• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄວໜຸ່ມນະຄອນຫລວງກັບການທົດສອບ “ການ share 15 ວັນ”

      ວັນທີ 02 ເມສາ, ໂດຍຜ່ານທາງ Fanpage ຂອງຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ, ຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ ໄດ້ປຸກລະດົມລາຍການທົດສອບ “15-day-sharing challenge – We care, We share” (ທົດສອບການ share 15 ວັນ) ໃຫ້ສະມາຊິກຊາວໜຸ່ມ, ຊາວໜຸ່ມໃນບໍລິເວນນະຄອນ.

ໄວໜຸ່ມນະຄອນຫລວງກັບການທົດສອບ “ການ share 15 ວັນ” (ພາບ: dantri.vn)
      ການທົດສອບການ share 15 ວັນ “We care - We share” ໂດຍຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ ສຸມໃສ່ຜັນຂະຫຍາຍຜ່ານທາງສື່ສັງຄົມອອນລາຍ Facebook ດ້ວຍຄວາມປາດຖະໜາຢາກໃຫ້ແຕ່ລະຄົນນຳໃຊ້ສື່ສັງຄົມ ເມື່ອເຂົ້າຮ່ວມການທົດສອບ ເຊິ່ງຈະກາຍເປັນ “ນັກຮົບ”, ເປັນນັກໂຄສະນາຕັ້ງໜ້າຜ່ານ “ແນວຮົບ” ໃນສື່ສັງຄົມອອນລາຍ; ເພື່ອໃຫ້ສະມາຊິກຊາວໜຸ່ມ, ຊາວໜຸ່ມ, ພົນລະເມືອງນະຄອນຫລວງແຕ່ລະຄົນ ເມື່ອຢູ່ ເຮືອນ ຍັງສາມາດປະຕິບັດໄດ້ວຽກງານທີ່ມີຜົນປະໂຫຍດໃນການຮ່ວມແຮງຮ່ວມໃຈເຂົ້າຮ່ວມການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ 19.
      ບັນດາ “ຄຳຮຽກຮ້ອງ” ໄດ້ວາງອອກໃນການ “ທົດສອບການ share 15 ວັນ” ແມ່ນບັນດາການກຳນົດທິດໂຄສະນາທີ່ງ່າຍດາຍທີ່ສຸດ ແຕ່ມີຄວາມໝາຍຢ່າງໃຫຍ່ຫລວງຄື: share ສານຂອງການນຳພັກ, ລັດ, ລັດຖະບານ, ການນຳນະຄອນ ຮ່າໂນ້ຍ ໃນການປ້ອງກັນ, ສະກັດກັ້ນໂລກລະບາດ; ພາບຖ່າຍ/ບົດຂຽນກ່ຽວກັບຖັນແຖວແພດໝໍເຂົ້າຮ່ວມການປ້ອງກັນ, ສະກັດກັ້ນໂລກລະບາດ ທີ່ ຕົນເອງຮູ້ສຶກສາວ່າມີຄວາມສະເທືອນໃຈທີ່ສຸດ ຫຼື MV ບົດເພງ/ຄຼິບເຕັ້ນ ປຸກລະດົມການການປ້ອງກັນ, ສະກັນກັ້ນໂລກລະບາດທີ່ເປັນແຫຼ່ງບັນດານໃຈໃຫ້ແກ່ຕົນເອງ ທີ່ສຸດ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top