• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມຄັ້ງທີ 9 ຄະນະບໍລິຫານງານສູນກາງພັກ ຊຸດທີ 12

      ຄະນະບໍລິຫານງານສູນກາງພັກ ຊຸດທີ 12 ໄດ້ປະກອບຄໍາເຫັນກ່ຽວກັບເລື່ອງວາງແຜນກໍານົດຄະນະບໍລິຫານງານສູນກາງພັກ ອາຍຸການ 2021 – 2026

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝຸຈ້ອງ ເປັນປະທານກອງປະຊຸມ (ພາບ: VGP)
      ຕອນເຊົ້າວັນທີ 25 ທັນວາ, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 12 ໄດ້ໄຂກອງປະຊຸມຄັ້ງທີ 9 ຢູ່ ນະຄອນຫຼວງຮ່່າໂນ້ຍ ໂດຍທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫງວຽນຝຸຈ້ອງ ເປັນປະທານກອງປະຊຸມ. ທີ່ກອງປະຊຸມຄັ້ງນີ້, ຄະນະບໍລິຫານງານສູນກາງພັກ ຊຸດທີ 12 ໄດ້ປະກອບຄໍາເຫັນກ່ຽວກັບເລື່ອງວາງແຜນກໍານົດຄະນະບໍລິຫານງານສູນກາງພັກ ອາຍຸການ 2021 – 2026; ດໍາເນີນການປ່ອນບັດໄວ້ວາງໃຈຂອງ ຄະນະບໍລິຫານງານສູນກາງພັກ ສໍາລັບບັນດາທ່ານ ກໍາມະການກົມການເມືອງ, ຄະນະເລຂາທິການສູນກາງພັກ; ປະກອບຄໍາເຫັນກ່ຽວກັບບົດລາຍງານສໍາຫຼວດການຊີ້ນໍາ, ນໍາພາຂອງກົມການເມືອງ, ຄະນະເລຂາທິການສູນກາງພັກ ປີ 2018. ກໍ່ທີ່ກອງປະຊຸມຄັ້ງນີ້, ຄະນະບໍລິຫານງານສູນກາງ ຈະພິຈາລະນາ, ປະຕິບັດວິໄນພະນັກງານຕາມຂໍ້ກໍານົດຂອງພັກ.
        ກ່າວຄໍາເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝຸຈ້ອງເນັ້ນໜັ້ກວ່າ: ເນື້ອໃນ ແລະ ເວລາຂອງກອງປະຊຸມສູນກາງພັກຄັ້ງນີ້ ບໍ່ຫຼາຍ, ແຕ່ບັນດາບັນຫາທີ່ກອງປະຊຸມຈະປຶກສາຫາລື ແລະ ຕັດສິນ ແມ່ນ ສໍາຄັນທີ່ສຸດ. ທ່ານເລຂາທິການໃຫຍ່, ປະທານປະເທດ ສະເໜີວ່າ ກອງປະຊຸມຕ້ອງເສີມຂະຫຍາຍພູມປັນຍາ, ໜ້າທີ່ຮັບຜິດຊອບຂອງ ພັກ ຕໍ່ປະຊາຊົນ ແລະ ປະເທດຊາດ ຢ່າງສູງສຸດ, ສຸມໃສ່ຄ້ົນຄວ້າ, ປຶກສາຫາລືຢ່າງເຖິງຖອງ, ປະກອບຄໍາເຫັນ ເພື່ອພິຈາລະນາ, ຕັດສິນເລື່ອງອອກມະຕິໃນຕອນທ້າຍຂອງກອງປະຊຸມ. ທ່ານກ່າວວ່າ:
        “ແຜນກໍານົດຄະນະບໍລິຫານງານສູນກາງພັກ ອາຍຸການ 2021 – 2026 ຍັງບໍ່ທັນ ແມ່່ນ “ການຈັດຕັ້ງບຸກຄະລາກອນ” ລະອຽດໃຫ້ແກ່ອາຍຸການໃໝ່ເທື່ອ, ແຕ່ແມ່ນຂັ້ນຕອນກະກຽມທີ່ສໍາຄັນທີ່ສຸດ, ແມ່ນພື້ນຖານໃຫ້ແກ່ວຽກງານບຸກຄະລາກອນຂອງຄະນະບໍລິຫານງານສູນກາງພັກ ຊຸດທີ 13 ຂອງພັກ.  ດັ່ງນັ້ນ, ໃນວິວັດແຫ່ງການປະຕິບັດຕ້ອງລະມັດລະວັງທີ່ສຸດ, ຮັບປະກັນຄວາມຖືກຕ້ອງຕາມຫຼັກການລວມສູນປະຊາທິປະໄຕ ແລະ ບັນດາຂໍ້ກໍານົດຂອງພັກ ກ່ຽວກັບວຽກງານພະນັກງານ, ຕ້ອງມີຈິດໃຈທ່ຽງທໍາເຫັນແກ່ສ່ວນລວມ, ພາວະວິໄສ, ໂດຍສະເພາະແມ່ນບໍ່ພ້ອມພຸ້ນພ້ອມພີ້, ແນວຄິດສ່ວນບຸກຄົນ, ບໍ່ປະໃຫ້ບຸກຄົນທີ່ບໍ່ບັນລຸມາດຕະຖານເຂົ້າແຜນກໍານົດ ຢ່າງເດັດຂາດ, ໂດຍສະເພາະແມ່ນບຸກຄົນທີ່ມີປະກົດການເສື່ອມຖອຍແນວຄິດດ້ານການເມືອງ, ຄຸນສົມບັດ, ແບບແຜນການດໍາລົງຊີວິດ, “ຜັນແປດ້ວຍຕົນເອງ”, “ຫັນປ່ຽນດ້ວຍຕົນເອງ”, ມີທັດສະນະຜິດເຂວ, ບໍ່ສາມັກຄີີ, ສໍ້ລາດບັງຫຼວງ ແລະຫຍໍ້ທໍ້”.
 (ແຫຼ່ງຄັດຈາກ VOV)

ນຳ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ກາຍ​ເປັນ​ກຳ​ລັງ​ໜູນ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ນຳ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ກາຍ​ເປັນ​ກຳ​ລັງ​ໜູນ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ຮ່າງ​ກົດ​ໝາຍ​ໄດ້​ອອກ​ແບບ​ສຸມ​ໃສ່​ 7 ກຸ່ມເນື້ອ​ໃນ​ໃຫຍ່, ໃນ​ນັ້ນ​ມີ​ການ​ພັດ​ທະ​ນາ ສະ​ພາບ​ນິ​ເວດ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ, ຊັບ​ສິນ​ທາງ​ປັນ​ຍາ, ຊັບ​ພະ​ຍາ​ກອນ​ມະ​ນຸດ, ພື້ນ​ຖານ​ໂຄງ​ລ່າງ, ຕະຫຼາດ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ ພ້ອມ​ກັບ​ນະ​ໂຍ​ບາຍ​ການ​ເງິນ ແລະ ການ​ໜູນ​ຊ່ວຍ, ບຸ​ລິ​ມະ​ສິດ​ການ​ລົງ​ທຶນ.

Top