫົດສົງ ພະພຸດທະຮູບ. ພາບ: ຖົ໋ງເຍິດ-VNA


ທ່່ານນາງ ຫງວຽນທິກີມເງິນ, ປະທານສະພາແຫ່ງຊາດ ເປັນ ເຈົ້າພາບ ຈັດງານລ້ຽງຮັບຮອງ ບັນດາປະມຸກລັດ, ການນຳ ພຸດທະສາສະໜາໂລກ, ບັນດາຫົວໜ້າ ຄະນະ ຜູ້ແທນ
ທີ່ມາ ຫວຽດນາມ ເຂົ້າຮ່ວມງານວິສາຂະບູຊາ ຂອງ ສະຫະປະຊາຊາດ ຄັ້ງທີ 16-Vesak 2019. ໃນພາບ: ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ
ກັບບັນດາຜູ້ແທນ ເຂົ້າຮ່ວມງານລ້ຽງຮັບຮອງ. ພາບ: ຈ້ອງດຶກ-VNA



ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງ ປະ ເທດ ຟ້າມບິ່ງມິນ ເຂົ້າຮ່ວມງານລອຍກະທົງ. ພາບ: ຫວຽດເກື່ອງ-VNA


ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ກ່າວປາໄສ, ອວຍພອນຜົນສຳເລັດຂອງ ງານບຸນ Vesak 2019. ພາບ: ເຢືອງຢາງ-VNA

ພ້ອມກັນນັ້ນ Vesak 2019 ກໍໄດ້ຢືນຢັນກ່ຽວກັບ ການເສີມຂະຫຍາຍ ບັນດາຄຸນຄ່າແກນຫຼັກ ຂອງ ສາສະໜາພຸດ ກ່ຽວກັບການມີນໍ້າໃຈ, ການເສຍສະຫຼະ, ນ້ຳໃຈມະນຸດສະທຳ, ຖືກຕ້ອງປອງດອງ ແລະ ສັນຕິພາບ ໂດຍຜ່ານຫຼັກຄຳສັ່ງສອນ ຂອງ ພຸດທະສາສະໜາ ແນໃສ່ ປະກອບສ່ວນ ແກ້ໄຂ ບັນດາ ສິ່ງທ້າທາຍ, ບັນຫາຂອງໂລກ, ປະຕິບັດເປົ້າໝາຍ ສະຫັດສະຫວັດຂອງສະຫະປະຊາຊາດ. 

ພວກເຮົາຈົ່ງພ້ອມກັນຕັ້ງສະມະທິ, ພິຈາລະນາຍານ ບັນດາ ຄຳສັ່ງສອນຂອງພະພຸດທະເຈົ້າ ເພື່ອຊອກຫາວິທີການ ແລະ ພ້ອມກັນກະທຳ ເພື່ອປົກປັກຮັກສາ ແລະ ສ້າງໃຫ້ໂລກນັບມື້ນັບ ມີຄວາມຢູ່ເຢັນເປັນສຸກ ແລະ ສວຍງາມຍິ່ງຂຶ້ນ”.
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ກ່າວປາໄສໃນພິທີເປີດງານບຸນ Vesak 2019.
ສຳລັບຫວຽດນາມ, ການຮ່ວມເດີນທາງທີ່ກົມກຽວ, ໂອບອ້ອມອາລີ ແຕ່ໃຫຍ່ຍິ່ງ ຂອງ ພຸດທະສາສະໜາ ໄດ້ສ້າງ ບັນດາຄຸນ ຄ່າທາງຄຸນສົມບັດ, ສີສັນວັດທະນະທຳ ທີ່ເປັນເອກະລັກ, ເພີ່ມທະວີກຳລັງພູມຕ້ານທານ, ກຳລັງແຮງສັງລວມ ຂອງ ປະເທດຊາດ, ຜ່ານຜ່າຄວາມອະລັກຂາ, ເຕົ້າໂຮມກັນເປັນໜຶ່ງດຽວໃນຊ່ວງເວລານັບພັນປີ, ຜ່ານຜ່າ ອຸປະສັກ, ຕໍ່ສູ້ມີໄຊຕໍ່ການຮຸກຮານທຸກຄັ້ງຂອງສັດຕູ. ນຳ້ໃຈ, ຫຼັກຄຳສອນຂອງພຸດທະສາສະໜາ ໄດ້ເຈືອປົນພ້ອມກັບ ຫຼັກຄຳສັ່ງສອນ ຮັກຫໍ່ຜູກພັນສະໜິດຕິດເຊື້ອໃຫ້ກັບທຸກຄົນ, ເພື່ອໃຫ້ປະຊາຊົນ ຫວຽດນາມ ໄດ້ໃຊ້ຊີວິດຢູ່ໃນສັນຕິພາບ ແລະ ຄວາມຖືກຕ້ອງປອງດອງກັນ. ດ້ວຍຈິດໃຈເຂົ້າຮ່ວມ ຊີວິດໃນສັງຄົມ, ບັນດານິກາຍພຸດທະສາສະໜາ ຫວຽດນາມ ໄດ້ປະສານກົມກຽວເຂົ້າໃນຊີວິດ ຂອງ ປະຊາຊົນທຸກຊັ້ນຄົນ ເປັນເຈົ້າຕົນເອງ, ເຊີດຊູຄວາມເປັນຊາດ, ປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນປະຫວັດສາດ ແລະ ພົ້ນເດັ່ນກໍ່ແມ່ນ ການຕໍ່ສູ້ ຕ້ານການຮຸກຮານຈາກຕ່າງຊາດ ໃນສະຕະວັດທີ XX ກໍຄື ໃນຂະບວນການປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນປັດຈຸບັນ.

ມະຫາກໍາ ວິສາຂະບູຊາ ຂອງ ສະຫະປະຊາຊາດ - Vesak ຄັ້ງທີ 3 ໄດ້ຈັດຂຶ້ນຢູ່ ຫວຽດນາມ ແມ່ນການຮັບຮອງ ອິດທິພົນ ຊື່ສຽງ ແລະ ຖານະບົດບາດ ຂອງ ປະເທດຊາດ, ຂອງສະມາຄົມ ພຸດທະນາສະໜາສຳພັນ ຫວຽດນາມ ພ້ອມກັບຄວາມເອົາໃຈໃສ່ ເສີມຂະຫຍາຍ ບັນດາຄຸນຄ່າມະນຸດສະທຳ ທີ່ປອດໃສ ຂາວສະອາດ ແລະ ຈົບງາມລຳ້ເລີດຂອງ ສາສະໜາພຸດ ບົນເສັ້ນທາງມຸ່ງສູ່ ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.



ສູນວັດທະນະທຳສາສະຫນາພຸດ ຕາມຈຸກ  ພ້ອມແລ້ວທີ່ຈະ ຕ້ອນຮັບບັນດາຜູ້ແທນ ທີ່ມາເຂົ້າຮ່ວມງານບຸນ Vesak 2019. ພາບ: ຫວຽດເກື່ອງ-VNA


ງານບຸນ Vesak 2019 ມີຜູ້ແທນ 1.650 ທ່ານ ສັງກັັດ 570 ຄະນະ ຜູ້ແທນ ສາກົນ ແລະ ບຸກຄົນ ທີ່ມາຈາກ 112 ປະເທດ ແລະ ເຂດແຂ້ວນ ລົງທະບຽນເຂົ້າຮ່ວມ. ພາບ: ຫວຽດເກື່ອງ-VNA


ບັນຍາກາດພິທີຫົດສົງພະພຸດທະຮູບ ທີ່ວັງ ຕາມເຖ໋, ວັດ ຕາມຈຸກ. ພາບ: ຫວຽດເກື່ອງ-VNA


ພະສົງສຳມະເນນ ແລະ ພຸດທະສາສະນິກະຊົນ ນັບພັນ ຢູ່ ພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມພິທີຫົດສົງພະພຸດທະຮູບ ຢູ່ວັດ ຕາມຈຸກ. ພາບ: ຈິ້ງໂບ້-VNA


 
ພະສົງສຳມະເນນ ດຳເນີນພິທີຫົດສົງພະພຸດທະຮູບ ຢູ່ວັດ ຕາມຈຸກ. ພາບ: ຈິ້ງໂບ້-VNA


ພຸດທະສາສະນິກະຊົນ ຢູ່ພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ ພິທີຫົດສົງພະພຸດທະຮູບ ຢູ່ວັດ ຕາມຈຸກ.ພາບ: ຫວຽດເກື່ອງ-VNA


ພະສົງສຳມະເນນ ທຳພິທີປ່ອຍນົກ ພາວະນາໃຫ້ໂລກມີສັນຕິ ພາບ. ພາບ: ຈິ້ງໂບ້-VNA


ວັດ ຕາມຈຸກ ສະຫວ່າງສະໄຫວ ໃນຄືນລອຍກະທົງ ພາວະນາ ໃຫ້ໂລກສັນຕິພາບ. ພາບ: ຈິ້ງໂບ້-VNA


ບັນດາພຸດທະສາສະນິກະຊົນໄຕ້ທຽນກະກຽມໃຫ້ແກ່ງານລອຍກະທົງພາວະນາໃຫ້ໂລກມີສັນຕິພາບ. ພາບ: ຫວຽດເກື່ອງ-VNA


ບັນດາ ກະທົງ ໄດ້ຈັດເປັນຮູບສັນຍາລັກຂອງ ງານບຸນໃຫຍ່ Vesak 2019. ພາບ: ຈິ້ງໂບ້-VNA


ພຸດທະສາສະນິກະຊົນ ເຂົ້າຮ່ວມງານລອຍກະທົງ ພາວະນາ ໃຫ້ໂລກມີສັນຕິພາບ. ພາບ: ຈິ້ງໂບ້-VNA


ພະສົງສຳມະເນນ, ພຸດທະສາສະນິກະຊົນ ແລະ ຜູ້ແທນ ພຸດທະສາສະໜາສາກົນ ເຂົ້າຮ່ວມງານລອຍກະທົງ ພາວະນາໃຫ້ໂລກມີສັນຕິພາບ. ພາບ: ຈິ້ງໂບ້-VNA


ໃນງານລອຍກະທົງ ພາວະນາໃຫ້ໂລກມີສັນຕິພາບ ມີພຸດທະ ສາສະນິກະຊົນກວ່າ 50.000 ຄົນເຂົ້າຮ່ວມ, ມີພະສົງ ສຳມະເນນ 200 ອົງ
ແລະ ພຸດທະສາສະນິກະຊົນ 10.000 ຄົນ ນັ່ງຕັ້ງສະມະທິ ສວດມົນ ພາວະນາຂໍໃຫ້ໂລກມີສັນຕິພາບ. ພາບ: ຈິ້ງໂບ້-VNA



ລາຍການສະແດງເຮືອມັງກອນ, ຊຶ່ງເປັນສິລະມູນເຊື້ອ ຢູ່ເທິງ ໜອງ ຕາມຈຸກ ໃນພິທີປິດງານ Vesak 2019. ພາບ: ຈິ້ງໂບ້-VNA


ບັນດາພຸດທະສາສະນິກະຊົນ ພາຍໃນ ແລະ ຕ່າງປະເທດ ພາຍໃນງານ Vesak 2019. ພາບ: ຫວຽດເກື່ອງ-VNA
 

 "Vesak 2019 ມີບົດປະກອບຄວາມເຫັນ ດ້ວຍພາສາ ອັງ ກິດ 398 ບົດ ຂອງ ບັັນດານັກຮຽນຮູ້ສາກົນ ແລະ ບົດປະ ກອບ ຄວາມເຫັນດ້ວຍພາສາ ຫວຽດ 110 ບົດ ຂອງ ບັນດານັກຮຽນຮູ້ ຢູ່ພາຍໃນປະເທດ ໃນເວທີປາໄສຕ່າງໆ”.
Hພະມາຫາອາຈານ ທິກດຶກທ້ຽນ,  ຮອງປະທານ ພຸດທະ ສາສະໜາສຳພັນ ຫວຽດນາມ ທັງເປັນເລຂາທິການໃຫຍ່ Vesak 2019.

 ສາສະໜາພຸດ ຫວຽດນາມ ນັບມື້ນັບມີການຂະຫຍາຍຕົວ, ປະກອບສ່ວນເຂົ້າໃນການ ພັດທະນາຂອງ ພຸດທະສາສະໜາ ໂລກ. ຫົວເລື່ອງ ຂອງ Vesak ປີນີ້ ສະແດງໃຫ້ເຫັນ ການປະ ກອບສ່ວນ ຂອງ ສາສະໜາພຸດ ຕໍ່ການຂະຫຍາຍຕົວ ຂອງໂລກ”.
ພຈ.ສຈ.ປອ. Brahmanpundit, ປະທານສ້າງຕັ້ງ ຄະນະ ກຳມະການ ອົງການຈັດຕັ້ງສາກົນ Vesak ສະຫະປະຊາຊາດ
ທັງເປັນ ຫົວໜ້າສະຖາບັນ ມະຫາວິທະຍາໄລ ຈູລາລົງກອນ (ໄທ).
 
ບົດ: VNP ສັງລວມ - ພາບ: VNP, VNA

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top