ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດຄັ້ງທີ 14, ອາຍຸການ 2026 – 2031 ໄດ້ຈັດຂຶ້ນແຕ່ວັນທີ 17 – 18 ມິຖຸນາ, ຢູ່ສູນປະຊຸມແຫ່ງຊາດ (ທີ່ ຮ່າໂນ້ຍ), ດ້ວຍຫົວຂໍ້ “ສາມັກຄີ - ຄຸນນະທາດ - ຄວາມເມດຕາປານີ - ປະດິດຄິດສ້າງ - ພັດທະນາ”. ເຂົ້າຮ່ວມກອງປະຊຸມໃຫຍ່ມີຜູ້ແທນເກືອບ 800 ທ່ານ, ເຊິ່ງແມ່ນບັນດາແມ່ຍິງດີເດັ່ນທີ່ຕາງໜ້າໃຫ້ບັນດາຊົນເຜົ່າ, ສາສະໜາ, ຂົງເຂດວຽກງານ, ພ້ອມກັບແຂກຖືກເຊີນກວ່າ 200 ທ່ານ.
ໃນວັນທີ 17 ມິຖຸນາ, ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງ ຫວຽດນາມ ຊຸດທີ 14, ອາຍຸການ 2026 – 2031; ກອງປະຊຸມກໍ່ຈະສຸມໃສ່ປຶກສາຫາລືບັນດາເນື້ອໃນຜັນຂະຫຍາຍໃນອາຍຸການຈະມາເຖິງ, ຄື: ສືບຕໍ່ປ່ຽນແປງໃໝ່ເນື້ອໃນ, ວິທີການເຄື່ອນໄຫວຂອງສະຫະພັນ; ກໍ່ສ້າງແມ່ຍິງ ຫວຽດນາມ ຍຸກໃໝ່; ບົດບາດຂອງແມ່ຍິງໃນການພັດທະນາເສດຖະກິດ…
ທ່ານນາງ ເຮິເທີ່ຍ ກາມັນ, ຮອງປະທານຄະນະກຳມະການແນວໂຮມປະເທດຊາດ, ປະທານສະຫະພັນແມ່ຍິງຕາແສງ ລຽນເຊີນລັກ, ແຂວງ ດັກລັກ, ປາດຖະໜາວ່າ:
“ກອງປະຊຸມໃຫຍ່ຄັ້ງນີ້ໄດ້ວາງອອກ 3 ຂອດບຸກທະລຸ, ໃນນັ້ນມີຂອດບຸກທະລຸກ່ຽວກັບການຊຸກຍູ້ແມ່ຍິງເລີ່ມຕົ້ນທຸລະກິດ, ນະວັດຕະກຳ ແລະ ສ້າງຄວາມຮັ່ງມີຢ່າງຊອບທຳ. ພວກຂ້າພະເຈົ້າປາດຖະໜາຢາກໃຫ້ມີບັນດານະໂຍບາຍບຸກທະລຸກວ່າ ເພື່ອຊຸກຍູ້ໃຫ້ແມ່ຍິງຊາວເຜົ່າສ່ວນໜ້ອຍພັດທະນາເສດຖະກິດ, ເລີ່ມຕົ້ນທຸລະກິດ”.






