• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ສັບ​ປະ​ດາ​ຂັ້ນ​ສູງ ແລະ ວາ​ລະ​ປະ​ຊຸມ​ປຶກ​ສາ​ຫາ​ລື​ຂັ້ນ​ສູງ ກອງ​ປະ​ຊຸມສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 78

ສັບປະດາຂັ້ນສູງ ແລະ ວາລະປຶກສາຫາລືຂັ້ນສູງປີ 2023 ດ້ວຍຫົວຂໍ້ “ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຊຸກຍູ້ປະຊາຊົນທຸກຄົນ” ຖືກໄຂຂຶິ້ນໃນວັນທີ 19 ກັນຍາ ຢູ່ສຳນັກງານ ສປຊ ຢູ່ ນິວຢອກ (ອາເມລິກາ), ໃນຂອບເຂດກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 78 ໄດ້ດຳເນີນແຕ່ວັນທີ 19 – 22 ກັນຍາ.

ນີ້ແມ່ນເຫດການສາກົນສຳຄັນແຖວໜ້າຂອງຊີວິດການເມືອງໂລກ, ດ້ວຍການເຂົ້າຮ່ວມຂອງການນຳຂັ້ນສູງບັນດາປະເທດສະມາຊິກ.

ວາລະປະຊຸມໜຶ່ງຂອງກອງປະຊຸມສະມັດຊາໃຫຍ່ ສປຊ ຢູ່ ນິວຢອກ, ອາເມລິກາ (ພາບເອກະສານ: AFP/TTXVN)

ວັນທີ 20 ກັນຍາ, ຕາມວາລະແລ້ວ, ສປຊ ຈະຈັດການເຈລະຈາຂັ້ນສູງກ່ຽວກັບການເງິນເພື່ອການພັດທະນາ. ການເຈລະຈາດັ່ງກ່າວແມ່ນໂອກາດເພື່ອໃຫ້ບັນດາປະເທດທົບທວນຄືນວິວັດທະນາການແຫ່ງການຜັນຂະຫຍາຍໂຄງການດຳເນີນງານ Addis Ababa ທີ່ໄດ້ຮັບຮອງເອົາໃນປີ 2015 ເພື່ອແນໃສ່ສະໜອງໃນຂອບເຂດທົ່ວໂລກໃໝ່ ດ້ວຍເປົ້າໝາຍລະດົມແຫຼ່ງການເງິນຮັບໃຊ້ການພັດທະນາແບບຍືນຍົງ ຜ່ານການດັດປັບທຸກແຫຼ່ງການເງິນ ແລະ ນະໂຍບາຍດ້ວຍບັນດາບຸລິມະສິດທາງດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ.

(ແຫຼ່ງຄັດຈາກ VOV)

ມາ​ນະ​ພະ​ຍາ​ຍາມ​ນຳ​ກາ​ນ​ພົວ​ພັນ ຫວຽດ​ນາມ - ລາວ ​ກ້າວ​ເຂົ້​າ​ສູ່​ໜ້າ​ປະ​ຫວັດ​ສາດ​ໃໝ່, ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຮງ, ມີ​ຄວາມ​ສະ​ໜິດ​ແໜ້ນ​ກ່​ວາ

ມາ​ນະ​ພະ​ຍາ​ຍາມ​ນຳ​ກາ​ນ​ພົວ​ພັນ ຫວຽດ​ນາມ - ລາວ ​ກ້າວ​ເຂົ້​າ​ສູ່​ໜ້າ​ປະ​ຫວັດ​ສາດ​ໃໝ່, ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຮງ, ມີ​ຄວາມ​ສະ​ໜິດ​ແໜ້ນ​ກ່​ວາ

ສ່ວນທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ລາວ ກໍ່ເຫັນດີເປັນເອກະພາບຕໍ່ບັນດາເນື້ອໃນແລກປ່ຽນຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານຢັ້ງຢືນວ່າ ສອງປະເທດຈະສືບຕໍ່ຮ່ວມມືກັນ, ປະສານສົມທົບກັນຢ່າງແໜ້ນແຟ້ນໃນບັນດາບັນຫາພາກພື້ນ ແລະ ສາກົນ.

Top