• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

UNDP ໜູນຊ່ວຍເງິນ 185.000 USD ໃຫ້ແກ່ບັນດາແຂວງຖືກໄພແຫ້ງແລ້ງແລະນ້ຳທະເລຊຶມ

      ວັນທີ 17 ມີນາ, ຢູ່ຮ່າໂນ້ຍ, ກະຊວງກະສິກຳແລະພັດທະນາຊົນນະບົດຫວຽດນາມແລະໂຄງການພັດທະນາຂອງສປຊ (UNDP) ໄດ້ລົງນາມໃນຂໍ້ຕົກລົງຢ່າງເປັນທາງການກ່ຽວກັບການໜູນຊ່ວຍໃຫ້ແກ່ບັນດາແຂວງຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ທີ່ພວມປະສົບກັບໄພແຫ້ງແລ້ງແລະນ້ຳທະເລຊຶມ.

ທ່ານນາງ Caitlin Wiesen, ຜູ້ຕາງໜ້າ UNDP ມອບບ້ວງເງິນໜູນຊ່ວຍ 185.000 USD ໃຫ້ແກ່ປະຊາຊົນຢູ່ເຂດທົ່ງພຽງແມ່ນ້ຳຂອງ
ທາງພາກໃຕ້ ຫວຽດນາມ (ພາບ: Tuoitre.vn)
      ຕາມຂໍ້ຕົກລົງນີ້, ຜ່ານກະຊວງກະສິກຳແລະພັດທະນາຊົນນະບົດຫວຽດນາມ, UNDP ຈະມອບໃຫ້ປະຊາຊົນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມບ້ວງເງິນໜູນຊ່ວຍ 185.000 USD ຈາກກອງທຶນສຸກເສີນທົ່ວໂລກເພື່ອໜູນຊ່ວຍການຮັບມືກັບສະພາບແຫ້ງແລ້ງແລະນ້ຳທະເລຊຶມຢູ່ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ. ນອກຈາກນັ້ນ, UNDP ກໍ່ຈະໜູນຊ່ວຍການເຈລະຈາດ້ານນະໂຍບາຍໃນການປ້ອງກັນ, ຕ້ານໄພທຳມະຊາດກ່ຽວກັບໄພແຫ້ງແລ້ງແລະນ້ຳທະເລຊຶມ, ນຳໃຊ້ເຕັກໂນໂລຢີມືຖືເພື່ອອັບເດດຜົນເສຍຫາຍທີ່ເກີດຈາກໄພທຳມະຊາດ, ໃນນັ້ນມີບັນຫາໄພແຫ້ງແລ້ງແລະນ້ຳທະເລຊຶມ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top