ກອງປະຊຸມສຸດຍອດຂອງອົງການພະລັງງານສາກົນ (IEA) ກ່ຽວກັບອະນາຄົດຄວາມໝັ້ນຄົງດ້ານພະລັງງານໄດ້ໄຂຂຶ້ນໃນວັນທີ 24 ເມສາ, ຢູ່ນະຄອນຫຼວງ ລອນດອນ (ອັງກິດ). ເຫດການມີການເຂົ້າຮ່ວມຂອງເຈົ້າໜ້າທີ່ລັດຖະບານ, ຜູ້ອຳນວຍການຝ່າຍບໍລິຫານ, ການນຳບັນດາອົງການຈັດຕັ້ງສາກົນ ແລະ ສັງຄົມພົນລະເຮືອນ 120 ທ່ານ ທີ່ມາຈາກ 60 ປະເທດ ແລະ 50 ກຸ່ມບໍລິສັດໃນທົ່ວໂລກ.
ກອງປະຊຸມໂດຍລັດຖະບານອັງກິດ ແລະ IEA ເປັນປະທານຮ່ວມ ໄດ້ດຳເນີນໃນສອງວັນ ເຊິ່ງສຸມໃສ່ຕີລາຄາ, ປຶກສາຫາລືບັນດາປັດໄຈພູມີສາດການເມືອງ, ເຕັກໂນໂລຢີ ແລະ ເສດຖະກິດທີ່ພວມກໍ່ຜົນສະທ້ອນຕໍ່ຄວາມໝັ້ນຄົງດ້ານພະລັງງານ ຢູ່ລະດັບຊາດ ແລະ ສາກົນ, ກໍ່ຄືບັນດາທ່າອ່ຽງກຳນົດສະພາບການຄວາມໝັ້ນຄົງດ້ານພະລັງງານທົ່ວໂລກ ແລະ ບັນດາເຄື່ອງມືທີ່ຈຳເປັນເພື່ອແກ້ໄຂບັນດາຄວາມສ່ຽງກ່ຽວກັບຄວາມໝັ້ນຄົງດ້ານພະລັງງານແບບເກົ່າ ແລະ ຫາກໍ່ພົ້ນເດັ່ນຂຶ້ນ.
ຢູ່ກອງປະຊຸມ, ລັດຖະບານອັງກິດ ແລະ ກຸ່ມບໍລິສັດພະລັງງານ ENI (ອີຕາລີ) ຄາດວ່າຈະປະກາດໂຄງການທໍ່ຂົນສົ່ງ CO2 ຈາກບັນດາໂຮງງານຢູ່ Liverpool ແລະ Manchester ອອກສູ່ທະເລເພື່ອບຳບັດ. ໂຄງການນີ້ແມ່ນພາກສ່ວນທີ່ສຳຄັນຂອງກຸ່ມອຸດສາຫະກຳ HyNet North West, ລວມມີບັນດາໂຮງງານຜະລິດ Hydro ເພື່ອຮັບໃຊ້ຄວາມຕ້ອງການຂອງທ້ອງຖິ່ນ, ສ້າງຄວາມຫວັງຈະສ້າງມູນຄ່າເສດຖະກິດເຖິງ 22,1 ຕື້ USD ໃນ 25 ປີຈະມາເຖິງ.