• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ງານບຸນ​ມະ​ໂຫລານມິດ​ຕະ​ພາບ ປະ​ຊາ​ຊົນ ຫວຽດ​ນາມ ລາວ ຄັ້ງ​ທີ V

ຕອນເຊົ້າ ວັນທີ 28 ກັນຍາ, ຢູ່ນະຄອນດົງຮ່າ, ແຂວງກ໋ວາງຈິງ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແລະ ແຂວງກ໋ວາງຈິ ໄດ້ສົມທົບກັນສະມາຄົມມິດຕະພາບ ລາວ - ຫວຽດນາມ ຈັດຕັ້ງພິທີໄຂງານບຸນມະໂຫລານມິດຕະພາບ ປະຊາຊົນ ຫວຽດນາມ - ລາວຄັ້ງທີ V.
  ງານບຸນມະໂຫລານມິດຕະພາບ ປະຊາຊົນ ຫວຽດນາມ ລາວ ຄັ້ງທີ V (ພາບ: TTXVN)  

ກ່າວຄຳເຫັນທີ່ພິທີ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝີນ, ປະທານກຸ່ມສະມາຊິກ ສະພາແຫ່ງຊາດ ຫວຽດນາມ - ລາວ ສະແດງຄວາມຫວັງວ່າ ໃນໄລຍະຈະມາເຖິງ, ບັນດາອົງການມິດຕະພາບ ປະຊາຊົນສອງປະເທດຈະສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວແທດຈິງ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈກ່ຽວກັບປະຫວັດສາດອົງອາດກ້າຫານ ຂອງການພົວພັນ ຫວຽດນາມ ແລະ ລາວ ໃນໝູ່ປະຊາຊົນທຸກຊັ້ນຄົນຂອງສອງປະເທດໃຫ້ເລິກເຊິ່ງກ່ວາອີກ, ພິເສດແມ່ນລຸ້ນໜຸ່ມ, ແລະ ພ້ອມກັນຮ່ວມມືປົກປັກຮັກສາ, ເພີ່ມພູນຄູນສ້າງ ແລະ ພັດທະນາການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ.

ໂດຍຕາງໜ້າຄະນະຜູ້ແທນປະຊາຊົນລາວ, ທ່ານລັດຖະມົນຕີກະຊວງເຕັກໂນໂລຢີ ແລະ ສື່ສານ ລາວ, ປະທານສະມາຄົມມິດຕະພາບ ລາວ ຫວຽດນາມ ບໍວຽງຄຳ ວົງດາລາ ໄດ້ຫວນຄືນໄລຍະປະຫວັດສາດແຫ່ງການສ້າງຕັ້ງ ແລະ ຂະຫຍາຍຕົວຂອງສະມາຄົມມິດຕະພາບ ລາວ - ຫວຽດນາມ, ທ່ານກໍ່ຢັ້ງຢືນວ່າ ສະມາຄົມຈະມານະພະຍາຍາມເຮັດຈົນສຸດຄວາມສາມາດຂອງຕົນ ພ້ອມກັບພັກ,  ລັດ ແລະ ປະຊາຊົນຫວຽດນາມ ຮັກສາ ແລະ ເສີມຂະຫຍາຍການພົວພັນທີ່ຫາຍາກໃນໂລກ ແມ່ນຊັບສິນອັນລ້ຳຄ່າຂອງປະຊາຊົນສອງປະເທດ ແລະ ສືບທອດໃຫ້ແກ່ຄົນລຸ້ນຕໍ່ໆໄປ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top