• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ເມ​ລິ​ກາ ຈະນຳ​ເອົາ​ນ້ຳ​ມັນ 172 ລ້ານ​ຖັງ​ອອກ​ຈາກ​ສາງ​ສຳ​ຮອງ​ນ້ຳ​ມັນ​ເພື່ອຫຼຸ​ດ​ລາ​ຄາ​ພະ​ລັງ​ງານ​ລົງ

ການກະທຳຂອງ ວໍຊິງຕັນ ນອນໃນຄວາມມານະພະຍາຍາມສົມທົບກັບອົງການພະລັງງານສາກົນ (IEA) ເພື່ອແນໃສ່ຫຼຸດຜ່ອນຜົນກະທົບຈາກການປະທະກັນຢູ່ຕາເວັນອອກກາງລົງ.
ສາງນ້ຳມັນສຳຮອງຍຸດທະສາດ (SPR) ຢູ່ Freeport, Texas, ອາເມລິກາ ໃນວັນທີ 9/6/2016 (ພາບເອກະສານ: REUTERS/Richard Carson)

ວັນທີ 12 ມີນາ, ອຳນາດການປົກຄອງທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ແຈ້ງໃຫ້ຊາບວ່າ ຈະເອົານ້ຳມັນ 172 ລ້ານຖັງອອກຈາກສາງນ້ຳມັນສຳຮອງບໍ່ຍຸດທະສາດ (SPR) ເພື່ອແນໃສ່ຄວບຄຸມທ່ວງທ່າລາຄາພະລັງງານເພີ່ມຂຶ້ນຢ່າງແຮງໃນສະພາບການທີ່ການປະທະກັນກັບ ອີຣານ ໄດ້ເຮັດໃຫ້ແຫຼ່ງສະໜອງທົ່ວໂລກຖືກຂາດວັກຂາດຕອນ. ການກະທຳຂອງ ວໍຊິງຕັນ ນອນໃນຄວາມມານະພະຍາຍາມສົມທົບກັບອົງການພະລັງງານສາກົນ (IEA) ເພື່ອແນໃສ່ຫຼຸດຜ່ອນຜົນກະທົບຈາກການປະທະກັນຢູ່ຕາເວັນອອກກາງລົງ.

        ຕາມກະຊວງພະລັງງານ ອາເມລິກາ ແລ້ວ, ປັດຈຸບັນ, ສາງນ້ຳມັນສຳຮອງຍຸດທະສາດຂອງປະເທດນີ້ ຍັງເຫຼືອປະມານ 415 ລ້ານຖັງ, ເທົ່າກັບບໍ່ຮອດ 60% ຂອງກຳລັງການນຳໃຊ້. ໃນຂະນະນັ້ນ, ອາເມລິກາ ໄດ້ນຳໃຊ້ນ້ຳມັນປະມານ 20 ລ້ານຖັງ ຕໍ່ວັນ, ເກືອບເທົ່າກັບປະລິມານນ້ຳມັນທີ່ໄດ້ຂົນສົ່ງຜ່ານຊ່ອງແຄບທະເລ Hormuz ເປັນປະຈຳ.

        ກ່ອນໜ້ານັ້ນ, 32 ປະເທດສະມາຊິກຂອງ IEA ມີແຜນການນຳນ້ຳມັນຈຳນວນ 400 ລ້ານຖັງ ຈາກບັນດາສາງສຳຮອງສຸກເສີນອອກສູ່ຕະຫຼາດ. ນີ້ໄດ້ຮັບຖືວ່າ ແມ່ນການເບີກຈ່າຍນ້ຳມັນແຮສາງອອກຄັ້ງໃຫຍ່ສຸດໃນປະຫວັດສາດຂອງອົງການນີ້.

(ແຫຼ່ງຄັດຈາກ VOV)

ເປີດ​ສະຫຼອງ​ສູນ​ອາ​ວະ​ກາດ ຫວຽດ​ນາມ: ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ອາ​ວະ​ກາດ

ເປີດ​ສະຫຼອງ​ສູນ​ອາ​ວະ​ກາດ ຫວຽດ​ນາມ: ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ອາ​ວະ​ກາດ

ຕອນເຊົ້າວັນທີ 13 ມີນາ, ຢູ່ເຂດອຸດສາຫະກຳສູງ ຮວ່າລາກ, ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ບັນດາຜູ້ແທນໄດ້ຕັດແຖບຜ້າເປີດສະຫຼອງກິດຈະກຳສູນອາວະກາດ ຫວຽດນາມ. ນີ້ແມ່ນພື້ນຖານໂຄງລ່າງທີ່ທັນສະໄໝ, ມີຂອບຂະໜາດ ແລະ ລະດັບເຕັກໂນໂລຢີນອນໃນກຸ່ມກ້າວໜ້າໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໄດ້ຜັນຂະຫຍາຍດ້ວຍແຫຼ່ງທຶນຊ່ວຍເຫຼືອຫຼ້າ (ODA) ຂອງລັດຖະບານ ຍີ່ປຸ່ນ ລວມມູນຄ່າລົງທຶນກວ່າ 7.000 ຕື້ດົ່ງ (280 ລ້ານ USD).

Top