• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໜັງ​ສື​ພິມ Asiatime: ​ການຮ່ວມ​ມື ​ຫວຽດ​ນາມ ສິງ​ກະ​ໂປ ຊ່ວຍ​ຊຸກ​ຍູ້​ຄວາມ​ສາ​ມັກ​ຄີ ອາ​ຊຽນ

ບົດຂຽນຖືວ່າ ສິງກະໂປ ແລະ ຫວຽດນາມ ລ້ວນແມ່ນບັນດາພື້ນຖານເສດຖະກິດຂະຫຍັນຂັນເຄື່ອນ ແລະ ສະໜັບສະໜູນລັດທິຫຼາຍຝ່າຍ; ພ້ອມກັນນັ້ນ, ສອງປະເທດລ້ວນແຕ່ຮັບຮູ້ວ່າ ການພັດທະນາແມ່ນສິ່ງຕົ້ນຕໍຂອງຫຼາຍບັນຫາ.
  ໜັງສືພິມ Asiatime ລົງບົດຂຽນກ່ຽວກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄປຢ້ຽມຢາມສິງກະໂປ (ພາບ: Asiatime )  

ເນື່ອງໃນໂອກາດການຢ້ຽມຢາມ ສິງກະໂປ ຢ່າງເປັນທາງການ ນັບແຕ່ວັນທີ 8 ຫາ 10 ກຸມພາ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ, ໜັງສືພິມ Asiatime ໄດ້ລົງບົດຂຽນ ໃນວັນທີ 6 ກຸມພາ, ໂດຍໃຫ້ຂໍ້ສັງເກດວ່າ ການຢ້ຽມຢາມ ຈະຊ່ວຍຊຸກຍູ້ ການພົວພັນສອງຝ່າຍ ລະຫວ່າງ ຫວຽດນາມ ແລະ ສິງກະໂປ, ຈາກນັ້ນ ປະກອບສ່ວນສ້າງທ່າພັດທະນາໃຫ້ ອາຊຽນ ຕໍ່ໜ້າສິ່ງທ້າທາຍຕ່າງໆໃນອານາຄົດ.

ບົດຂຽນຖືວ່າ ສິງກະໂປ ແລະ ຫວຽດນາມ ລ້ວນແມ່ນບັນດາພື້ນຖານເສດຖະກິດຂະຫຍັນຂັນເຄື່ອນ ແລະ ສະໜັບສະໜູນລັດທິຫຼາຍຝ່າຍ; ພ້ອມກັນນັ້ນ, ສອງປະເທດລ້ວນແຕ່ຮັບຮູ້ວ່າ ການພັດທະນາແມ່ນສິ່ງຕົ້ນຕໍຂອງຫຼາຍບັນຫາ. ສະນັ້ນ, ການຮ່ວມມືຂອງສອງປະເທດທີ່ຂະຫຍັນຂັນເຄື່ອນນີ້ ບໍ່ພຽງແຕ່ຈະແກ້ໄຂບັນດາບັນຫາຂອງສອງປະເທດເທົ່ານັ້ນ, ແຕ່ຍັງປະກອບສ່ວນເປັນກໍາລັງໜູນແກ່ການເຕີບໂຕ ເພື່ອໃຫ້ອາຊຽນ ແກ້ໄຂບັນດາສິ່ງທ້າທາຍດ້ານເສດຖະກິດ ຂອງບັນດາປະເທດສະມາຊິກອີກດ້ວຍ. ຕາມບົດຂຽນແລ້ວ, ສິງກະໂປສາມາດເສີມຂະຫຍາຍລັກສະນະຂະຫຍັນຂັນເຄື່ອນ ແລະ ໜູນຊ່ວຍ ຫວຽດນາມ ກໍ່ຄືບັນດາປະເທດອື່ນໆໃນ ອາຊຽນ ເປີດກວ້າງວິທີເຂົ້າໃກ້ ເພື່ອແກ້ໄຂບັນດາສິ່ງທ້າທາຍພາກພື້ນ. ຫວຽດນາມ ກໍ່ສາມາດປະກອບສ່ວນມາດຕະການໃຫ້ແກ່ ອາຊຽນ. ບົດຂຽນຢູ່ໃນໜັງສືພິມ Asiatime ຖືວ່າ ກຳລັງຄວາມສາມາດດີເດັ່ນດ້ານກະສິກຳ ຂອງຫວຽດນາມ ສາມາດຊ່ວຍ ອາຊຽນ ສາມາດ ຕ້ານຢັຮຕໍ່ວິກິດການດ້ານຄວາມໝັ້ນຄົງດ້ານສະບຽງອາຫານທົ່ວໂລກທີ່ກຳລັງນັບມື້ນັບໜັກໜ່ວງໄດ້ດີກ່ວາ.

ການຢ້ຽມຢາມສິງກະໂປ ຂອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ກໍ່ຄືການຮ່ວມມືສອງຝ່າຍ ທີ່ມີປະສິດທິຜົນ ຈະເປັນກຳລັງໜູນໃຫ້ແກ່ຄວາມສາມັກຄີ, ໝັ້ນຄົງຂອງ ອາຊຽນ ໃນໂລກທີ່ກຳລັງປ່ຽນແປງ.

 

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top