• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ແຟຊັ່ນ

Tiny Ink-ວາດພາບ ເທິງ ແຟຊັ່ນ

ດ້ວຍການສະແຫວງຫາ ວິທີ ການແຕ້ມ  ເທິງບັນດາຜະລິດຕະ ພັນແພຊັ່ນ, Tiny Ink ເປັນໜຶ່ງໃນບັນດາເຄື່ອງໝາຍການຄ້າ ແຟຊັ່ນ ຂອງ ຫວຽດນາມ ເປັນຜູ້ ນຳໜ້າໃນການປະສົມ ປະ ສານ ລະຫວ່າງ ແຟຊັ່ນ ແລະ ຈິດຕະກຳ.
ເປັນຜູ້ເຮັດວຽກຢູ່ນອກຂະແໜງ ແຟຊັ່ນ, ນັກອອກ ແບບ ຮວ່າງກວຽນ-ຜູ້ສ້າງຕັ້ງເຄື່ອງໝາຍການຄ້າ Tiny Ink ເລີ່ມຕົ້ນເຮັດວຽກໃນຂົງເຂດ ແຟຊັ່ນ ເມື່ອປີ 2012. ເວລານັ້ນ, ທ່ານ ນາງພ້ອມກັບເພື່ອນຂອງຕົນ ໄດ້ລົງມືເຂົ້າໃນການຄົ້ນຄວ້າ ທ່າອຽງ ການແຕ້ມລວດລາຍໃສ່ບັນດາຜະລິດຕະພັນແຟຊັ່ນ.

ນັກອອກແບບ ຮວ່າງກວຽນ ໃຫ້ຮູ້ວ່າ: “ບັນດາຜະລິດຕະພັນໃນເບື້ອງຕົ້ນ ມີລວດລາຍທີ່ງ່າຍດາຍ, ຕາມແບບທຳມະດາ ເພາະວ່າ ເຮົາເຮັດອອກມາເພື່ອຢາກຮູ້ ລູກຄ້າຈະຕອບຮັບ ຜະ ລິດຕະພັນ ແຟຊັ່ນ ປະເພດນີ້ ຄືແນວໃດ. ເຖິງເດືອນ ພຶດສະ ພາ 2013, Tiny Ink ໄດ້ເປີດຮ້ານວາງສະແດງ ແລະ ຂາຍ ຜະລິດຕະພັນ ແຟຊັ່ນ ແຫ່ງທຳອິດຢູ່ນະຄອນ ໂຮ່ຈີມິນ. ພາຍ ຫຼັງ 6 ປີແຫ່ງການພັດທະນາ, ປັດຈຸບັນ ບັນດາຊຸດອອກ ແບບ ແຟຊັ່ນ ຂອງ Tiny Ink ໄດ້ມີການຄັດເລືອກ ແລະ ຜະລິດ ຢ່າງລະອຽດກວ່າເກົ່າ ກ່ຽວກັບລວດລາຍ, ກໍ່ຄືສີສັນອີກດ້ວຍ”. 


ເພື່ອສ້າງສຳເລັດ ຊຸດສະສົມຊຸດໜຶ່ງ, ຖັນແຖວນັກ ອອກ ແບບຂອງ Tiny Ink ຕ້ອງເຮັດຕາມແຕ່ລະຂັ້ນຕອນ, ນັບແຕ່ ການ ຂຶ້ນແຜນ, ນຳໃຊ້ວັດຖຸ ແລະ ລວດລາຍໃຫ້ແກ່ ຜະ ລິດຕະພັນ.


ຫຼັງຈາກຊອກໄດ້ຫົວຂໍ້ແລ້ວ, ຖັນແຖວນັກອອກແບບ
ຂອງ Tiny Ink ຈະປະດິດສ້າງ ລວດລາຍ ຕາມແນວຄວາມ ຄິດ ຂອງຕົນເອງ. 



ສ່ວນຫຼາຍ ຜ້າແພທີ່ Tiny Ink ນໍາໃຊ້ ຈະມີສີສັນ ທ່ີໂດດເດັ່ນ. 


ສີໄດ້ນຳໃຊ້ເພື່ອແຕ້ມຂອງ Tiny Ink ກໍ່ມີຫຼາຍສີ.


ນາຍຊ່າງຈະປະສົມສີໃຫ້ເໝາະສົມກັບຊຸດອອກແບບແຕ່ລະຊຸດ.


ນັກອອກແບບ ຮວ່າງກວຽນ ກວດກາການແຕ້ມໂດຍກົງ ເທິງ ຜະລິດຕະພັນ ອອກແບບຄັ້ງສຸດທ້າຍ. 

ປັດຈຸບັນ, ບັນດາຜະລິດຕະພັນ ແຟຊັ່ນ ຂອງ Tiny Ink ສ່ວນ ຫຼາຍໄດ້ອອກແບບຕາມຮູບຊົງຕັ້ງ ແລະ ນິ້ມນວນ. ສຳລັບ ຊຸດ ອອກແບບຕາມຮູບຊົງຕັ້ງ ມັກນຳໃຊ້ຜ້າ taffa, cotton ທີ່ນໍາ ເຂົ້າຈາກປະເທດ ອີຕາລີ ແລະ ຝຣັ່ງ, ສ່ວນຊຸດອອກ ແບບ ຕາມຮູບຊົງນິ້ມນວນ ມັກນຳໃຊ້ແພໄໝ ມ້າເຈົາ (ແຂວງ ກວາງ ນາມ).

ລູກຄ້າທຸກໆ ຄົນເມື່ອນຸ່ງຊຸດ ຂອງ Tiny Ink ແມ່ນຂ້ອນຂ້າງ ໂດດເດັ່ນ ໂດຍການປະສົມປະສານລະຫວ່າງ ສີສັນ ແລະ ລວດລາຍທ່ີສະດຸດຕາ. ດ້ວຍວັດສະດຸ ການອອກແບບ ແຕ່ລະ ຊຸດຂອງ Tiny Ink ຈະນໍາໃຊ້ສີທ່ີແຕກຕ່າງກັນ. ຮູບແບບການ ສະແດງທີ່ Tiny Ink ຖື ສ່ວນຫຼາຍແມ່ນ ແຕ້ມດ້ວຍສີນໍ້າມັນ, ເຄືອບສີດຳ ເທິງບັນດາຊຸດອອກແບບ ທີ່ມີຮູບຊົງຕັ້ງ ແລະ ມີ ຫຼາກຫຼາຍສີສັນ. ສຳລັບບັນດາ ຊຸດອອກແບບ ແຟຊັ່ນ ທີ່ເຮັດ ດ້ວຍ ແພໄໝ, ມີຮູບຊົງ ນິ້ມນວນ ຈະໄດ້ນຳໃຊ້ສີແຕ້ມ ສະ ເພາະໃຫ້ແກ່ແພໄໝ. ການແຕ້ມ ເທິງແພໄໝ ໄດ້ຖືວ່າ ຍາກ ເພາະເຂົາເຈົ້າຕ້ອງຄວບຄຸມລະດັບສີໃຫ້ໄດ້, ບໍ່ໃຫ້ສີຊຶມ ອອກ ຈາກແພໄໝ. 

ປັດຈຸບັນ, ລູກຄ້າຂອງ Tiny Ink ສ່ວນຫຼາຍແມ່ນຜູ້ທີ່ມີຄວາມ ມັກຮັກກັບບັນດາຊຸດອອກແບບທີ່ສະແດງເຖິງຄວາມໂດດເດັ່ນ ຜ່ານການປະສົມປະສານ ຢ່າງກົມກືນ ລະຫວ່າງແຟຊັ່ນ ແລະ ຈິດຕະກຳ. ເຖິງຢ່າງໃດກໍ່ຕາມ, ເຮົາສາມາດເຫັນໄດ້ຈຸດທ່ີຄ້າຍ ຄືກັນໃນບັນດາ ຊຸດອອກແບບ ແຟຊັ່ນ ຂອງ Tiny Ink, ນັ້ນ ແມ່ນຜະລິດຕະພັນຂອງ Tiny Ink ໄດ້ອອກແບບຕາມ ວັດທະ ນະທໍາ ຂອງ ຊາວອາຊີ ຕາເວັນອອກ, ພິເສດແມ່ນສີສັນ, ວັດ ທະນະທຳ ຂອງ ຫວຽດນາມ ໄດ້ສະແດງອອກໃນບັນດາຊຸດ ອາພອນ ປະຈຳຊາດ ເສື້ອຍາວ ຫຼື ສິ້ນແຕ່ລະຜືນ. ໃນນັ້ນຕ້ອງ ເວົ້າເຖິງຊຸດ ອອກແບບ ແຟຊັ່ນ “ຢວຽນ” ຊຶ່ງໄດ້ແຮງບັນດານ ໃຈ ເລື່ອງ: ເຕີມກາມ, “ກາວຫງວຽນ” ໂດຍເອົາແນວຄວາມ ຄິດ ຈາກເຂດພູສູງ ທາງທິດຕາເວັນຕົກສ່ຽງເໜືອ ຫວຽດນາມ. 

ການອອກແບບຈຳນວນໜຶ່ງຂອງເຄື່ອງໝາຍການຄ້າ ແຟຊັ່ນ Tiny Ink ໄດ້ຮັບແຮງບັນດານໃຈ ຈາກຫົວຂໍ້ ຫວຽດນາມ. 
 







ບົດ: ເງິນຮ່າ - ພາບ: ທົງຫາຍ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຊົນເຜົ່າ ກົ໋ງ ອາໄສຢູ່ພາກຕາເວັນຕົກສ່ຽງເໜືອ, ສ່ວນຫຼາຍແມ່ນ ເຕົ້າໂຮມກັນຢູ່ ແຂວງ ລາຍເຈົາ ແລະ ດ້ຽນບຽນ. ນີ້ແມ່ນໜຶ່ງ ໃນຊົນເຜົ່າ ມີຈຳນວນປະຊາກອນ ບໍ່ຮອດ 10 ພັນຄົນ ທີ່ຍັງຄົງ ຮັກສາ ວັດທະນະທຳ ພື້ນເມືອງທີ່ເປັນເອກະລັກສະເພາະ ໄວ້ໄດ້ຫຼາຍຢ່າງ, ພິເສດແມ່ນຊຸດອາພອນ ທ່ີມີສີສັນ ແລະ ລວດລາຍ ທີ່ເປັນເອກະລັກສະເພາະ.

Top