• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມການພົວພັນຕ່າງປະເທດຄັ້ງທີ 19

ວັນທີ 12 ສິງຫາ ຢູ່ ຮ່າໂນ້ຍ ໄດ້ດຳເນີນພິທີໄຂກອງປະຊຸມການພົວພັນຕ່າງປະເທດທົ່ວປະເທດຄັ້ງທີ 19 ພາຍໃຕ້ຫົວຂໍ້ວ່າ: “ເປັນເຈົ້າການ, ມີຫົວຄິດປະດິດສ້າງ, ຮັບໃຊ້ການເຊື່ອມໂຍງຢ່າງມີປະສິດທິຜົນ ແລະ ພັດທະນາແບບຍືນຍົງ”. 

ທ່ານ ຟ້າມບີງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ  ກ່າວຄຳເຫັນທີ່ກອງປະຊຸມ

ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ຟ້າມບີງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ຢືນຢັນ ນີ້ແມ່ນກອງປະຊຸມຄັ້ງທີ 4 ໄດ້ຮັບການຈັດຕັ້ງຂຶ້ນ ພ້ອມກັບກອງປະຊຸມການທູດ ເພື່ອໃຫ້ບັນດາຜູ້ແທນທ້ອງຖິ່ນ ບໍ່ພຽງແຕ່ກຳແຫນ້ນການຜັນແປໃຫມ່ສະພາບການໂລກ ແລະ ພາກພື້ນເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອໃຫ້ທ້ອງຖິ່ນ ແລະສູນກາງ ພາຍໃນ ແລະຕ່າງປະເທດ ພ້ອມກັນປຶກສາຫາລືບັນດາມາດຕະການເພີ່ມທະວີການສົມທົບ, ຍົກສູງປະສິດທິຜົນວຽກງານການຕ່າງປະເທດ, ໃນນັ້ນ ມີແຜນນະໂຍບາຍເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງກວາງ.

        ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ຕີລາຄາສູງວຽກງານການຕ່າງປະເທດຂອງທ້ອງຖິ່ນ ໄດ້ມີບັນດາບາດກ້າວພັດທະນາຮອບດ້ານ ທັງລວງກວ້າງ ແລະ ລວງເລິກ. ທ່ານກ່າວວ່າ:

        “ໃນຜົນງານລວມນັ້ນ ມີຂີດໝາຍສຳຄັນຂອງການພົວພັນຕ່າງປະເທດຢູ່ທ້ອງຖິ່ນ ແລະ ກຳລັງແຮງອັນໃຫຍ່ຫລວງຂອງຖັນແຖວພະນັກງານເຮັດວຽກງານພົວພັນຕ່າງປະເທດຢູ່ທ້ອງຖິ່ນ. ວຽກງານການຕ່າງປະເທດຢູ່ທ້ອງຖິ່ນໄດ້ຮັບການຜັນຂະຫຍາຍຢ່າງເປັນເຈົ້າການ, ຕັ້ງຫນ້າ, ມີຈຸດສຸມ. ພວກເຮົາໄດ້ເປີດກວ້າງ ແລະຊຸດຄົ້ນບັນດາສາຍພົວພັນກັບຕ່າງປະເທດຢ່າງມີປະສິດທິຜົນ, ເປີດກວ້າງຕະຫລາດສົ່ງອອກ, ຊຸກຍູ້ດ້ານການຄ້າ, ການລົງທຶນ, ປະກອບສ່ວນຢ່າງແທດຈິງເຂົ້າໃນບັນດາເປົ້າໝາຍພັດທະນາຂອງທ້ອງຖິ່ນ ແລະ ໃນທົ່ວປະເທດ.”

(ແຫຼ່ງຄັດຈາກ VOV)


ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top