• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 49 ຂອງ ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ

ຢູ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ຈະສະຫງວນເວລາສ່ວນຫຼາຍໃຫ້ແກ່ວຽກງານສ້າງກົດໝາຍ ພິຈາລະນາຮ່າງກົດໝາຍ 14 ສະບັບ (ໃນນັ້ນມີ 7 ສະບັບໄດ້ຮັບການປັບປຸງຢ່າງຮອບດ້ານ), ມີຂອບເຂດກວ້າງ, ມີຜົນກະທົບໃຫຍ່ຫຼວງ.
ທ່ານເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ກ່າວຄຳເຫັນທີ່ກອງປະຊຸມ

ຕອນເຊົ້າວັນທີ 5 ກັນຍາ, ຢູ່ຫໍສະພາແຫ່ງຊາດ (ຮ່າໂນ້ຍ), ໄດ້ໄຂຂຶ້ນກອງປະຊຸມຄັ້ງທີ 49 ຂອງຄະນະປະຈຳສະພາແຫ່ງຊາດ. ນີ້ແມ່ນກອງປະຊຸມສຳຄັນເພື່ອສຸມໃສ່ກະກຽມໃຫ້ແກ່ກອງປະຊຸມຄັ້ງທີ 10, ວາລະປະຊຸມສຸດທ້າຍຂອງສະພາແຫ່ງຊາດ ຊຸດທີ XV, ຜັນຂະຫຍາຍບັນດາໜ້າທີ່ໃໝ່ຕາມຂໍ້ກຳນົດຂອງກົດໝາຍ, ຮັບປະກັນການປະຕິບັດສຳເລັດໂຄງການວຽກງານໃນທົ່ວອາຍຸການຢ່າງຄົບຖ້ວນ. ຢູ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ຈະສະຫງວນເວລາສ່ວນຫຼາຍໃຫ້ແກ່ວຽກງານສ້າງກົດໝາຍ ພິຈາລະນາຮ່າງກົດໝາຍ 14 ສະບັບ (ໃນນັ້ນມີ 7 ສະບັບໄດ້ຮັບການປັບປຸງຢ່າງຮອບດ້ານ), ມີຂອບເຂດກວ້າງ, ມີຜົນກະທົບໃຫຍ່ຫຼວງ. ບັນດາໂຄງການມີສ່ວນກ່ຽວຂ້ອງໂດຍກົງເຖິງລະບອບລະບຽບການເສດຖະກິດການຕະຫຼາດ, ສິດທິມະນຸດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວິທະຍາສາດ - ເຕັກໂນໂລຢີ ແລະ ນະວັດຕະກຳ, ເພື່ອແນໃສ່ຫັນບັນດາແຜນນະໂຍບາຍ, ການກຳນົດທິດໃຫຍ່ຂອງພັກເປັນລະບອບລະບຽບການຢ່າງທັນການ ພາຍຫຼັງບັນດາມະຕິ ໂດຍສູນກາງຫາກໍ່ປະກາດໃຊ້.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ໄທ ຄົ​ນ​ໃໝ່​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຮີບ​ດ່ວນ

ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ໄທ ຄົ​ນ​ໃໝ່​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຮີບ​ດ່ວນ

ລັດຖະບານໃໝ່ຈະເຄືື່ອນໄຫວຢ່າງຖືກຕ້ອງ ແລະ ຈະສະເໜີຕົວລັດຖະບານໃຫ່ມໂດຍໄວ.

Top