• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ງານ​ຕະຫຼາດ​ນັດ​ການ​ຄ້າ ຫວຽດ​ນາມ - ລາວ ປີ 2026

ງານ​ຕ​ະຫຼາດ​ນັດ​ການ​ຄ້າ ຫວຽດ​ນາມ - ລາວ 2026 (VIETLAO – EXPO 2026) ພວມ​ດຳ​ເນີນ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ, ລາວ ນັບ​ແຕ່​ນີ້​ຮອດ​ວັນ​ທີ 20 ກໍ​ລະ​ກົດ​.
  ທ່ານ​ເອ​ກ​ອັກ​ຄະ​ລັດ​ ຫວຽດ​ນາມ ປະ​ຈຳ​ລາວ ຫງວຽນ​ມິງ​ເຕິມ (ເບື້ອງ​ຂວາ) ແລະ ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ລາວ ພຸດ​ທະ​ວັນ ນາມ​ທະ​ວົງ​ ຢ້ຽມ​ຊົມ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ໄດ້​ວາງ​ສະ​ແດງ​ໃນ​ງານ​ຕະຫຼາດ​ນັດ (ພາບ: VNA)  

ງານ​ຕະຫຼາດ​ນັດ​ມີ​ຮ້ານ​ວາງ​ສະ​ແດງມາດ​ຖານ 250 ຮ້ານ, ໃນ​ນັ້ນ ມີ 120 ຮ້ານຂອງວິ​ສາ​ຫະ​ກິດ​ເກືອບ 90 ແຫ່ງ​ຂອງ ຫວຽດ​ນາມ ທີ່​ວາງ​ສະ​ແດງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ມີ​ຄຸນ​ນະ​ພາບ, ມີ​ຄວາມ​ໄວ້​ວາງ​ໃຈ​ ໃນ​ບັນ​ດາ​ຂະ​ແໜງ​ຄື: ການ​ຢາ, ອຸ​ປະ​ກອນ​ການ​ແພດ, ກະ​ສິ​ກຳ - ປ່າ​ໄມ້ - ສິນ​ໃນ​ນ້ຳ​ສິນ​ທະ​ເລ, ອາ​ຫານ​ປຸງ​ແຕ່ງ, ແຟ​ຊັນ, ເຄື່ອງ​ຕັດ​ຫຍິບ, ສິ​ລະ​ປະ​ຫັດ​ຖະ​ກຳ, ເຄືື່ອງ ເຟີ​ນີ​ເຈີ, ທາດ​ເຄ​ມີ ແລະ ເຄື່ອງ​ໃຊ້​ສອຍ​ປະ​ຈຳ​ວັນ.

ກ່າ​ວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ​ງານ​ຕະຫຼາດ​ນັດ​ທີ່​ດຳ​ເນີນ​ໃນ​ວັນ​ທີ 16 ກໍ​ລະ​ກົດ, ທ່ານ ພຸດ​ທະ​ວັນ ນາມ​ທະ​ວົງ​ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ລາວ ຢັ້ງ​ຢືນ​ວ່າ:

“ງານ​ຕະຫຼາດ​ນັດ​ແມ່ນ​ການ​ເຄື່ອນ​ໄຫວ​ວາງ​ສະ​ແດງ​ສິນ​ຄ້າ​ລະ​ດັບ​ຊາດ, ເຊິ່ງ​ມີ​ຄວາມ​ໝາຍ​ສຳ​ຄັນ ບໍ່​ພຽງ​ແຕ່​ຊຸກ​ຍູ້​ການ​ພັດ​ທະ​ນາ​ດ້ານ​ການ​ຄ້າ, ການ​ລົງ​ທຶນ ແລະ ການ​ທ່ອງ​ທ່ຽວ​ໃນ​ການ​ພົວ​ພັນ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ລາວ ແລະ ຫວຽດ​ນາມ ເທົ່າ​ນັ້ນ, ຫາກ​ຍັງ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ວິ​ວັດ​ທະ​ນາ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ທັງ​ສອງ​ປະ​ເທດ​ອີກ​ດ້ວຍ”.

ໃນ​ຂອບ​ເຂດ​ງານ​ຕະຫຼາດ​ນັດ ກໍ​ໄດ້​ດຳ​ເນີນ​ບັນ​ດາກອ​ງ​ປະ​ຊຸມ​ສົ່ງ​ເສີ​ມ​ການ​ຄ້າ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ທຸ​ລະ​ກຳ​ການ​ຄ້າ​ລະ​ຫວ່າງວິ​ສາ​ຫະ​ກຳ ຫວຽດ​ນາມ ແລະ ລາວ…

(ແຫຼງຄັດຈາກ VOV)

ປັບ​ປຸງ​ປະ​ມວນ​ກົດ​ໝາຍ​ວ່າ​ດ້ວຍການ​ດຳ​ເນີນ​ຄະ​ດີ​ອາ​ຍາ ເພື່ອ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ປະ​ຕິ​ຮູບ​ວຽກ​ງານ​ຍຸ​ຕິ​ທຳ

ປັບ​ປຸງ​ປະ​ມວນ​ກົດ​ໝາຍ​ວ່າ​ດ້ວຍການ​ດຳ​ເນີນ​ຄະ​ດີ​ອາ​ຍາ ເພື່ອ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ປະ​ຕິ​ຮູບ​ວຽກ​ງານ​ຍຸ​ຕິ​ທຳ

ໂດຍ​ສືບ​ຕໍ່​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 4, ຢູ່​ຫໍ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ, ຕອນ​ເຊົ້າ​ວັນ​ທີ 17 ກໍ​ລະ​ກົດ, ຄະ​ນະ​ກຳ​ມະ​ການ​ຜູ້​ປະ​ຈຳ​ການ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ້​ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ປະ​ມວນ​ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ຄະ​ດີ​ອາ​ຍາ (ສະ​ບັບ​ປັບ​ປຸງ).

Top