
ງານບຸນປື້ມອ່ານຮ່າໂນ້ຍ ຄັ້ງທີ 6
ນີ້ແມ່ນງານບຸນປື້ມອ່ານທີ່ມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ ແລະ ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດ, ຮ້ານຂາຍປື້ມ, ຜູ້ແຕ່ງຜູ້ຂຽນ ທັງຢູ່ພາຍໃນປະເທດ ແລະ ຕ່າງປະເທດ ໄດ້ພົບປະແລກປ່ຽນ, ລົງນາມໃນສັນຍາ, ຮ່ວມສໍາພັນພິມຈໍາໜ່າຍ ແລະ ແລກປ່ຽນລິຂະສິດ. ກ່າວຄໍາເຫັນໄຂງານບຸນປື້ມອ່ານ, ທ່ານ ຮວ່າງຫວິງບ໋າວ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ເນັ້ນໜັກວ່າ:
“ການສົ່ງເສີມ ແລະ ພັດທະນາຂະບວນການອ່ານປື້ມໃນທົ່ວປວງຊົນ ແມ່ນກໍາລັງໜູນ ແລະ ພາຫະນະເພື່ອມຸ່ງໄປເຖິງການສ້າງສັງຄົມອະລິຍະທໍາ. ຫວັງວ່າ ຜ່ານເຫດການດັ່ງກ່າວ, ນະຄອນຮ່າໂນ້ຍ ແລະ ບັນດາທ້ອງຖິ່ນພາຍໃນປະເທດຈະສືບຕໍ່ເອົາໃສ່ໃຈເຖິງວັດທະນະທໍາການອ່ານ, ລົງທຶນຈັດຕ້ັງຫຼາຍເຫດການແບບນີ້ໃຫ້ແທດຈິງ ແລະຫຼາຍກວ່ານີ້ອີກ ເພື່ອໃຫ້ປະຊາຊົນມີໂອກາດໄດ້ເຂົ້າເຖິງການອ່ານປື້ມຕື່ມອີກ”.ນອກຈາກບັນດາຮ້ານວາງສະແດງປື້ມອ່ານທີ່ເປັນມູນເຊື້ອແລ້ວ, ງານບຸນປື້ມອ່ານຍັງໄດ້ແນະນໍາຕໍ່ເຖິງຜູ້ອ່ານບັນດາເອກະສານປະຫວັດສາດກ່ຽວກັບ ແທັງລອງ - ຮ່າໂນ້ຍ ດ້ວຍຫົວຂໍ້ “ຮ່າໂນ້ຍ - 20 ປີ ແຫ່ງວັນຮັບຮອງເປັນນະຄອນແຫ່ງສັນຕິພາບ”.
(ແຫຼ່ງຄັດຈາກ VOV)