• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ABU: ​ສື່ມວນ​ຊົນຢ່າງ​ມີ​ຫົວ​ຄິດ​ປະ​ດ​ິດ​ສ້າງ ແລະ ປ່ຽນ​ແປງ​ໃໝ່​ໃນ​ໄລ​ຍະ​ເກີດ​ວິ​ກິດ​ການ

ນີ້ຈະແມ່ນໂອກາດເພື່ອໃຫ້ບັນດາສະມາຊິກ ABU ແລກປ່ຽນບົດຮຽນ, ປະສົບການ ກ່ຽວກັບວິທີແກ້ໄຂໃນໄລຍະເກີດໂລກລະບາດໂຄວິດ - 19 ນັບແຕ່ການສັບຊ້ອນການເຄື່ອນໄຫວ ແລະ ການເຮັດວຽກຢູ່ເຮືອນ ຕະຫຼອດຮອດການຜະລິດອອກບັນດາຊ່ອງໂຄສະນາ, ສຶກສາໃນໄລຍະວິກິດການນີ້.

ທ່ານຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ຫງວຽນເຖ໊ກີ໋ ກ່າວຄຳເຫັນທີ່ພິທີ 

ຕອນບ່າຍວັນທີ 15 ທັນວາ, ສະຫະສະມາຄົມ ກະຈາຍສຽງ - ໂທລະພາບ ອາຊີ - ປາຊີຟິກ (ABU) ໄດ້ຈັດພິທີໄຂກອງປະຊຸມສະມັດຊາໃຫຍ່ ABU ຄັ້ງທີ 57 ຂຶ້ນ ຕາມຮູບການທາງອອນລາຍ, ດ້ວຍຫົວຂໍ້ “ສື່ມວນຊົນໃນໄລຍະເກີດວິກິດການ: ປະດິດຄິດສ້າງ ແລະ ປ່ຽນແປງໃໝ່ຮັບໃຊ້ດ້ວຍຫຼາຍພາຫະນະ”. ກອງປະຊຸມຄັ້ງນີ້ ຈະພິຈາລະນາບັນດາການເຄື່ອນໄຫວ, ວິທີການສຳຜັດປ່ຽນແປງໃໝ່ ແລະ ມີຫົວຄິດປະດິດສ້າງຂອງບັນດາສະມາຊິກໃນໄລຍະເກີດວິກິດການທີ່ບໍ່ເຄີຍມີມາກ່ອນຄືປັດຈຸບັນ. ນີ້ຈະແມ່ນໂອກາດເພື່ອໃຫ້ບັນດາສະມາຊິກ ABU ແລກປ່ຽນບົດຮຽນ, ປະສົບການ ກ່ຽວກັບວິທີແກ້ໄຂໃນໄລຍະເກີດໂລກລະບາດໂຄວິດ - 19 ນັບແຕ່ການສັບຊ້ອນການເຄື່ອນໄຫວ ແລະ ການເຮັດວຽກຢູ່ເຮືອນ ຕະຫຼອດຮອດການຜະລິດອອກບັນດາຊ່ອງໂຄສະນາ, ສຶກສາໃນໄລຍະວິກິດການນີ້.

ກ່າວຄຳເຫັນທີ່ພິທີ, ທ່ານຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ຫງວຽນເຖ໊ກີ໋ ໄດ້ສົ່ງຄຳເຊື້ອເຊີນຢ່າງເປັນທາງການເຖິງຜູ້ແທນສາກົນ ມາເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ABU ຄັ້ງທີ 58 ເຊິ່ງຄາດວ່າຈະຈັດຂຶ້ນໃນທ້າຍເດືອນ ຕຸລາ ປີ 2021 ຢູ່ ນະຄອນຫຼວງ ຮ່າໂນ້ຍ ໂດຍວິທະຍຸກະຈາຍສຽງຫວຽດນາມ ເປັນເຈົ້າພາບຈັດຕັ້ງ.
(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top