• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມຄັ້ງທີ 57 ຂອງຄະນະປະຈຳສະພາແຫ່ງຊາດ

      ຕອນເຊົ້າວັນທີ 14 ມິຖຸນາ, ຢູ່ຮ່າໂນ້ຍ, ໄດ້ໄຂກອງປະຊຸມຄັ້ງທີ 57 ຂອງຄະນະປະຈຳສະພາແຫ່ງຊາດ. ກອງປະຊຸມທີ່ໄດ້ດຳເນີນໃນລະຫວ່າງວັນທີ 14 – 15 ມິຖຸນາ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ເນື້ອໃນສຳຄັນຫຼາຍຢ່າງ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: Quochoi.vn)
      ຕາມໂຄງການດຳເນີນງານທີ່ຄາດຄະເນແລ້ວ, ຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນໃສ່ບົດລາຍງານສະຫຼຸບເບື້ອງຕົ້ນຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026. ປະກອບຄຳເຫັນໃສ່ໂຄງການສ້າງກົດໝາຍ, ລັດຖະບັນຍັດ 2022 ຂອງສະພາແຫ່ງຊາດ, ປະກອບຄຳເຫັນກ່ຽວກັບກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດຊຸດທີ 15. ພ້ອມທັງພິຈາລະນາ,ປະກອບຄຳເຫັນໃສ່ຮ່າງໂຄງການຕິດຕາມກວດກາຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດປີ 2022, ປະກອບຄຳເຫັນໃສ່ບາງບັນຫາກ່ຽວກັບເສດຖະກິດ - ສັງຄົມສຳຄັນອື່ນໆອີກ.
ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຊີ້ແຈ້ງເນື້ອໃນສຳຄັນ ທີ່ໄດ້ີຮັບການປະກອບຄຳເຫັນຈາກ ຄະນະປະຈຳສະພາແຫ່ງຊາດ ຢູ່ກອງປະຊຸມຄັ້ງທີ 57 ແມ່ນ ຕີລາຄາໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ ໄລຍະ 6 ເດືອນຕົ້ນປີ ແລະ ບັນດາວິທີການປະຕິບັດແຜນການພັດທະນາເສດຖະກິດ ສັງຄົມ, ງົບປະມານແຫ່ງລັດ ໄລຍະ 6 ເດືອນທ້າຍປີ 2021. ທ່ານໃຫ້ຮູ້ວ່າ:
ຮັດແໜ້ນກົດລະບຽບວິໄນກ່ຽວກັບບັນດາຂັ້ນຕອນສ້າງກົດໝາຍ, ເປັນຕົ້ນແມ່ນສຳລັບອົງການຍືນເອກະສານ ແລະ ອົງການສຳຫຼວດກວດກາ, ໂດຍສະເພາະແມ່ນຄວາມຮັບຜິດຊອບຂອງຜູ້ນຳໜ້າ. ເດັດດ່ຽວຮັກສາໂຄງການສ້າງກົດໝາຍ, ລັດຖະບັນຍັດຂອງ ສະພາແຫ່ງຊາດ ເພື່ອຮັບປະກັນລັກສະນະຄົບຊຸດ, ເຫັນດີເປັນເອກະພາບ, ເນື້ອໃນ, ຄຸນນະພາບ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top