ເມື່ອກ່າວຄຳເຫັນທີ່ພິທີໄຂ, ທ່ານ ເລກວັກມິງ, ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ, ບັນນາທິການໃຫຍ່ໜັງສືພິມ ເຍິນເຢີນ (ປະຊາຊົນ), ປະທານສະມາຄົມນັກຂ່າວ ຫວຽດນາມ ເນັ້ນໜັກວ່າ:
“ງານບຸນສື່ມວນຊົນປີນີ້ ໄດ້ຄັດເລືອກຫົວຂໍ້ທີ່ມີລັກສະນະກຳນົດທິດຢ່າງເລິກເຊິ່ງ ແລະ ຮອບດ້ານ: “ສື່ມວນຊົນ ຫວຽດນາມ - ຈົງຮັກພັກດີ, ປະດິດຄິດສ້າງ, ມີຄວາມຮັບຜິດຊອບໃນສັງກາດໃໝ່”. ຜ່ານຫົວຂໍ້ນີ້ໄດ້ຢັ້ງຢືນພາລະກຳທີ່ເປັນແກ່ນສານຂອງຜູ້ເຮັດວຽກງານສື່ມວນຊົນປະຕິວັດ ທີ່ຍາມໃດກໍຈົງຮັກພັກດີຕໍ່ອຸດົມການຂອງພັກ, ຜົນປະໂຫຍດຂອງປະຊາຊົນ; ນະວັດຕະກຳຢ່າງບໍ່ຢຸດຢັ້ງ, ໝູນໃຊ້ເຕັກໂນໂລຢີທັນສະໄໝ; ພ້ອມທັງຍົກສູງຄວາມຮັບຜິດຊອບຕໍ່ສັງຄົມ, ຄູນສົມບັດວິຊາອາຊີບໃນຂະບວນວິວັດສ້າງສັງຄົມຍຸຕິທຳ, ປະຊາທິປະໄຕ ແລະ ສີວິໄລ”.
ຈຸດພົ້ນເດັ່ນຂອງງານບຸນສື່ມວນຊົນປີນີ້ ແມ່ນເຂດວາງສະແດງຢູ່ໃຈກາງ, ໂດຍໄດ້ຮັບການສ້າງຂຶ້ນເໝືອນດັ່ງວິວັດທະນາການເຊື່ອມຕໍ່ລະຫວ່າງສິ່ງທີ່ເປັນມູນເຊື້ອກັບອະນາຄົດ. ຜ່ານລະບົບຮູບພາບ, ເອກະສານ, ວັດຖຸພັນ ແລະ ການໝູນໃຊ້ເຕັກໂນໂລຢີສາຍທີ່ທັນສະໄໝ, ມະຫາຊົນມີໂອກາດເພື່ອຫວນຄືນເສັ້ນທາງພັດທະນາຂອງພື້ນຖານສື່ມວນຊົນປະຕິວັດ ຫວຽດນາມ, ພ້ອມທັງຮັບຮູ້ໄດ້ຢ່າງຈະແຈ້ງເຖິງບັນດາຄຳຮຽກຮ້ອງຕ້ອງການທີ່ພວມວາງອອກສຳລັບສື່ມວນຊົນໃນສະພາບການໃໝ່.







