• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ກອງ​ປະ​ຊຸ​ມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ G20 ຢູ່ ອິນ​ເດຍ

ຕອນເຊົ້າວັນທີ 2 ມີນາ, ກອງປະຊຸມລັດຖະມົນຕີການຕ່າງປະເທດ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ໄດ້ໄຂຂຶ້ນຢູ່ນະຄອນຫຼວງ New Delhi ຂອງ ອິນເດຍ. ເຂົ້າຮ່ວມກອງປະຊຸມຄັ້ງນີ້, ນອກຈາກ 40 ກວ່າ ນັກການທູດແຖວໜ້າໂລກ ທີ່ມາຈາກປະເທດຕ່າງໆແລ້ວ, ຍັງມີການປະກອບສ່ວນຂອງຜູ້ຕາງໜ້າ 13 ອົງການຈັດຕັ້ງສາກົນອີກດ້ວຍ.
  ພິທີໄຂກອງປະຊຸມ (ພາບ: RTE)  
ໃນບົດກ່າວປາໄສແບບທາງໄກ ສົ່ງໄປຍັງພິທີໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີປະເທດເຈົ້າພາບ ອິນເດຍ Narendra Modi ໄດ້ເນັ້ນໜັກວ່າ ຫົວຂໍ້ຂອງປີປະທານ G20 ອິນເດຍ ແມ່ນ: “ໜ່ວຍໂລກດຽວ. ຄອບຄົວດຽວ ເພື່ອອະນາຄົດ”. ທ່ານນາຍົກລັດຖະມົນຕີ ອິນເດຍ ຖືວ່າ “ການຄຸ້ມຄອງທົ່ວໂລກຖືກປະລາໄຊ” ເມື່ອບັນດາກົນໄກຫຼາຍຝ່າຍ ບໍ່ຮັບມືໄດ້ກັບສິ່ງທ້າທາຍຮີບດ່ວນທີ່ສຸດໃນໂລກ, ເປັນຕົ້ນແມ່ນ: ວິກິດການດ້ານການເງິນ, ການປ່ຽນແປງຂອງດິນຟ້າອາກາດ, ໂລກລະບາດໂຄວິດ - 19, ການກໍ່ການຮ້າຍ ແລະ ການປະທະກັນ.

ທ່ານນາຍົກລັດຖະມົນຕີ ອິນເດຍ ກໍໄດ້ເວົ້າເຖິງຄວາມສ່ຽງຖືກຊຸດໂຊມໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຂອງ ສປຊ ແລະ ເລື່ອງບັນດາປະເທດຮັ່ງມີໄດ້ສົ່ງຜົນກະທົບຫຼາຍພໍສົມຄວນເຂົ້າໃນການປ່ຽນແປງຂອງດິນຟ້າອາກາດ. ທ່ານນາຍົກລັດຖະມົນຕີ Narendra Modi ຮຽກຮ້ອງໃຫ້ການນຳບັນດາປະເທດໃນໂລກ ຊອກຫາສຽງເວົ້າລວມ ໃນບັນຫາຕ່າງໆທີ່ຍັງມີທັດສະນະແຕກໂຕນກັນ ເມື່ອການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ພວມຮ້ອນເຮັ່ງທີ່ສຸດ.

(ແຫຼ່ງຄັດຈາກ VOV)

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນທີ່​ໄດ້​ຮັບ​ລາງວັນ ວື່​ອາ​ຢິງ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນທີ່​ໄດ້​ຮັບ​ລາງວັນ ວື່​ອາ​ຢິງ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ສະແດງຄວາມປະທັບໃຈຕໍ່ເລື່ອງນັບແຕ່ປີ 2009 ກອງທຶນຈັດການມອບລາງວັນວື່ອາຢິງ ເພື່ອແນໃສ່ຍ້ອງຍໍສັນລະເສີນບັນດາສ່ວນບຸກຄົນ, ໝູ່ຄະນະທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ, ຄົ້ນຄວ້າວິທະຍາສາດ, ວັດທະນະທຳສິລະປະ, ກິລາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ…

Top