• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານພົບປະແລກປ່ຽນແກວົງກອງທັບບັນດາປະເທດ ອາຊຽນ ປີ 2024

ນີ້ແມ່ນໂອກາດເພື່ອໃຫ້ບັນດາຜູ້ແທນຢ້ຽມຊົມ, ຊອກຮູ້ກ່ຽວກັບປະເທດຊາດ, ມະນຸດ ແລະ ມູນເຊື້ອຂອງຊາດ ຫວຽດນາມ.
(ແຫຼ່ງຄັດຈາກ VOV)

ຕອນຄ່ຳວັນທີ 19 ທັນວາ, ຢູ່ເຂດພະລາຊະວັງ ທັງລອງ, ຮ່າໂນ້ຍ, ທ່ານພົນເອກ ຫງວຽນເຕິນເກືອງ, ເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ໄດ້ເປັນປະທານພິທີໄຂງານພົບປະແລກປ່ຽນແກວົງກອງທັບບັນດາປະເທດ ອາຊຽນ ປີ 2024, ດ້ວຍຫົວຂໍ້ “ດົນຕີເຊື່ອມຕໍ່ນ້ຳໃຈມິດຕະພາບ”.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານພົນໂທ ຫງວຽນວັນເງີ້ຍ, ຮອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ເຊື່ອໝັ້ນວ່າ, ງານພົບປະແລກປ່ຽນນີ້ຈະປະກອບສ່ວນເພີ່ມທະວີນ້ຳໃຈສາມັກຄີ, ມິດຕະພາບ, ການຮ່ວມມືໃນຂົງເຂດວັດທະນະທຳລະຫວ່າງກອງທັບປະຊາຊົນ ຫວຽດນາມ ກັບກອງທັບບັນດາປະເທດຢູ່ພາກພື້ນ ແລະ ໃນໂລກ; ພ້ອມທັງ, ແມ່ນໂອກາດເພື່ອໃຫ້ບັນດາຜູ້ແທນຢ້ຽມຊົມ, ຊອກຮູ້ກ່ຽວກັບປະເທດຊາດ, ມະນຸດ ແລະ ມູນເຊື້ອຂອງຊາດ ຫວຽດນາມ.

        ເຂົ້າຮ່ວມງານພົບປະແລກປ່ຽນ, ນອກຈາກຄະນະແກວົງກອງທັບ ຫວຽດນາມ ແລ້ວກໍ່ຕາມຍັງມືບັນດາຄະນະນັກແກວົງກອງທັບສາກົນ, ຄື: ກອງທັບລາຊະອານາຈັກ ກຳປູເຈຍ, ທະຫານປົດປ່ອຍປະຊາຊົນ ຈີນ, ກອງທັບປະຊາຊົນ ລາວ, ກອງທັບ ມາເລເຊຍ…

(ແຫຼ່ງຄັດຈາກ VOV)

ດັກ​ລັກ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ໜ້າ​ທີ່​ຕ້ານ​ການ​ຂຸດ​ຄົ້ນ IUU

ດັກ​ລັກ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ໜ້າ​ທີ່​ຕ້ານ​ການ​ຂຸດ​ຄົ້ນ IUU

ໄລ່ຮອດວັນທີ 28 ກຸມພາ, ແຂວງດັກລັກ ມີກຳປັ່ນຫາປາທີ່ໄດ້ຈົດທະບຽນໃນລະບົບຖານຂໍ້ມູນອາຊີບຫາປາແຫ່ງຊາດ 2.575 ລຳ. ກຳປັ່ນ ທີ່ມີໜັງສືອະນຸຍາດຂຸດຄົ້ນສິນນ ໃນນ້ຳຍັງມີຜົນສັກສິດ 2555 ລຳ

Top