• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໜັງສືພິມ ອາເມລິກາ ຂຽນກ່ຽວກັບການເຄື່ອນໄຫວແຜ່ບໍລິຈາກເງິນສະໜັບສະໜູນປະຊາຊົນ ກຸຍບາຂອງ ຫວຽດນາມ

ທ່ານປະທານ ກຸຍບາ Miguel Diaz-Canel Bermudez ໄດ້ມີບົດຂຽນເອົາລົງໃນສື່ສັງຄົມ X ສະແດງຄວາມຕື້ມຕັນໃຈຕໍ່ການກະທຳຂອງປະຊາຊົນ ຫວຽດນາມ.
ຜູ້ແທນເຂົ້າຮ່ວມພິທີເປີດການແຜ່ບໍລິຈາກ (ພາບ: mattran.org.vn)

ວັນທີ 19 ສິງຫາ, ໜັງສືພິມ New York Times ຂອງ ອາເມລິກາ ໄດ້ລົງບົດກ່ຽວກັບບັ້ນແຜ່ບໍລິຈາກເງິນສ້າງກອງທຶນສະໜັບສະໜູນ ກຸຍບາ ຂອງ ຫວຽດນາມ, ເນື່ອງໃນໂອກາດ 2 ປະເທດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1960 – 2025). ໜັງສືພິມ New York Times ໃຫ້ຮູ້ວ່າ, ພຽງໃນອາທິດທຳອິດຂອງບັ້ນແຜ່ບໍລິຈາກ, ສູນກາງສະພາດາແດງ ຫວຽດນາມ ໄດ້ຮັບຈຳນວນເງິນກວ່າ 13 ລ້ານ USD, ລື່ນກາຍຄວາມຄາດຫວັງຂອງຄະນະຈັດຕັ້ງເປັນຫຼາຍເທົ່າ.

ໜັງສື່ພິມນີ້ຕີລາຄາວ່າ ບັ້ນສ້າງກອງທຶນປະຊາຄົມຢູ່ ຫວຽດນາມ ມີຄວາມໝາຍເຊື່ອມຕໍ່ປະຊາຊົນຂອງ 2 ປະເທດ. ທ່ານປະທານ ກຸຍບາ Miguel Diaz-Canel Bermudez ໄດ້ມີບົດຂຽນເອົາລົງໃນສື່ສັງຄົມ X ສະແດງຄວາມຕື້ມຕັນໃຈຕໍ່ການກະທຳຂອງປະຊາຊົນ ຫວຽດນາມ. ການນຳ ກຸຍບາ ຖືນີ້ແມ່ນ “ການກະທຳແຫ່ງຄວາມຮັກ” ທີ່ມາຈາກ “ຊາດໜຶ່ງມີຄວາມດຸໝັ້ນຂະຫຍັນພຽງ, ວິລະຊົນ, ໄດ້ບືນຕົວຂຶ້ນພາຍຫຼັງສົງຄາມຫຼາຍຄັ້ງຍາດເອົາເອກະລາດ ແລະ ປະຈຸບັນເຮັດໃຫ້ໂລກມີຄວາມນັບຖືດ້ວຍການພັດທະນາແບບຍືນຍົງ".

(ແຫຼ່ງຄັດຈາກ VOV)

ຍົກລະ​ດັບ​ການ​ພົວ​ພັນ ຫວຽດ​ນາມ - ສິງ​ກະ​ໂປ ແລະ ທີ່​ຕັ້ງ​ບົດ​ບາດຂອງ ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ

ຍົກລະ​ດັບ​ການ​ພົວ​ພັນ ຫວຽດ​ນາມ - ສິງ​ກະ​ໂປ ແລະ ທີ່​ຕັ້ງ​ບົດ​ບາດຂອງ ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ

ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແລ້ວ ຈຸດ​ສຸມ​ຂອງ ການ​ຢ້ຽມ​ຢາ​ສິງ​ກະ​ໂປ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທ​ານ​ປະ​ເທດ ໂຕ​ເລິມ ແມ່ນ​ການ​ເຂົ້າ​ຮ່ວມ​ແລະ​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ Shangri-la.

Top