• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

TPP ຊ່ວຍຫວຽດນາມຍູ້ແຮງການສົ່ງອອກເຄື່ອງຕຳ່ແຜ່ນຕັດຫຍິບ

ພາບປະກອບ
      TPP ຊ່ວຍ ​ຫວຽດນາມ ຍູ້​ແຮງ​ການ​ສົ່ງ​ອອກ​ເຄື່ອງ​ຕຳ​່​ແຜ່​ນຕັ​ດຫຍິບ  - ຜູ້ອຳນວຍ​ການ​ເຂດ ອາຊີ ຂອງສູນຄົ້ນ​ຄ້ວາການ​ລົງທຶນ​ຂຶ້ນ​ກັບ​ໜັງສືພິມ​ລາຍ​ວັນ​ກາ​ນ​ເງິນ (Financial Times – ອັງກິດ David Robinson ​ໄດ້​ໃຫ​້ຂໍ້​ສັງ​ເກດ​ຄື​ແນວ​ນັ້ນ. ທ່ານ Robinson ຍັງ​ເນັ້ນ​ໜັກ​ວ່າ: ​ເມື່ອ​ທຽບ​ໃສ່ 3 ປະ​ເທດ​ສະມາຊິກ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແມ່ນ: ມາ​ເລ​ເຊຍ, ບຣູ​ໄນ ​ແລະ ສິງ​ກາ​ໂປ, ຫວຽດນາມ ອາດ​ຈະ​ແມ່ນ​ປະ​ເທດ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍ​ທີ່​ສຸດ​ເມື່ອ TPP ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ເປັນ​ທາງ​ການ. ​ເຄື່ອງ​ຕຳ​່​ແຜ່ນ​ຕັດຫຍິບ, ​ເກີບ​ໜັງ ​ແມ່ນ​ບັນດາ​ຂົງ​ເຂດ​ພັດທະນາ​ໄວ ​ແລະ ກວມ​ອັດຕາ​ສ່ວນສູງ​ພໍ​ສົມຄວນ​ໃນ​​ໂຄງ​ປະກອບ​ສິນຄ້າ​ສົ່ງ​ອອກ​ຂອງ ຫວຽດນາມ. ນີ້​ກໍ່​ຈະ​ແມ່ນ​ບັນດາ​ຂົງ​ເຂດ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍ​ທີ​່ສຸ​ດ​ເມື່ອ TPP ​ໄດ້​ຮັບ​ການ​ໃຫ້​ສັດຕະຍາບັນ​ຢ່າງ​ເປັນ​ທາງ​ການ.
        ຕາມ​ອົງການ​ການ​ຄ້າ​ໂລກ (WTO) ​ແລ້ວ, ປະຈຸ​ບັນ, ອາ​ເມ​ລິ​ກາ ພວມ ຈັດ​ວາງ​ອັດຕາ​ນຳ​ເຂົ້າ​ສຳລັບ​​ເກີບ​ໜັງ​ຂອງ ຫວຽດນາມ ດ້ວຍ​ລະດັບ​ສູງ​ສຸດ​ອາດ​ຈະ​ແມ່ນ 48%. ​ໃນ​ຂະນະ​ນັ້ນ​, ບາງ​ປະ​ເພດ​ສິນຄ້າ​ຕຳ່​ແຜ່ນ​ຕັດຫຍິບ​ລະອຽດ​ຈະ​ຕ້ອງ​​ເສຍ​ພາສີ 20%. ​ເມື່ອ TPP ມີ​ຜົນ​ສັກສິດ, ບັນດາ​ປະ​ເພດ​ພາສີ​ນຳ​ເຂົ້າ​ຈະ​ແມ່ນ 0% ຫຼື ​​ເກືອບ 0% ​ໂດຍ​ອີງ​ໃສ່​ແຕ່ລະປະ​ເພດສິນຄ້າ. ​ເປັນ​ອັນວ່າ TPP ອາດຈະ​ຊ່ວຍ​ໃຫ້ ຫວຽດນາມ ​ເພີ່ມ​ອັດຕາ​ສ່ວນ​ເຄື່ອງ​ຕຳ່​ແຜ່​ນຕັ​ດຫຍິບ ​ແລະ ​ເກີບ​ໜັງ​ຢູ່ ອາ​ເມ​ລິ​ກາ ຂຶ້ນ​ທົບ 2 ​ເທົ່າ, ​ແລະ ບັນລຸ​ລະດັບ 30% ​ໃນ​ປີ 2020.
(​ແຫຼ່ງຄັດ​ຈາກ VOV)


ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top