• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ G7

 ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ກຸ່ມ 7 ພື້ນຖານອຸດສາຫະກຳພັດທະນາທີ່ສຸດໃນໂລກ (G7) ໄດ້ໄຂຂຶ້ນໃນວັນທີ 22 ເມສາ ຢູ່ນະຄອນ Toronto ຂອງປະເທດ ການາດາ ດ້ວຍຫົວຂໍ້ວ່າ: “ສ້າງໂລກແຫ່ງຄວາມໝັ້ນຄົງ ແລະ ສັນຕິພາບກ່ວາ”.

ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ G7 (ພາບ:AFP/TTXVN )

ກອງປະຊຸມດຳເນີນເປັນເວລາ 3 ວັນ ດ້ວຍການເຂົ້າຮ່ວມຂອງບັນດາລັດຖະມົນຕີກະຊວງການຕ່າງປະເທດ ແລະ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບບັນດາປະເທດ G7 ພ້ອມດ້ວຍບັນດາປະເທດຄູ່ຮ່ວມມື ແລະ ແຂກຖືກເຊີນຫລາຍຄົນ.

        ໃນວັນທີ 22 ແລະ 23 ເມສາ, ໄດ້ດຳເນີນກອງປະຊຸມຂອງບັນດາລັດຖະມົນຕີການຕ່າງປະເທດ ດ້ວຍ 9 ວາລະປະຊຸມກ່ຽວກັບ ລັດເຊຍ, ຢູແກຼນ, ຈີນ ແລະ ບັນຫານິວເຄຼຍຂອງ ສປປ.ເກົາຫຼີ, ມຽນມາ, ເວເນຊູເອລາ, ບັນດາສະຖານທີ່ເຄັ່ງຮ້ອນຢູ່ຕາເວັນອອກກາງ, ສະກັດກັ້ນການປະທະກັນ, ຄວາມໝັ້ໜຄົງທາງອິນເຕີແນັດ, ຕ້ານການກໍ່ການຮ້າຍ…ວັນທີ 24 ເມສາ ຈະດຳເນີນ 4 ວາລະປະຊຸມຂອງບັນດາລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບກ່ຽວກັບສະພາບແວດລ້ອມແຫ່ງຄວາມໝັ້ນຄົງ, ຄວບຄຸມບັນດາສິ່ງທ້າທາຍຕໍ່ຄວາມສະຫງົບປອດໄພຢູ່ພາຍໃນປະເທດ, ຄວາມໝັ້ນຄົງທາງອິນເຕີແນັດ ແລະ ສະກັດກັ້ນການກໍ່ການຮ້າຍທາງອິນເຕີແນັດ.

(ແຫຼ່ງຄັດຈາກ VOV)


ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top