ພິທີໄຂ ໂດຍທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen ແລະ ພັນລະຍາ Bun Rany ເປັນປະທານ. ພິທີໄຂ ASEAN Para Games 12 ໄດ້ເລີ່ມດ້ວຍພິທີນັບຖອຍຫຼັງ ແລະ ການສະແດງຍິງບັ້ງໄຟດອກທີ່ເປັນເອກະລັກ ແລະ ຈັບໃຈ. ຖັດຈາກນັ້ນ ແມ່ນພິທີແຫ່ທຸງຊາດ ແລະ ທຳພິທີເຄົາລົບທຸງຂອງ ກຳປູເຈຍ. ພິເສດ, ໃນພິທີເຄົາລົບທຸງ ແລະ ຊັກທຸງຂຶ້ນເສົາ, ມີລາຍການສະແດງພາສາກາຍຂອງ 40 ຄົນ.
ພິທີໄຂ ASEAN Para Games 12 ໄດ້ເຊື່ອມຕໍ່ດ້ວຍພິທີແຫ່ຂະບວນຂອງ 11 ຄະນະນັກກິລາຄົນພິການທີ່ມາຈາກບັນດາປະເທດ ອາຊຽນ ດ້ວຍ ນັກກິລາປະມານ 600 ຄົນ.