• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄວຣັດສາຍພັນ Omicron ສືບຕໍ່ແຜ່ລະບາດຢ່າງວ່ອງໄວ

ໄລ່ຮອດເວລາ 1 ໂມງຕອນເຊົ້າວັນທີ 9 ມັງກອນຕາມເວລາ UTC ຈຳນວນຜູ້ຕິດເຊື້ອໂຄວິດ - 19 ໃນທົ່ວໂລກແມ່ນເກືອບ 306 ລ້ານກໍລະນີ, ໃນນັ້ນມີຫຼາຍກວ່າ 5,5 ລ້ານກໍລະນີຖືກເສຍຊີວິດ.
ການປິ່ນປົວໃຫ້ຄົນເຈັບຢູ່ອັງກິດ

ໃນ 24 ຊົ່ວໂມງທີ່ຜ່ານມາໂລກມີຜູ້ຕິດເຊື້ອໃໝ່ຕື່ມອີກ 2,2 ລ້ານຄົນແລະມີຜູ້ເສຍຊີວິດເກືອບ 4.800 ຄົນ. ອາເມລິກາຍັງຄົງແມ່ນປະເທດຮັບຜົນສະທ້ອນ ຢ່າງຮ້າຍແຮງທີ່ສຸດຈາກໂລກລະບາດດ້ວຍຈຳນວນຜູ້ຕິດເຊື້ອເກືອບ 61 ລ້ານຄົນແລະ 860.000 ຄົນເສຍຊີວິດ. ຖັດມາແມ່ນອິນເດຍແລະ ບຣາຊິນ.

     ໃນຂະນະນັ້ນຈຳນວນຜູ້ຕິດເຊື້ອໃໝ່ຢູ່ບັນດາປະເທດເອີລົບຄືອັງກິດ,  ຝລັ່ງ, ອີຕາລີ, ໂອຕາລິດ...ກໍ່ເພີ່ມຂຶ້ນໃນລະດັບສະຖີຕິໃນອາທິດທີ່ຜ່ານມາ. ບາງປະເທດອື່ນຄືຍີ່ປຸ່ນ ສ ເກົາຫຼີ ກໍ່ມີບັນດາກໍລະນີຕິດເຊື້ອໃໝ່ເພີ່ມຂຶ້ນຢ່າງກະໂດດຂັ້ນ.

    ຄາດວ່າມາຮອດປັດຈຸບັນໄດ້ມີວັກຊິນຫຼາຍກວ່າ 9,1 ຕື້ໂດສ ຖືກນຳໃຊ້ໃນທົ່ວໂລກ,ແຕ່ປະສິດທິຜົນຂອງການສະກັດກັ້ນໂລກລະບາດກໍ່ຍັງບໍ່ທັນຈະແຈ້ງເທື່ອ.

(ແຫຼ່ງຄັດຈາກ VOV)


ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຍາດ​ໄດ້​ລາງວັນ​ສັນ​ຕິ​ພາບ​ສາ​ກົນ Lev N. Tolstoy ປີ 2026

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຍາດ​ໄດ້​ລາງວັນ​ສັນ​ຕິ​ພາບ​ສາ​ກົນ Lev N. Tolstoy ປີ 2026

ລາງວັນ​ສັນ​ຕິ​ພາບ​ສາ​ກົນ Lev N. Tolstoy ແມ່ນ​ໜຶ່ງ​ໃນ​ບັນ​ດາ​ລາງວັນ​ອັນ​ສູງ​ສົ່ງ​ລະ​ດັບ​ສາ​ກົນ ໂດຍ ລັດ​ເຊຍ ລິ​ເລີ່ມ ແນ​ໃສ່​ເຊີດ​ບັນ​ດາ​ສ່ວນ​ບຸກ​ຄົນ ແລະ ອົງ​ການ​ຈັ​ດ​ຕັ້ງ​ທີ່​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ພົ້ນ​ເດັ່ນ​ໃຫ້​ແກ່​ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ, ຊຸກ​ຍູ້​ການ​ສົນ​ທະ​ນາ, ການ​ຮ່ວມ​ມື ແລະ ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ ແລະ ກັນ​ລະ​ຫວ່າງ​ບັນ​ດາ​ຊົນ​ຊາດ.

Top