ອາຊີບເຮັດນ້ຳປາຢູ່ ຊາເຈົາ ມີມາແຕ່ດົນນານ, ໄດ້ຕິດພັນກັບຊີວິດຂອງຊາວບ້ານແຄມທະເລຢູ່ທີ່ນີ້. ຜ່ານຫຼາຍລຸ້ນຄົນ, ຊາວທ້ອງຖິ່ນຍັງຮັກສາວິທີປຸງແຕ່ງພື້ນເມືອງໄວ້ໄດ້ໝົດ ດ້ວຍບັນດາຂັ້ນຕອນທີ່ລະອຽດລະອໍ, ບັນດາຫຼັກເກນທີ່ເຂັ້ມງວດ ແລະ ບໍ່ໃຊ້ເຄື່ອງຈັກ. ນີ້ແມ່ນຈຸດທີ່ສ້າງເປັນຄຸນນະພາບທີ່ດີ ແລະ ສ້າງຊື່ສຽງສະເພາະໃຫ້ແກ່ນ້ຳປາ ຊາເຈົາ ເມື່ອທຽບກັບແຫ່ງອື່ນໆ. ທ່ານ ຫວູຢຸຍຕິງ, ຜູ້ທີ່ຕິດພັນກັບໝູ່ບ້ານອາຊີບເຮັດນ້ຳປາພື້ນເມືອງ ຊາເຈົາ ໃຫ້ຮູ້ວ່າ:
ອາຊີບເຮັດນ້ຳປາພື້ນເມືອງຂອງພວກຂ້າພະເຈົ້າມີກ່ວາ 200 ປີແລ້ວ. ລຸ້ນພໍ່ລຸ້ນອ້າຍຂອງພວກຂ້າພະເຈົ້າລ້ວນແຕ່ແມ່ນຜູ້ເຮັດອາຊີບນີ້. ພໍ່ເຖົ້າແມ່ເຖົ້າຂອງຂ້າພະເຈົ້າກໍ່ໄດ້ເຮັດນ້ຳປາເຊັ່ນດຽວກັນ. ຂ້າພະເຈົ້າເອງສ້າງຄອບຄົວເມື່ອປີ 1978 ແລະ ຍັງຮັກສາອາຊີບນີ້ຈົນມາຮອດປະຈຸບັນ.
ສ່ວນປະກອບຕົ້ນຕໍເພື່ອເຮັດນ້ຳປາທີ່ດີເລີດນີ້ ສ່ວນຫຼາຍແມ່ນປາທູແຂກ, ກຸ້ງນ້ອຍ, ປາຊະນິດຕ່າງໆຂອງສະເພາະເຂດທະເລ ຢາວຮຶງ. ສິ່ງພິເສດແມ່ນປາທີ່ເອົາໄປເຮັດນ້ຳປາແມ່ນປາສົດ, ບໍ່ແຊ່ເຢັນ, ບໍ່ເປື່ອຍ ແລະ ໄດ້ເອົາມາໃນລະດູການທີ່ປາຕຸ້ຍທີ່ສຸດໃນປີ. ນອກຈາກປາສົດ, ເກືອກໍ່ແມ່ນປັດໄຈສຳຄັນທີ່ຕັດສິນຄຸນນະພາບຂອງນ້ຳປາ. ເກືອເອົາໄປເຮັດນ້ຳປາຕ້ອງຊື້ຢູ່ໝູ່ບ້ານເຮັດເກືອພື້ນເມືອງ ແບັກລອງ, ຕາແສງ ຢາວຮຶງ. ຕາມ ລຸງ ຫງວຽນວັນບາ, ຊາວໝູ່ບ້ານອາຊີບເຮັດນ້ຳປາພື້ນເມືອງ ຊາເຈົາ ແລ້ວ, ຈຸດເວລາຊື້ເກືອແມ່ນທ້າຍເດືອນເມສາ ແລະ ເດືອນພຶດສະພາ:
ຖ້າຢາກເຮັດນ້ຳປາແຊບ, ບັນລຸມາດຖານ ແມ່ນຕ້ອງໃຊ້ເກືອ ແບັກລອງ. ອັດຕາສ່ວນປະສົມເກືອແມ່ນຂຶ້ນກັບລະດູການ. ເດືອນ 5, ເດືອນ 6 ອັດຕາເກືອແມ່ນ 16%, ແຕ່ເດືອນ 10 ຂື້ນໄປ, ອັດຕາເກືອຕ້ອງແມ່ນ 18% ຂອງປະລິມານກຸ້ງ, ປາ ແລະ ເກືອ ແລ້ວເອົາໄປເອືອບປະໄວ້. ສິ່ງແຕກຕ່າງຢູ່ບ່ອນວ່າ ກຸ້ງໃນຕົ້ນປີຍັງນ້ອຍ, ມີຊີ້ນໜ້ອຍ, ແຕ່ເດືອນ 9, ເດືອນ 10, ຊີ້ນຈະຫຼາຍກ່ວາ, ຕ້ອງເພີ່ມເກືອ.
ພາຍຫຼັງເອືອບປາກັບເກືອຕາມອັດຕາສ່ວນທີ່ໄດ້ກຳນົດເພື່ອໃຫ້ປາສຸກແບບທຳມະຊາດ, ຫຼັງຈາກນັ້ນ 6 ເດືອນຈິ່ງເອົາອອກມາຕອງໃສ່ແພ ແລ້ວປັ້ນນ້ຳອອກ ກເປັນນ້ຳປາສົດ. ນ້ຳປານີ້ບໍ່ຕົ້ມຄືຫຼາຍແຫ່ງ, ຫາກຕ້ອງຕາກແດດຕື່ມອີກ 6 ເດືອນ. ນ້ຳປາໄດ້ຖອກໃສ່ໄຫທີ່ມີປາກກ້ວາງ, ເລິກປະມານ 20 ເຊັນ, ຕາກທັງວັນ ແລະ ຄືນ, ຕາກໜອກອີກເພື່ອເຮັດໃຫ້ມີລົດຊາດເຂັ້ມຂຸ້ນນົວ, ຍ້ອນນ້ຳປາ ຊາເຈົາ ບໍ່ໄດ້ຕົ້ມ, ສະນັ້ນ ບໍ່ໃຫ້ຖືກນ້ຳຝົນເດັດຂາດ… ລຸງ ຫງວຽນວັນຮວາດ, ປະຊາຊົນຜູ້ໜຶ່ງ ໃຫ້ຮູ້ວ່າ:
ຢາກເຮັດນ້ຳປາໃຫ້ແຊບນົວແມ່ນຕ້ອງຂຶ້ນກັບດິນຟ້າອາກາດ, ມີແດດຫຼາຍກໍ່ຍິ່ງແຊບ. ຖ້າມີນ້ຳຝົນ ຫຼືນ້ຳທຳມະດາຕົກໃສ່ແມ່ນຈະບໍ່ແຊບ. ດັ່ງນັ້ນ ຖ້າຄາວຽກແນວໃດກໍ່ຕ້ອງມີຄົນຍາມ, ຕິດຕາມຕະຫຼອດ.
ໄລຍະເວລາພັດທະນາດີທີ່ສຸດຂອງໝູ່ບ້ານອາຊີບເຮັດນ້ຳປາ ຊາເຈົາ ມີເຖິງ 400 ຄອບຄົວເຮັດອາຊີບນີ້ ແຕ່ປະຈຸບັນຍັງມີປະມານ 30 ຄອບຄົວເທົ່ານັ້ນ, ໃນນັ້ນມີ 10 ຄອບຄົວໄດ້ຜະລິດນ້ຳປາດ້ວຍຂອບຂະໜາດໃຫ່ຍ, ປະລິມານການຜະລິດສະເລ່ຍແຕ່ 450.000-500.000 ລິດ/ປີ. ນ້ຳປາ ຊາເຈົາ ມີຊື່ສຽງຢູ່ຫຼາຍແຂວງ.
ນ້ຳປາ ຊາເຈົາ ແມ່ນຜະລິດຕະພັນພິເສດສະເພາະ, ແມ່ນຄວາມເອກອ້າງທະນົງໃຈຂອງຊາວທ້ອງຖິ່ນ. ນ້ຳປາແຕ່ລະຢອດບໍ່ພຽງແຕ່ບັນຈຸລົດຊາດແຊບນົວ, ເຂັ້ມຂຸ້ນຂອງທະເລ, ຜົນງານໃນການອອກແຮງງານຂອງຫຼາຍລຸ້ນຄົນເທົ່ານັ້ນ, ຫາກຍັງແມ່ນເລື່ອງລາວຂອງໝູ່ບ້ານອາຊີບແຄມທະເລທາງພາກເໜືອ ຫວຽດນາມ ທີ່ຍັງໄດ້ຕັ້ງໃຈຮັກສາລົດຊາດພື້ນເມືອງໄວ້ຈົນຮອດວັນນີ້ ແລະ ໃນວັນໜ້າອີກດ້ວຍ./.